Ad

Ad

17 January 2013

ສູນອົບຮົມຄອມພິວເຕີ KSV ມີ ບົດບາດສຳຄັນຕໍ່ການສ້າງພະນັກງານ IT



    ສູນ​ອົບຮົມ​ຄອມ​ພິວ​ເຕີ KSV ທີ່​ຂຶ້ນກັບ​ວິທະຍາ​ໄລ​ສົງ​ແຂວງ​ຈຳ ປາ​ສັກ ​ເຖິງ​ວ່າ​ໄດ້​ຮັບ​ການ​ກໍ່ຕັ້ງ ຂຶ້ນ​ໃໝ່, ​ແຕ່​ສູນ​ດັ່ງກ່າວ​ກໍ​ມີ​ບົດ ບາດ​ສຳຄັນ​ຫລາຍ​ຕໍ່​ການ​ສ້າງ​ພະນັກງານ IT ຢູ່​​ແຂວງ​ຈຳປາ​ສັກ ຄື​ໃນ​ອາທິດ​ຜ່ານ​ມາ,ສູນ​ດັ່ງກ່າວ​ກໍ​ສຳ​ເລັດ ​ແລະ ​ໄດ້​ມອບ​ໃບຢັ້ງຢືນ​ໃຫ້​ຜູ້​ຮຽນ​ຈົບ​ຄວາມ​ຮູ້​ພື້ນຖານ​ໃນ​ການ​ນຳ​ໃຊ້​ຄອມ​ພິວ​ເຕີ​ເຊັ່ນ: Microsoft Ofice Word 2007, Exel 2007, PowerPoint ​ແລະການ​ນຳ​ໃຊ້​ອິນ​ເຕີ​ເນັດ. ພ້ອມ​ ນັ້ນ​ສູນຕົນ​ຍັງ​ໄດ້​ສິດສອນ​ເຕັກ ນິກ​ການ​ສ້ອມ​ແປງ​ຄອມ​ພິວ​ເຕີ​ຂັ້ນພື້ນຖານ​ໃຫ້​ແກ່​ຜູ້​ມີ​ຄວາມ​ສົນ​ໃຈ​ນຳ​ອີກ.​ອາຈານ ຄອນສະ ຫວັນ ຫົວໜ້າ​ສູນ​ອົບຮົມ​ດັ່ງກ່າວ ລາຍ​ງານ​​ໃຫ້​ຮູ້​ວ່າ: ມາ​ຮອດ​ປັດ ຈຸບັນ,ສູນ​ຂອງ​ຕົນ​ສາມາດ​ສ້າງ​ພະນັກງານ IT ອອກ​ຮັບ​ໃຊ້​ສັງ ຄົມ​ໄດ້​ແລ້ວ 4 ຊຸດ ລວມມີ​ຈຳ ນວນ 200 ກວ່າ​ຄົນ​, ​ໃນ​ນັ້ນມີ​ຜູ້​ຮຽນ​ຈົບ​ວິຊາ​
ສ້ອມ​ແປງ​ຄອມ​ພິວ​ເຕີ 34 ຄົນ ​ແລະ ປັດຈຸບັນ,ສູນ​ພວມ​ກະກຽມ​ເປີດ​ຮຽນ​ເປັນ​ຊຸດ​ທີ 5 ພ້ອມ​ຈະ​ໄດ້​ເພີ່ມ​ວິຊາ​ຮຽນ​ໃໝ່​ເຂົ້າມາ​ອີກ 2 ຫລັກສູດ​ ຄື​ການ​ຕັດ​ຕໍ່ ​ແລະສ້າງ​ຟີມ​ວີ​ດີ​ໂອພ້ອມ ພາບ​ ນິ້ງ​ໂດຍ​ຈະ​ໃຊ້​ເວລາ​ຮຽນ​ທັງ​ໝົດ 3 ​ເດືອນ ​ໃນ​ລາຄາ​ຫລັກສູດ​ລະ 3 ​ແສນ​ ​ເຖິງ 6 ​ແສນ​ກີບ.​ອາຈານ ຄອນ​ສະຫວັນ ຍັງ​ໃຫ້​ຮູ້​ວ່າ: ສຳ ລັບ​ຜູ້​ຮຽນ​ຈົບ​ຢູ່​ສູນ​ແຫ່ງ​ນີ້ ​ເມື່ອ​ໄປ​ນຳ​ໃຊ້​ວຽກ​ງາ​ນຕົວ​ຈິງ​ແຕ່​ເຫັນ​ວ່າ​ຍັງ​ມີ​ບັນຫາ​ໃດ​ໜຶ່ງ​ທີ່​ບໍ່​ເຂົ້າ​ໃຈດີ,​ສູນ​ຍັງ​ໄດ້​ແນະນຳ ​ແລະ ອົບຮົມ​ໃຫ້​ຕື່ມ​ອີກ​ໂດຍ​ບໍ່​ໄດ້​ເສຍ​ຄ່າ​ໃຊ້​ຈ່າຍ​​ໃດໆ. ທັງ​ນີ້ກໍ​ເພື່ອ​ແນ​ໃສ່​ພັດທະນາ​ສີມື​ແຮງ​ງານ​ລາວ​ໃຫ້​ມີ​ຄຸນ​ນະພາ​ບດີ​ຂຶ້ນ.

No comments:

Post a Comment