ກອງປະຊຸມທ່ອງ່ທຽວອາຊຽນ ຄັ້ງທີ 32 ແລະ
ງານມະຫະ ກຳທ່ອງທ່ຽວອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນແຕ່ວັນທີ
18-24 ມັງກອນ 2013 ນີ້ ຄາດວ່າຈະໄດ້ນຳໃຊ້ບຸກຄະລາກອນທັງໝົດ 400 ກວ່າຄົນ,
ໃນນັ້ນ ອາສາສະໝັກ (Lo) ປະມານ 200 ຄົນ, ຂັບລົດ ແລະ ບໍລິການດ້ານອື່ນໆ 200 ກວ່າຄົນ,
ມາເຖິງປັດຈຸບັນ,ການກະກຽມດ້ານຕ່າງໆແມ່ນພ້ອມແລ້ວ.
ທ່ານ ຈະເລີນ ວາລິນທະລາສັກ ລັດຖະມົນຕີຊ່ວຍວ່າການ
ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ກ່າວຕໍ່ນັກຂ່າວ ຂປລ ເມື່ອບໍ່ດົນມານີ້
ວ່າ: ປັດຈຸບັນ,ການກະກຽມເປັນເຈົ້າພາບຈັດກອງປະຊຸມທ່ອງທ່ຽວອາຊຽນແມ່ນໄດ້ມີຄວາມ
ພ້ອມຢ່າງເຕັມສ່ວນໂດຍສະເພາະແມ່ນ ດ້ານສະຖານທີ່ ເຊິ່ງຈະໄດ້ຈັດຢູ່ໂຮງແຮມດອນຈັນພາເລດ.
ພ້ອມນີ້ກໍໄດ້ກຽມບຸກຄະລາກອນ ທີ່ຈະຮັບໃຊ້ໄວ້ແລ້ 400 ກວ່າຄົນ. ນອກນີ້,ກະຊວງຖະແຫລງຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວ ຍັງໄດ້ສົມທົບກັບບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ
ແຕ່ງຕັ້ງອະນຸກຳມະການຕ່າງໆ ຊຶ່ງອະນຸກຳມະການເຫລົ່ານັ້ນກໍໄດ້ພ້ອມກັນເອົາໃຈໃສ່
ປະຕິບັດໜ້າທີ່ຢ່າງຕັ້ງໜ້າ
ເຊິ່ງປະກອບ ມີອະນຸກຳມະການເນື້ອໃນ, ກອງເລຂາ, ອະນຸກຳມະການທີ່ພັກ ແລະ ຂົນສົ່ງ,ອະນຸກຳມະການພິທີການ,
ອະນຸກຳ ມະການບຸກຄະລາ ກອນ ແລະ ງານລ້ຽງ,ອະນຸກຳມະການ ເສດຖະກິດ, ອະກຳມະການສິລະປະ ການສະແດງ,
ອະນຸກຳມະການປ້ອງກັນຄວາມສະ ຫງົບ,ອະນຸກຳມະການສຸຂະພາບ, ອະນຸກຳມະການສື່ມວນ ຊົນ ແລະ ອື່ນໆ.ກອງປະຊຸມທ່ອງ
ທ່ຽວອາຊຽນຈະມີຜູ້ເຂົ້າຮ່ວມ ທັງໝົດ 230 ທ່ານ.
ລັດຖະມົນຕີຊ່ວຍວ່າ ການກະຊວງດັ່ງກ່າວ ຍັງໄດ້
ກ່າວຕື່ມອີກວ່າ:ບັນຫາທີ່ຈະປຶກ ສາຫາລືກັນ ໃນກອງ ປະຊຸມນີ້ ຈະ ເນັ້ນໃສ່ການຮ່ວມມືກັນປະຕິບັດ
ບັນດາກິດຈະກຳສົ່ງເສີມການ ທ່ອງທ່ຽວ ແລະ ແຜນງານ ຕ່າງໆທີ່ ໄດ້ມີຂໍ້ລິເລີ່ມໃນກອງ ປະຊຸມຜ່ານມາ
ເຊິ່ງປະກອບມີ ການພັດທະນາບຸກຄະລາກອນ, ການພັດທະນາ ຜະລິດຕະ ພັນ ທ່ອງທ່ຽວ,ການກຳນົດມາດຕະ
ການ,ການບໍລິການ, ການຕິດຕໍ່ ສື່ສານ,ການໂຄສະນາຕະຫລາດ ທ່ອງທ່ຽວ ແລະ ອື່ນໆ.ພ້ອມນີ້ ໃນກອງປະຊຸມລັດຖະມົນຕີທ່ອງ
ທ່ຽວອາຊຽນ + ອິນເດຍ ຍັງຈະ ໄດ້ມີພິທີລົງນາມໃນບົດ ບັນ ທຶກການຮ່ວມມືດ້ານທ່ອງທ່ຽວ ອາ ຊຽນ-ອິນເດຍ.
ກອງປະຊຸມທ່ອງ ທ່ຽວໃນປີນີ້ແຕກຕ່າງກັບປີ 2004 ຫລາຍ ເຊິ່ງໃນເວລານັ້ນມີນັກ ທ່ອງທ່ຽວເຂົ້າທ່ອງທ່ຽວ
ພຽງແຕ່ 40.000 ຄົນ, ສຳລັບປີ 2013 ນີ້ ຈະມີນັກທ່ອງທ່ຽວ ເຂົ້າ ມາທ່ຽວ ສປປ ລາວ ເຖິງ 3
ລ້ານ ຄົນ.ຕະຫລອດໄລຍະ 10 ຜ່ານ ມາ,ປະເທດເຮົາ
ໄດ້ຮັບການພັດ ທະນາຫລາຍ ດ້ານ ເປັນຕົ້ນແມ່ນ ບຸກຄະລາກອນກໍໄດ້ບົດຮຽນ ແລະ ປະສົບການໃນການເປັນ
ເຈົ້າພາບ ແລະ ກອງປະຊຸມສາ ກົນຫລາຍເທື່ອ, ດ້ານເຕັກໂນໂລຊີ ແລະ ການຕິດຕໍ່ສື່ສານທັນສະ ໄໝຂຶ້ນ,ພື້ນຖານໂຄງລ່າງ
ແລະ ສິ່ງຮອງຮັບ ມີການພັດທະນາ ແລະ ການລົງທຶນຢ່າງກວ້າງ ຂວາງເຊັ່ນ:ເສັ້ນທາງ,ໂຮງແຮມ, ເຮືອນພັກ,
ຮ້ານອາຫານ ແລະ ພາຫະນະຂົນສົ່ງທາງບົກ ແລະ ທາງອາກາດ, ຄຸນນະພາບ ແລະ ມາດຕະຖານການບໍລິການໄດ້ຮັບການພັດທະນາຂຶ້ນເລື້ອຍໆ.

No comments:
Post a Comment