Ad

Ad

17 January 2013

ເມືອງສີສັດຕະນາກເລັ່ງຮັບປະກັນຄວາມສະຫງົບຂອງກອງປະຊຸມທ່ອງທ່ຽວອາຊຽນ



        ກອງປະຊຸມລັດຖະມົນຕີ ທ່ອງທ່ຽວ ອາຊຽນ ຈະໄດ້ຈັດຂື້ນ ໃນວັນທີ 18-24 ມັງກອນນີ້ ຢູ່ໂຮງແຮມດອນຈັນພາເລດ ທີ່ຂື້ນ ກັບຄວາມຮັບຜິດຊອບຂອງ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ. ດັ່ງນັ້ນ ປກສ ເມືອງ ຈຶ່ງມີໜ້າທີ່ຮັບປະກັນໃຫ້ກອງປະຊຸມດັ່ງກ່າວໄດ້ດຳ ເນີນໄປດ້ວຍ ຄວາມສະຫງົບປອດໄພ.
         ທ່ານ ພັນໂທ ຄຳເກິ່ງ ຈັນ ສຸລິມາດ ຮອງກອງບັນຊາການ ປກສ ເມືອງ ກ່າວວ່າ: ເນື່ອງ ຈາກບໍລິເວນເມືອງ ຈະເປັນບ່ອນ ຈັດກອງປະຊຸມສຳຄັນດັ່ງກ່າວ ພ້ອມຈະມີບັນດາລັດຖະມົນຕີ ແລະ ຄະນະຜູ້ແທນລະດັບສູງ ຈາກ 10 ປະເທດອາຊຽນ ແລະ ບາງປະເທດຄູ່ຮ່ວມພັດທະນາອື່ນໆອີກມາພັກເຊົາ ຢູ່ແຫ່ງນີ້ ສະນັ້ນເຈົ້າໜ້າທີ່ ປກສ ເມືອງ ພວກເຮົາຈຶ່ງໄດ້ຈັດກຳ ລັງເພື່ອ ຮັກສາຄວາມສະຫງົບ ແລະ ເລັ່ງ ກວດກາແກ້ໄຂປາກົດການ ຫຍໍ້ ທໍ້ຕ່າງໆ ເປັນຕົ້ນບັນຫາ ປຸ້ນຈີ້- ຊີງຊັບ,ມົ້ວສຸມຢາເສບຕິດ ແລະ ກຸ່ມໄວໜຸ່ມຫຼິ້ນກິນຟມຸເຟືອຍ ສ້າງ ຄວາມບໍ່ສະຫງົບໃນ ສັງຄົມໃຫ້ ໝົດໄປ ຊຶ່ງເບື້ງຕົ້ນກຳລັງເຈົ້າ
ໜ້າທີ່ພວກເຮົາຈະສົມທົບກັບ ກອງຫຼອນບ້ານສືບຕໍ່ກວດກາ ຄຸ້ມຄອງຄົນ ມາພັກເຊົາ ແລະ ກຳ ແໜ້ນສຳມະໂນຄົວເພື່ອບໍ່ໃຫ້ ພວກບໍ່ຫວັງດີເລັດລອດເຂົ້າມາ ໄດ້ ແລະ ຜ່ານມາ,ປກສ ເມືອງ ພວກເຮົາກໍໄດ້ເອົາໃຈໃສ່ຮັກສາ ຄວາມສະຫງົບ ແລະ ຈັດຕັ້ງກຳ ລັງລົງປະຈຳແຕ່ລະກຸ່ມບ້ານ ແລະ ໃນນັ້ນ ແມ່ນການຈັດກຳລັງ ປ້ອງກັນສະຖານທີ່ໂຮງແຮມ ດອນຈັນ ແລະ ບ່ອນພັກເຊົາທີ່ສຳ ຄັນຂອງແຂກ ຕິດພັນກັບ ການລົງໂຄສະນາລະບຽບການຄຳສັ່ງ ແນະນຳ ແລະ ອື່ນໆ ເພື່ອໃຫ້ປະ ຊາຊົນຮັບຮູ້-ເຂົ້າໃຈ ແລະ ຮ່ວມ ກັນປະ ກອບສ່ວນເຂົ້າໃນການ ເວນຍາມ ຮັກສາຄວາມສະຫງົບ ປອດໄພ ແລະ ເອົາໃຈໃສ່ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆໃນ ສັງຄົມ ເປັນຕົ້ນບັນຫາປຸ້ນຈີ້ຊີງຊັບໃຫ້ ເຂັ້ມງວດກວ່າເກົ່າຊຶ່ງກອງປະ ຊຸມທ່ອງທ່ຽວ ອາຊຽນຄັ້ງນີ້ ມີຄວາມສຳຄັນ ຍິ່ງເພາະຈະເປັນ ການເປີດທ່ອງທ່ຽວອາຊຽນ ແລະ ໃນຖານະລາວເປັນເຈົ້າ ພາບຈະຕ້ອງສຸມໃສ່ເຮັດແນວໃດ ໃຫ້ກອງປະຊຸມດັ່ງກ່າວໄດ້ດຳ ເນີນໄປດ້ວຍຜົນສຳເລັດສູງ.

No comments:

Post a Comment