ທ່ານນາງ ແກ້ວ ເກດທອງ ພົງສະຫວັນ ຫົວໜ້າພະແນກພະ ຍາດຍິງໂຮງໝໍ
ເຊດຖາທິຣາດໄດ້ໃຫ້ສຳພາດ ຕໍ່ສື່ມວນ ຊົນໃນວັນທີ 15 ມັງກອນນີ້ ຢູ່ໂຮງໝໍດັ່ງ ກ່າວວ່າ: ພະຍາດມະເຮັງຮວຍໄຂ່ໃນ
ເດັກນ້ອຍ ແລະ ມະເຮັງ ເຕົ້ານົມແມ່ນສາມາດປິ່ນປົວໃຫ້ເຊົາໄດ້ແລ້ວ ໂດຍ ການຜ້າ ຕັດເອົາສິ້ນສ່ວນບ່ອນທີ່ເປັນພະ
ຍາດນັ້ນອອກແລ້ວ ນຳໃຊ້ຢາເຄມີເຂົ້າ ຊ່ວຍໃນການຮັກສາ ແລະ ພະຍາດດັ່ງ ກ່າວນີ້ກໍຈະຄ່ອຍໆເຊົາເປັນ ປົກກະຕິໄດ້
ໂດຍກໍລະນີ ຄົນເຈັບທີ່ໄດ້ຮັບການ ປິ່ນປົວ ເມື່ອບໍ່ດົນມານີ້ ຄືນາງ ຫວານ ອາຍຸ 18 ປີ ຢູ່ບ້ານຖ້ຳ
ເມືອງຫາດຊາຍທອງ ນະຄອນຫລວງວຽງຈັນ ເຊິ່ງເປັນພະຍາດມະເຮັງ ຮວຍໄຂ່ເດັກນ້ອຍ ແລ້ວໄດ້ເຂົ້າຮັບການປິ່ນປົວຕາມ
ວິຊາການຂອງແພດໝໍ.ປັດຈຸບັນ ຜູ້ກ່ຽວມີອາການດີຂຶ້ນ ເລື້ອຍໆ ຄາດວ່າຈະຫາຍດີເປັນປົກກະຕິ ໃນອີກບໍ່
ດົນ.ນີ້ແມ່ນຜົນເລັດອີກຂັ້ນໜຶ່ງຂອງວົງການແພດລາວເຮົາ.
ສຳລັບພະຍາດມະເຮັງຮວຍ ໄຂ່ໃນເດັກນ້ອຍແມ່ນຈະມັກພົບ
ເຫັນໃນແມ່ຍິງປະມານອາຍຸ 25 ປີລົງມາ ຊຶ່ງພະຍາດດັ່ງກ່າວຈະ ມີອາການເລີ່ມຕົ້ນໂດຍການຮູ້ ສຶກວ່າ:ປະຈຳເດືອນມາບໍ່ປົກກະຕິ,
ເຈັບທ້ອງນ້ອຍ, ໃນ ໄລຍະ 2-3 ອາທິດທ້ອງຈະໃຫຍ່ຂຶ້ນຜິດປົກຄະຕິ.ສຳລັບພະຍາດມະເຮັງເຕົ້າ
ນົມຈະສັງເກດໄດ້ງ່າຍ ເພາະພະ ຍາດນີ້ຈະມີອາການເຕົ້ານົມເປັນ ກ້ອນແຂງ,ແດງ ແລະ ກ້ອນດັ່ງ ກ່າວຈະບໍ່ເໜັງຕີງ.
ສະນັ້ນ ຖ້າຫາກຜູ້ໃດມີອາ ການຜິດປົກກະຕິ ຫລື ສົງໃສຄືດັ່ງກ່າວມາຂ້າງເທີງ ນັ້ນຄວນຮີບຮ້ອນໄປພົບແພດໂດຍໄວ
ແລະ ບໍ່ຄວນຊື້ຢາ ມາກີນຕາມລຳພັງ.

No comments:
Post a Comment