Ad

Ad

18 January 2013

ລາວ-ອາກຊັງຕິນລົງນາມແລກປ່ຽນສັດຕະຍາບັນການຮ່ວມມືດ້ານເສດຖະກິດ



    ​ຂ່າວ​ຈາກ​ບາງກອກ​ໃຫ້​ຮູ້ວ່າ: ໃນ​ຕອນ​ບ່າຍ​ວັນ​ທີ 11 ມັງກອນ​ນີ້, ຢູ່​ສະຖານ​ເອກ​ອັກຄະ​ລັດຖະ ທູດ​ແຫ່ງ ສາທາລະນະ​ລັດ ປະຊາ ທິປະ​ໄຕ ປະຊາຊົນ​ລາວ ປະຈຳ ຣາຊະ​ອານາຈັກ​ໄທ ​ໄດ້​ມີ​ການ​ລົງ​ນາມ​ການ​ແລກປ່ຽນ​ສັດຕະຍາບັນ ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ຄ້າ ລະ ຫວ່າງ ສາທາລະນະ​ລັດ ປະຊາ ທິປະ​ໄຕ ປະຊາຊົນ​ລາວ ກັບ ປະ​ເທດ​ອາກຊັງ​ຕິນ. ຕາງໜ້າ​ໃຫ້​ລັດຖະບານ​ລາວ​ແມ່ນ​ທ່ານ ຫລີ ບຸນຄ້ຳ ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສາທາລະນະ​ລັດ ປະຊາທິ ປະ​ໄຕ ປະຊາຊົນ​ລາວ ປະຈຳຣາ ຊະ​ອານາຈັກ​ໄທ, ຝ່າຍ​ອາກຊັງ​ຕິນ ​ແມ່ນ​ທ່ານ​ນາງ ​ແອນ​ນາ ມາ​ເຣຍ ຣາມີຣາສ (Ana Maria RAMIRAZ) ​ເອກ​ອັກຄະ​ລັດຖະ ທູດ​ອາກຊັງ​ຕິນປະຈຳຣາຊະ​ອາ ນາຈັກ​ໄທ.
    ລາວ-ອາກຊັງ​ຕິນ ລົງ​ນາມ​ສັນ ຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ ​ເມື່ອ​ວັນ​ທີ 11 ທັນວາ 2012. ການ​ລົງ​ນາມ​ແລກປ່ຽນ​ສັດຕະຍາບັນ​ເທື່ອ​ນີ້ ​​ແມ່ນ​ເພື່ອ​ເຮັດ​ໃຫ້​ສັນຍາ​ດັ່ງກ່າວ​ມີ​ຜົນ​ບັງຄັບ​ໃຊ້, ​ເປັນ​ການ​ຊຸກຍູ້​ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ເສດຖະ ກິດ-ການ​ຄ້າ, ປະກອບ ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງ ຄົມ​ຂອງ​ສອງ​ປະ​ເທດ​ໃຫ້​ນັບ​ມື້ນັບ​ຂະຫຍາຍຕົວ​ຍິ່ງໆ​ຂຶ້ນ​ໄປ.

No comments:

Post a Comment