Ad

Ad

18 January 2013

ການສະແດງສິລະປະວັນນະຄະດີ ໃນພິທີເປີດ-ປິດກອງປະຊຸມ ທ່ອງທ່ຽວພ້ອມແລ້ວ



       ວັນທີ 17 ມັງກອນນີ້ ຢູ່ຫໍວັດ ທະນະທຳແຫ່ງຊາດ ໄດ້ມີການ ເຝິກແອບໃຫຍ່ຂອງການສະແດງ ສິລະປະວັນນະຄະດີ ເພື່ອກຽມ ຄວາມພ້ອມໃນການສະແດງ ຕ້ອນຮັບບັນດາຜູ້ແທນທີ່ເຂົ້າມາ ຮ່ວມໃນກອງປະຊຸມທ່ອງທ່ຽວ ອາຊຽນ ແລະ ພິທີເປີດ-ປິດ ກອງ ປະຊຸມດັ່ງກ່າວ ທີ່ລາວເຮົາຈະ ໄດ້ຮັບກຽດເປັນເຈົ້າພາບໃນລະ ຫວ່າງວັນທີ 18-24 ມັງກອນນີ້. ໃຫ້ກຽດເຂົ້າຊົມການເຝິກແອບ ໃຫຍ່ໃນຄັ້ງນີ້ໂດຍແມ່ນທ່ານ ບໍ່ ແສງຄຳ ວົງດາລາ ລັດຖະມົນຕີ ວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ການເຝິກແອບໃຫຍ່ຄັ້ງສຸດທ້າຍ ກ່ອນທີ່ຈະສະແດງແທ້ໃນມື້ຮັບ ໃຊ້ກອງປະຊຸມ ໂດຍຈະມີ 14 ລາຍການສະແດງ, ເຊິ່ງມີເນື້ອ ໃນສະແດງເຖິງສິລະປະວັນນະ ຄະດີ, ການນຸ່ງຖື, ຮີດຄອງປະເພ ນີ, ວັດທະນະທຳທີ່ເປັນເອກະລັກ ຂອງຊາດລາວເຮົາ. ເພື່ອໃຫ້ບັນ ດາຜູ້ແທນ ແລະ ແຂກທີ່ມາຮ່ວມ ກອງປະຊຸມໄດ້ເຫັນເຖິງສິລະປະ ວັນນະຄະດີອັນເປັນເອກະລັກ ຂອງຊາດເຮົາ, ໃນປັດຈຸບັນການ ສະແດງດັ່ງກ່າວພ້ອມແລ້ວ 100%.

No comments:

Post a Comment