Ad

Ad

17 January 2013

ປີ 2012, ບັນດາ​ກຸ່ມ​ທຸລະ​ກິດ​ທ້ອງ​ຖິ່ນ​ມີ​ລາຍ​ຮັບຫລາຍ​ກວ່າ 1,7 ລ້ານ​ໂດ​ລາ ຈາກ​ການ​ສະໜອງ​ການ​ບໍລິການ ​ແລະ ສິນຄ້າ​ໃຫ້​ບໍ່​ຄຳ​ເຊ​ໂປ​ນ



    MMG LXML Sepon ສືບຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ບັນລຸ​ບັນດາ​ເປົ້າໝາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ໃນ​ເຂດ​ໂຄງການ ໜຶ່ງ​ໃນ​ນັ້ນກໍ​ແມ່ນ​ການ​ສະໜັບສະໜູນ​ໃຫ້​ບັນດາ​ກຸ່ມ​ທຸລະ​ກິດ​ໃນ​ເມືອງ​ວິ​ລະ​ບູລີ ​ແຂວງ​ສະຫວັນ​ນະ​ເຂດ ​ມີ​ລາຍ​ຮັບ​ຫລາຍ​ກວ່າ 1,7 ລ້ານ​ໂດ​ລາ​ສະຫະລັດ ຈາກ​ການ​ສະໜອງ​ສິນຄ້າ ​ແລະ ການ​ບໍລິການ​ໃຫ້​ແກ່​ບໍ່​ຄຳ​ເຊ​​ໂປ​ນ ​ໃນ​ປີ 2012.
    ນັບ​ແຕ່​ບໍ່​ຄຳ​ເຊ​ໂປ​ນ​ໄດ້​ເຂົ້າມາ​ດຳ​ເນີນ​ການ​ຜະລິດ​ແຮ່​ທາດ​ຢູ່​ທ້ອງ​ຖິ່ນ​ແຫ່ງ​ນີ້ ​ໂດຍ​ສະ​ເພາະ​ນັບ​ແຕ່​ປີ 2003 ​ເປັນຕົ້ນມາ ບໍ່​ຄຳ​ເຊ​ໂປ​ນ​ໄດ້​ຊ່ວຍ​ປະຊາຊົນ​ທ້ອງ​ຖິ່ນ​ສ້າງຕັ້ງກຸ່ມ​ທຸລະ​ກິດ​ຂະໜາດ​ນ້ອຍ​ທີ່​ສາມາດ​ສະໜອງ​ສິນຄ້າ​ເຊັ່ນ: ອາຈານ, ​ເຄື່ອງ​ແບບ​ພະນັກ ງານ ​ແລະ ການ​ບໍລິການ​ອະນາ​ໄມ ​ແລະ ຊັກ​ລີດ ​ເພື່ອ​ເປັນ​ການ​ສະໜັບສະໜູນ​ຊຸມ​ຊົນ​ທ້ອງ​ຖິ່ນ​ມີ​ວຽກ​ເຮັດ​ງານ​ທຳ ​ແລະ ມີ​ລາຍ​ຮັບ.
    ​ໃນ​ປີຜ່ານມາ​ນີ້, ມີ​ກຸ່ມ​ທຸລະ​ກິດ 17 ກຸ່ມ ທີ່​ແຕກ​ຕ່າງ​ກັນ ​ເພື່ອ​ເຮັດ​ວຽກ​ສະໜອງ​ການ​ບໍລິການ ​ແລະ ຜະລິດ​ຕະພັນ​ຕ່າງໆ​ໃຫ້​ແກ່​ບໍ່​ຄຳ​ເຊ​ໂປ​ນ ​ເຊິ່ງ​ເຮັດ​ໃຫ້​ປະຊາຊົນ​ຫລາຍ​ກວ່າ 200 ຄົນ ຈາກ​ເມືອງ​ວິ​ລະ​ບູລີ​ສາມາດ​ສ້າງ​ລາຍ​ຮັບ ​ເພື່ອ​ລ້ຽງ​ຊີບ​ຂອງ​ເຂົາ​ເຈົ້າ​ໄດ້​ຈາກ​ກຸ່ມ​ທຸລະ​ກິດ​ເຫລົ່ານັ້ນ.

       ຜູ້​ຮັບຜິດຊອບ​ວຽກ​ງານ​ດັ່ງ ກ່າວ​ຂອງ​ບໍ​ຄຳ​ເຊ​ໂປ​ນ ​ເວົ້າວ່າ:  “​ໃນ​ເວລາ​ທີ່​ກຸ່ມ​ທຸລະ​ກິດ​ໄດ້​ສ້າງ​ຕັ້ງຂຶ້ນທຳ​ອິດ ພວກ​ເຮົາ​ໄດ້​ຊ່ວຍ​ເຝິກອົບຮົມ​ດ້ານ​ວິຊາ​ການ ​ແລະ ການ​ບໍລິຫານ​ທຸລະ​ກິດ​ໃຫ້​ສະມາ ຊິກ​ຂອງ​ກຸ່ມ. ​ເມື່ອ​ທຸລະ​ກິດ​ຂອງ​ເຂົາ​ເຈົ້າ​ເຕີບ​ໃຫຍ່​ຂຶ້ນ ພວກ​ເຮົາ​ຈະ​ຊ່ວຍ​ເຂົາ​ເຈົ້າທາງ​ດ້ານ​ການ​ປັບປຸງ​ຜະລິດ​ຕະພັນ, ວິວັດທະນາ​ການ​ທຸລະ​ກິດ​ໃໝ່ໆ ​ແລະ ການ​ຂະຫຍາຍ​ຕະຫລາດ ຄື​ໄລຍະ​ປີ 2012 ພວກ​ເຮົາ​ໄດ້​ນຳ​ເອົາ​ສະມາ ຊິກ​ຂອງ​ກຸ່ມ​ທຸລະ​ກິດ​ປູ​ກຜັກ​ໄປ​ທັດສະນະ​ສຶກສາ​ຢູ່​ວິ​ສາຫະກິດ​ການ​ກະສິກຳ ​ແຂວງ​ຈຳປາ​ສັກ ​ເພື່ອ​ຮຽນ​ຮູ້​ການ​ຜະລິດ​ທີ່​ດີ​ເລີດ ​ແລະ ການ​ປັບປຸງ​ຜະລິດ​ຕະພັນ ​ແລະ ມາ​ຮອດ​ປັດຈຸບັນ​ນີ້ ກຸ່ມ​ທຸ ລະ​ກິດ​ປູກ​ຜັກ​ມີ​ເຮືອນ​ຮົ່ມ 12 ຫລັງ ​ແລະ ພວມ​ດຳ​ເນີນ​ໄປ​ໄດ້​ດີ​ຫລາຍ ​ເຊິ່ງ​ເຮືອນ​ຮົ່ມ​ເຫລົ່ານີ້ສາ ມາດ​ເຮັດ​ໃຫ້ການ​ຜະລິດ​ຜັກ​ດີ​ຂຶ້ນກວ່າ​ເກົ່າ​ໃນ​ໄລຍະ​ລະດູຝົນ”.
    ນອກຈາກ​ສາມາດ​ເພີ່ມ​ລາຍ​ຮັບ​ໃຫ້​ກຸ່ມ​ທຸລະ​ກິດ​ເຫລົ່ານີ້​ໄດ້​ແລ້ວ ການ​ເຝິກອົບຮົມ​ດ້ານ​ການ​ພັດທະນາ​ທຸລະ​ກິດ​ຍັງ​ຊ່ວຍ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ ​ເພື່ອ​ເຂົາ​ເຈົ້າ ສາມາດ​ສືບຕໍ່​ນຳ​ໃຊ້​ພາຍຫລັງ​ບໍ່​ຄຳ​ເຊ​ໂປ​ນຈະ​ໄດ້​ປິດ​ລົງ​ໃນ​ທີ່​ສຸດ.
    ລາຍ​ຮັບ​ລວມທັງ​ໝົດ​ຂອງ​ກຸ່ມ​ທຸລະ​ກິດ​ທ້ອງ​ຖິ່ນ​ນັບ​ແຕ່​ປີ 2003 ​ເປັນຕົ້ນມາ ​ແມ່ນ​ຫລາຍ​ກວ່າ 13 ລ້ານ​ໂດ​ລາ​ສະຫະລັດ ​ແລະ ບໍ່​ພຽງ​ເທົ່າ​ນີ້ ​ໃນ​ອະນາຄົດ​ບໍ່​ຄຳ​ເຊ​ໂປ​ນຈະ​ສືບຕໍ່​ໃຫ້​ບູລິ​ມະ​ສິດ​ໃນ​ການ​ສະໜັບສະໜູນ​ບັນດາ​ກຸ່ມ​ທຸລະ​ກິດ ​ແລະ ຜູ້​ສະໜອງ​ທ້ອງ​ຖິ່ນ​ອື່ນໆ​ອີກ​ດ້ວຍ.

No comments:

Post a Comment