ເຖິງວ່າລັດຖະບານ
ແລະ ຂະແໜງການກ່ຽວຂ້ອງຈະເອົາໃຈໃສ່ໃນການສະກັດກັ້ນການລັກລອບຕັດໄມ້, ການເຄື່ອນຍ້າຍ
ແລະ ຄ້າຂາຍຊັບພະຍາກອນໄມ້ແບບຜິດກົດໝາຍ, ແຕ່ຜ່ານມາຍັງມີປາກົດການພວກພໍ່
ຄ້າສວຍໂອກາດຄ້າຂາຍໄມ້ດັ່ງກ່າວ ໂດຍບໍ່ເອົາຫົວຊາຕໍ່ລະບຽບກົດໝາຍຂອງບ້ານເມືອງກຳນົດໄວ້
ເຮັດໃຫ້ສະພາບການດັ່ງກ່າວສົ່ງຜົນກະທົບໃຫ້ແກ່ການພັດທະນາເສດຖະກິດ- ສັງຄົມ
ແລະ ເປັນບັນຫາຊ້ຳເຮື້ອແກ້ໄຂບໍ່ຕົກມາເປັນເວລາຫລາຍປີ.
ຕາມການລາຍງານຂອງກະຊວງກະສິກຳ ແລະ ປ່າໄມ້
ໃນຕົ້ນເດືອນມັງກອນ 2013 ໄດ້ຊີ້ອອກວ່າ: ໃນໜຶ່ງອາທິດຜ່ານມາ, ຂະແໜງການກ່ຽວຂ້ອງໄດ້ກວດ
ກາລາດຕະເວນ, ກວດພົບການກະທຳຜິດ ແລະ ສາມາດຢຶດໄມ້ໄດ້ທັງໝົດຈຳນວນ 94 ຕັບ,
ບໍລິມາດ 31,882 ແມັດກ້ອນ ຄືແຂວງຄຳມ່ວນ ສາມາດຢຶດໄມ້ແດງຈຳນວນ 26 ຕັບ, ບໍລິມາດ
3,676 ແມັດກ້ອນ; ແຂວງສະຫວັນນະເຂດ ສາມາດຢຶດໄມ້ແດງຈຳ ນວນ 939 ໂຕ, ບໍລິມາດ
22,072 ແມັດກ້ອນ, ໄມ້ແຕ້ຂ່າ 42 ໂຕ ບໍລິມາດ 2,316 ແມັດກ້ອນ,ໄມ້ດູ່ 34 ຕັບ
ບໍລິມາດ
3,578 ແມັດກ້ອນ, ໄມ້ຂະຍຸງ 48 ໂຕ ບໍລິມາດ 0,240 ແມັດກ້ອນ ແລະ ກວດພົບການກະທຳຜິດໄດ້
12 ຄະດີ. ປັດຈຸບັນ ພວມດຳເນີນຄະດີມີ 3 ຄະດີ ແລະ ຄະດີແກ້ໄຂແລ້ວມີ 9 ຄະດີ ຄືຄະດີໄມ້ຂະຍຸງ
654,433 ໂຕ ບໍລິມາດ 4,323 ແມັດກ້ອນ, ໄມ້ດູ່ 13 ຕັບ ບໍລິມາດ 3,036 ແມັດກ້ອນ,
ໄມ້ ຍາງ 198 ໂຕ ບໍລິມາດ 2,534 ແມັດກ້ອນ ແລະ ປັບໃໝເປັນເງິນ 148.633.986 ກີບ
ແລະ 6.133,82 ໂດລາ.
ຂະນະດຽວກັນ,ການສຳຫລວດ, ວາງແຜນ ແລະ ຄຸ້ມຄອງດ້ານປ່າໄມ້
ທີ່ຂຶ້ນກົມປ່າໄມ້ ມາຮອດຕົ້ນເດືອນມັງກອນປີນີ້ ໄດ້ສຳເລັດການລົງກວດກາສຳຫລວດຈັດສັນປ່າຜະລິດນ້ຳກົງ
ແຂວງອັດຕະປື ເນື້ອທີ່ 40.143 ເຮັກຕາ;ໄດ້ສຳເລັດການສຳຫລວດເນື້ອທີ່ສຳປະທານດິນຂອງລັດ
ເພື່ອຕິດຕັ້ງເຮືອນຈັກ, ເຂດກໍ່ສ້າງເຮືອນພະນັກງານ ແລະ ເຂດເຈາະອຸມົງຂອງໂຄງ
ການເຂື່ອນໄຟຟ້ານ້ຳໃຜ (ບໍລິສັດໂນນິກໂກ) ຢູ່ເມືອງໄຊສົມບູນ ແຂວງວຽງຈັນ. ສຳລັບວຽກງານຄຸ້ມຄອງປ່າໄມ້
ໄດ້ສຳເລັດການຂຽນແຜນຈັດສັນເຂດປ່າຜະລິດ ໂຄງການຈັດສັນປ່າຜະ ລິດ ແລະ ພັດທະນາຊົນນະບົດ
(SUFORD) ຢູ່ແຂວງວຽງຈັນ ແລະ ບໍລິຄຳໄຊ ໄດ້ຈຳນວນ 3 ເຂດຍ່ອຍ ຄືປ່າຜະລິດພູປ່າຊາງ-
ປ່າຫົກເຂດຄຸ້ມຄອງຍ່ອຍຜາເມືອງ; ປ່າຜະລິດຜັກເບືອກ ເຂດຄຸ້ມຄອງຍ່ອຍເທສະບານເມືອງບໍລິຄັນ
ແຂວງບໍລິຄຳໄຊ ແລະ ປ່າຜະລິດພູເຍີຍ ເຂດຄຸ້ມຄອງຍ່ອຍນາດີ ເມືອງແມດ ແຂວງວຽງຈັນ;
ໄດ້ສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງສະບັບເລກທີ 13/ນຍ ກ່ຽວກັບການສັ່ງໂຈະການຊອກຄົ້ນ
ສຳຫລວດແຮ່ທາດ, ຢາງພາ ລາ ແລະ ໄມ້ວິກໃນຂອບເຂດທົ່ວປະເທດໂດຍການຈັດສົ່ງພະນັກງານກວດກາຄືນການປະຕິບັດສັນຍາສຳປະທານທີ່ດິນຂອງຜູ້ປະກອບການເພື່ອຮອງຮັບໃຫ້ແກ່ການລາຍງານຕໍ່ຂັ້ນເທິງ.
No comments:
Post a Comment