Ad

Ad

18 January 2013

ອຸດົມໄຊ ເຜີຍແຜ່ນະໂຍບາຍການເກີດລູກ ແລະ ປິ່ນປົວເດັກນ້ອຍອາຍຸລຸ່ມ 5 ປີ ໂດຍບໍ່ເສຍຄ່າ



     ​ໃນ​​ວັນ​ທີ 16 ມັງກອນນີ້, ແຂວງ​ອຸດົມ​​ໄຊ ​ໄດ້​ຈັດ​ກອງ​ປະ ຊຸມການຈັດ​ຕັ້ງ​ປະຕິບັດ​ນະ​ໂຍ ບາຍ​ການ​ເກີດ​ລູກ ​ແລະ ປິ່ນປົວ​ເດັກ​ອາຍຸ​ລຸ່ມ 5 ປີ ​ໂດຍ​ບໍ່​ເສຍ​ຄ່າ ຂັ້ນ​ແຂວງ​ຂຶ້ນ ຢູ່ພະ​ແນ​ກສາທາ ລະນະ​ສຸກ​ແຂວງອຸດົມໄຊ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ໂອ ວາດ ຈັນທະ​ວົງ ຫົວໜ້າ​ພະ​ແນ​ກ ສຶກສາ​ທິການ ​ແລະ ກິລາ​ແຂວງອຸ ດົມໄຊ.
      ຈຸດປະສົງຂອງ​ກອງ​ປະຊຸມ ດັ່ງກ່າວແມ່ນ​ເພື່ອເຜີຍ​ແຜ່, ຊີ້​ແຈງ ​ແລະ ​ແນະນຳ​ການຈັດ​ຕັ້ງ​ປະຕິບັດ​ນ​ະໂຍບາຍ​ການ​ບໍລິການ​ເກີດ​ລູກ ​ແລະ ປິ່ນປົວ​ເດັກ​ອາຍຸ​ລຸ່ມ 5 ປີ​ໂດຍ​ບໍ່​ເສຍ​ຄ່າ, ຄົ້ນ​ຄວ້າ​ສ້າງ​ຄວາມ​ເຂົ້າ​ໃຈ​ຕໍ່​ນະ​ໂຍບາຍ ແລະ ຂັ້ນ​ຕອນ​ຕ່າງໆ​ ໃນ​ການຈັດ​ຕັ້ງ​ປະຕິບັດ​ ​ແລະ ປິ່ນປົວ​ໂດຍ​ບໍ່​ເສຍ​ຄ່າ, ກຳນົດ​ຂອບ​ເຂດ​ການ ຈັດ​ຕັ້ງ​ປະຕິບັດ ​ແລະ ກິດຈະກຳ​ ທີ່​ຈະ​ໄດ້​ປະຕິບັດຢູ່ແຕ່ລະ​ຂັ້ນ​ໃຫ້​ແກ່​ການ​ສະໜັບສະໜູນ​ການ​ເກີດ​ລູກ ​ແລະ ປິ່ນປົວ​ເດັກ​ອາຍຸ​ລຸ່ມ 5 ປີ ​ໂດຍ​ບໍ່​ເສຍ​ຄ່າ ​ເພື່ອ​ກະກຽມ​ຄວາມ​ພ້ອມ​ໃນ​ການ​ຄຸ້ມຄອງ​ລະ ບົບ​ການ​ເງິນ ​ແລະ ການ​ສະໜອງ​ການ​ບໍລິການ​ ລວມທັງ​ການ​ຕິດ  ຕາມ​ກວດກາ. ພ້ອມນີ້​ ບັນດາ​ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຟັງ​ການ​ລາຍ​ງານກ່ຽວ​ກັບ​ການ​​ໃຫ້​ບໍ​ລິ​ການ​ແມ່ ​ແລະ ​ເດັກ​ເກີດ​ໃໝ່ ​ແລະ ​ເດັກ ນ້ອຍຂອງ​ແຂວງ​ ໂດຍ​ສົມ​ທຽບ​ຕົວ​ເລກ​ບໍລິການ​ປີ 2010, 2011 ແລະ 6 ​ເດືອນ​ຕົ້ນ​ປີ 2012, ສະ​ເໜີ​ຄວາມ​ເປັນ​ມາ ​ແລະ ​ເຫດຜົນ​ກາ ນຈັດ​ຕັ້ງ​ປະຕິບັດ​ນະ​
ໂຍບາຍ​ເກີດ​ລູກ​ບໍ່​ເສຍ​ຄ່າ, ​ການຄຸ້ມ​ຄອງງົບ ປະມານ, ສະ​ເໜີ​ຄູ່​ມືການ​ໃຫ້​ບໍລິ ການ​ເກີດລູກ ​ແລະ ການ​ປິ່ນປົວ​ເດັກ, ລະບົບ​ການ​ເງິນ​ງົບປະມານ​ ເພື່ອ​ການຈັດ​ຕັ້ງ​ປະຕິບັດ, ວິທີ​ການ​ໂອນ​ເງິນ​​ແຕ່ລະ​ຂັ້ນ, ການ​ປະກອບ​ເອກະສານ​ສຳລັບ​ຂໍ​ທົດ​ແທນ​ເງິນ​ຄືນ​ໃຫ້​ແກ່​ສະຖານ​ທີ່​ບໍ ລິການ, ບັດ​ມູນ​ຄ່າ​ສຳລັບ​ເກີດ​ລູກ​ບໍ່​ເສຍ​ຄ່າ,​ ເຝິກ​ການ​ປະກອບ​ເອ  ກະສານ ​ເພື່ອ​ຂໍ​ເງິນ​ທົດ​ແທນ​ຄືນ​ ສຳລັບ​ແຕ່ລະ​ຂັ້ນ​ເຊັ່ນ: ຂັ້ນສຸກສາ ລາ,​ ໂຮງໝໍ​ເມືອງ, ສາທາລະນະ ສຸກ​ເມືອງ,​ ໂຮງໝໍ​ແຂວງ, ສາທາ ລະນະສຸກ​ແຂວງ, ການ​​ແຕ່ງ​ຕັ້ງ​ຄະນະ​ກຳມະການ​ກວດກາ​ການ​ເງິນ, ​ແນະນຳ​ວິທີ​ຄິດ​ໄລ່​ ອີງ​ໃສ່​ມູນ​ຄ່າ​ທີ່​ນະ​ໂຍບາຍ, ການ​ໂຄສະ ນາ​ປຸກລະດົມ ​ແລະ ບາດກ້າວ​ຕໍ່​ໄປ​ໃນ​ການຈັດ​ຕັ້ງ​ປະຕິບັດ​, ຫຼັງ​​ກອງ​ປະຊຸມ​ແນ​ະນຳ​ຂັ້ນ​ແຂວງ ເປີດ​ກວ້າງ​ໃຫ້​ບັນດາ​ຄະນະ​ກຳ ມາ​ທິການ​ແມ່ ​ແລະ ເດັກຂັ້ນ​ແຂວງ,​ ເມືອງ ​ໄດ້​ປຶກສາ​ຫາລື​ແລກປ່ຽນ​ຄວາມ​ຄິດ​ເຫັນ​ກັນ​ ເພື່ອ​ປະກອບ​ເຂ​ົ້າ​ໃນ​ວຽກ​ງານ​ດັ່ງກ່າວ​ໃຫ້​ສອດຄ່ອງ​ກັບ​ສະ ພາບ​ຕົວ​ຈິງ. ກອງ​ປະຊຸມ​ເທື່ອ​ນີ້ ໄດ້​ດຳ​ເນີນ​ໄປ​ເປັນ​ເວລາ 2 ມື້ ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນ​ງົບປະມານ​ຂອງ​ລັດຖະບານ.

No comments:

Post a Comment