ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພຽງຄ່ຳຄືນ ວັນທີ 15 ມັງກອນນີ້ ຢູ່ນະຄອນຫຼວງວຽງຈັນໄດ້ມີອຸປະຕິເຫດ
ເກີດຂຶ້ນ 6 ກໍລະນີ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 2 ຄົນ ໂດຍກໍລະນີທີໜຶ່ງແມ່ນເກີດຂຶ້ນໃນເວລາປະມານ 17 ໂມງ ຢູ່ເຂດບ້ານ ໂພນສະຫວາດ ເສັ້ນທາງໄປ ໂຍທາ ນະຄອນຫຼວງວຽງຈັນ ຊຶ່ງແມ່ນລົດຈັກໝາຍເລກທະບຽນ
ດນ 4555 ຕຳລົດໃຫຍ່ໝາຍເລກ ທະບຽນ ກສ 8530 ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດ, ສ່ວນກໍລະນີທີສອງແມ່ນເກີດຢູ່ເສັ້ນທາງ 13 ເໜືອ ເຂດບ້ານ ດົງຫຼວງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍລົດຈັກໝາຍເລກທະບຽນ
ຍມ 4968 ໄດ້ຕຳລົດບັນທຸກ 12 ລໍ້ ໝາຍເລກທະ ບຽນ ບກ 0247 ທີ່ຈອດປະໄວ້ແຄມທາງເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່
ແລະ ກໍລະ ນີອື່ນໆອີກເຖິງບໍ່ມີຜູ້ເສຍຊີວິດ.
ເຈົ້າໜ້າທີ່ພະແນກຕຳຫຼວດ ຈະລາຈອນ ນະຄອນຫຼວງວຽງ
ຈັນ ກ່າວວ່າ: ສະພາບເກີດອຸປະຕິເຫດ ຕາມ ທ້ອງຖະໜົນຍັງເພີ່ມຂຶ້ນ ໂດຍໃນປີ 2012 ຜ່ານມາສະ
ເພາະນະຄອນຫຼວງວຽງຈັນ ມີອຸປະຕິເຫດ ເກີດຂຶ້ນ 1 ພັນກວ່າກໍລະນີ ສົ່ງຜົນໃຫ້ມີຜູ້ເສຍຊີວິດ
200 ກວ່າຄົນ ສາເຫດສ່ວນໃຫຍ່ແມ່ນ ຍ້ອນດື່ມສິ່ງມຶນ ເມົາ, ຂັບລົດໄວ ແລະ ລະເມີດກົດຈະລາຈອນ.
No comments:
Post a Comment