Ad

Ad

18 January 2013

ຫລາຍບໍລິສັດໃຫ້ການອຸປະຖຳກອງປະຊຸມທ່ອງທ່ຽວອາຊຽນ



      ​ໃນ​ວັນ​ທີ 16 ມັງກອນນີ້, ທ່ານສາດສະດາຈານ ດຣ ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າ ການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ,​ໄດ້​ເປັນກຽດຮັບ​ເອົາ​ການ​ປະ ກອບສ່ວນ​ອຸປະຖຳ ແກ່ກອງ​ປະ ຊຸມທ່ອງ​ທ່ຽວອາຊຽນ ຄັ້ງທີ 32 ຈາກ​ຜູ້ຕາງໜ້າ​ບັນດາ​ບໍລິສັດຊຶ່ງ​ປະກອບ​ມີ:ກຸ່ມ​ບໍ​ລິ​ສັດ​ດາວ​ເຮືອງ ຈຳນວນ 120 ລ້ານ​ກີບ, ບໍລິສັດ​ເບຍ​ລາວ 79 ລ້ານກວ່າກີບ, ທະ ນາຄານ​ການ​ຄ້າຕ່າງປະ​ເທດ ລາວມະຫາຊົນ 10 ພັນ​ໂດ​ລາ​ສະ ຫະລັດ ​ແລະ ບໍລິສັດ​ພູ​ເບ້ຍມາຍ​ນິ້ງຈຳກັດ 10 ພັນ​ໂດ​ລາ​ສະຫະ ລັດ.
          ​ໂອກາດ​ນີ້ ທ່ານ ລັດຖະ ມົນຕີ​ວ່າການ​ກະຊວງ​ຖະ​ແຫຼ່ງ ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ໄດ້​ສະ​ແດງ​ຄວາມ​​ຂອບ​ໃຈ​ເປັນ​ຢ່າງ​ສູງຕໍ່ບັນດາ​ຕົວ​ແທນ​ບໍລິສັດ ທີ່​ມີ​​ນ້ຳ​ໃຈ​​ໃຫ້ການ​ສະ ໜັບສະໜູນການ​ເປັນ​ເຈົ້າພາບ​ຈັດ​ກອງປະຊຸມ​ທ່ອງ​ທ່ຽວອາ ຊຽນ ​ຄັ້ງທີ 32 ໃຫ້​ມີ​ຜົນສຳ​ເລັດ​ອັນ​ຈົບງາມ, ພ້ອມທັງອວຍພອນ​ໃຫ້ການ​ດຳ​ເນີນ​ທຸລະ​ກິດ​ ຈົ່ງ​ປະ ສົບ​ຜົນສຳ​ເລັດ​ທຸກ​ປະການ​ເຮັດ​ໃຫ້​ບໍລິສັດ​ມີ​ຄວາມ​ເຂັ້ມ​ແຂງ ແລະ ກ້າວໜ້າຍິ່ງ​ຂຶ້ນ.
         ທ່ານລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະ ນະທຳ ​ແລະ ທ່ອງ​ທ່ຽວ​ ຍັງໄດ້​ຊີ້​ໃຫ້​ເຫັນ​ວ່າ: ສປປ ລາວ ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບຈັດກອງປະ ຊຸມດັ່ງກ່າວເປັນ​ຄັ້ງທີ​ສອງ, ຫລັງ​ຈາກ​ກ່ອນໜ້ານີ້​ ໄດ້​ເປັນ​ເຈົ້າພາບ​ຈັດ​​​ເມື່ອ​ປີ 2004 ຊຶ່ງ​ມີ​ຄວາມ​ສຳຄັນ​​ຢ່າງ​ຍິ່ງ ​ເປັນ​ໂອ ກາດ​ທີ່​ບັນດາ​ລັດຖະມົນຕີ​ທ່ອງ​ທ່ຽວພາຍ​ໃນ​ຄອບຄົວ​ອາຊຽນ ໄດ້​ປຶກສາ​ຫາ​ລື ​ແລກປ່ຽນບົດ ຮຽນ​ໃນ​ການ​ພັດທະນາ​ວຽກ ງານ​ການທ່ອງທ່ຽວ​ ໃຫ້​ນັບ​ມື້ດີ​ຂຶ້ນ​ເລື້ອຍໆ, ກອງ​ປະຊຸມ​ຄັ້ງນີ້ ຈະ​ມີ​ບັນດາ​ລັດຖະມົນຕີ​ທ່ອງ​ທ່ຽວພ້ອມ​ຄະນະຈາກ 11 ປະ​ເທດ​ອາຊຽນ​ເຂົ້າ​ຮ່ວມ ​ແລະ ມີ​ຮ້ານ​ວາງສະ​ແດງ​ຫລາຍ​ກວ່າ 550 ຮ້ານ.

No comments:

Post a Comment