ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ
ລາວ ໄດ້ພົບປະໂອ້ລົມປະຊາ ຊົນບ້ານດອນໜູ ເມືອງຊຽງເງິນ ແຂວງຫລວງພະບາງ ພາຍຫລັງສຳເລັດການເຂົ້າຮ່ວມ
ພິທີມອບ-ຮັບອາຄານຮຽນຫລັງໃໝ່ຂອງໂຮງຮຽນມັດທະຍົມສົມບູນເມືອງ ແລະ ແຂວງດັ່ງກ່າວ
ໃນວັນທີ 15 ມັງກອນ 2013 ນີ້ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກອຳ ນາດການປົກຄອງ
ແລະ ປະຊາຊົນບ້ານດັ່ງກ່າວ ເຊິ່ງໂອກາດນີ້,ທ່ານນາຍົກລັດຖະມົນຕີກໍໄດ້ນຳເອົາຄວາມສາມັກຄີຮັກແພງ
ແລະ ຢື້ຢາມຖາມຂ່າວຄວາມທຸກສຸກມາຍັງການຈັດ ຕັ້ງຂອງບ້ານ ແລະ ປະຊາຊົນບ້ານດອນໜູທຸກຖ້ວນໜ້າ
ໂດຍທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມດີໃຈ ແລະ ຍ້ອງຍໍຊົມເຊີຍວ່າ:ມາເຫັນບ້ານດອນໜູຄັ້ງນີ້ເຫັນວ່າມີການປ່ຽນແປງ
ແລະ ພັດທະນາດີຂຶ້ນຫລາຍກວ່າເກົ່າ ແລະ ເປັນບ້ານໜື່ງທີ່ມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນກໍນັບມື້ນັບດີຂື້ນ,ຄວາມສາມັກຄີຂອງປະຊາຊົນກໍເປັນປືກແຜ່ນແໜ້ນໜາດີ
ແລະ ໃນໂອກາດອັນສະຫງ່າລາສີນີ້,ທ່ານນາຍົກກໍໄດ້ເນັ້ນໃຫ້ບ້ານດອນ ໜູຈົ່ງພ້ອມກັນ
ຈັດຕັ້ງປະຕິບັດແຜນພັດທະນາຂອງບ້ານຕາມການຊີ້ນຳ
ແລະ ແຜນພັດ ທະນາຂອງເມືອງໃຫ້ປ?ກົດຜົນເປັນຈິງ ແລະ ຫັນທິດໃຫ້ເປັນບ້ານຕົວແບບໃຫ້ແກ່ບ້ານອື່ນໆ,ສ້າງລູກຫລານຊາວໜຸ່ມ
ໃຫ້ເປັນຜູ້ສືບທອດມູນເຊື້ອອັນດີງາມຂອງບ້ານ ເພື່ອພັດທະນາບ້ານໃຫ້ມີຄວາມຈະເລີນກ້າວໜ້າ.ບ້ານດອນໜູເປັນບ້ານເກົ່າແກ່ມີພື້ນ
ຖານວັດທະນະທຳອັນດີງາມ ແຕ່ ຜ່ານມານັ້ນ,ການພັດທະນາເສດ ຖະກິດ,ການຜະລິດເປັນສິນຄ້າ
ຍັງເຮັດໄດ້ໜ້ອຍ, ດັ່ງນັ້ນໃຫ້ອຳ ນາດການປົກຄອງກໍຄືປະຊາຊົນບ້ານຈົ່ງພ້ອມກັນຄົ້ນຄວ້າເບິ່ງວ່າບ້ານພວກເຮົາມີທ່າແຮງບົ່ມຊ້ອນອັນໃດທີ່ຈະເປັນທ່າແຮງກະຕຸ້ນເສດຖະກິດໂດຍສະເພາະທາງດ້ານກະສິກຳແມ່ນຈະປູກພືດຊະ
ນິດໃດ ? ລ້ຽງສັດປະເພດໃດ ? ເພື່ອໃຫ້ກາຍເປັນສິນຄ້າສົ່ງອອກສ້າງລາຍຮັບໃຫ້ປະຊາຊົນ.ນອກ
ຈາກນີ້,ບ້ານດອນໜູແມ່ນຢູ່ບໍ່ໄກ ຈາກເຂື່ອນນ້ຳຄານ III-II ດັ່ງ ນັ້ນຈະເປັນເງື່ອນໄຂອັນດີທີ່ປະ
ຊາຊົນຈະມີອາຊີບໃໝ່ຈາກການລ້ຽງປາ ແລະ ໃນໄລຍະການກໍ່ ສ້າງເຂື່ອນນ້ຳຄານ III ປະຊາ
ຊົນຕ້ອງປູກຝັງ-ລ້ຽງສັດ ໃຫ້ຫລາຍເພື່ອຕອບສະໜອງສະ ບຽງອາຫານໃຫ້ແກ່ໂຄງການ
ການກໍ່ສ້າງດັ່ງກ່າວເພາະມີກຳ ມະກອນເປັນຈຳນວນຫລວງ ຫລາຍທີ່ເຮັດວຽກຢູ່່ນີ້ແລະ ຄວາມຕ້ອງການສະບຽງອາ
ຫານຂອງເຂົາເຈົ້າກໍມີຫລາຍຂຶ້ນ ເຊິ່ງໂອກາດນີ້ເປັນໂອກາດທີ່ດີທີ່ຈະໄດ້ສ້າງລາຍຮັບໃຫ້ປະຊາຊົນດີຂຶ້ນ
ແລະ ເມື່ອມີລາຍຮັບດີຂຶ້ນຊີວິດການເປັນຢູ່ກໍດີຂຶ້ນຕາມລຳ ດັບຕາມທິດທາງນະໂຍບາຍຂອງພັກ
ແລະ ລັດຖະບານເຮົາວາງອອກ.

No comments:
Post a Comment