ວັນທີ 16 ມັງກອນນີ້ຢູ່ກົມ ຮູບເງົາກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ທ່ານບຸນເຈົ້າພິຈິດ ຫົວໜ້າກົມຮູບເງົາ
ແລະ ທ່ານ ສົມພົງ ພັກດີ ຜູ້ ກຳກັບການສະແດງເລື່ອງ “ ຂວັນນາງ ” ໄດ້ຖະແຫຼງຕໍ່ສືມວນຊົນກ່ຽວກັບຮູບເງົາເລື່ອງ
“ ຂວັນນາງ ” ເຊິ່ງເປັນຮູບເລື່ອງໃໝ່ທີ່ສ້າງຂຶ້ນເພື່ອສ່ອງແສງໃຫ້ເຫັນ ເຖິງການດຳລົງຊີວິດຂອງຄົນລາວບາງແງ່ມຸມທີ່ຄົນບໍ່ທັນຮູ້,
ເປັນທາງເລືອກໃຫ້ຊາວໜຸ່ມລາວຜູ້ທ່ີຍັງບໍ່ມີວິຊາອາຊີບ ແລະ ຊາວໜຸ່ມທ່ີຍັງຫຼົງຜິດຄິດຢາກຫາເງິນໃນທາງທີ່ບໍ່ດີໄດ້ເຫັນຄຸນຄ່າຂອງການເຮັດວຽກໃນໂຮງ
ງານ, ເປັນການຫາລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວ ແລະ ເປັນການສົ່ງເສີມຊາວໜຸ່ມລາວໃຫ້ມີວຽກເຮັດງານທຳໂດຍສະເພາະແມ່ນການປະກອບສ່ວນເຂົ້າໃນຂົງເຂດອຸດສາຫະກຳ
ທ່ານ ສົມພົງ ກ່າວວ່າ: ຮູບເງົາເລື່ອງດັ່ງກ່າວ ເປັນບົດປະພັນຂອງທ່ານ ອາຈານ
ກາວິນ ເວົ້າ
ເຖິງ ຜູ້ຍິງບ້ານນອກຄົນໜຶ່ງຮຽນໜັງສືຈົບພຽງ
ມ 6 ຍ້ອນຄວາມທຸກຍາກຂາດເຂີນໃນຄອບຄົວເຊິ່ງມີແຕ່ແມ່ພຽງຄົນດຽວທີຫາເງິນສົ່ງລູກຮຽນຈົນຈົບແຕ່ຍ້ອນຊະຕາກຳຈຶ່ງເຮັດໃຫ້ຜູ້ຍິງຄົນໜຶ່ງທີ່ຊື່ວ່າ
ຂວັນນາງ ໄດ້ພັດພາກຈາກແມ່, ນ້ອງແລະຖິ່ນຖານບ້ານເກີດເມືອງນອນຂອງຕົວມາສູ່ຕົວເມືອງໃຫຍ່,
ເຊິ່ງເປັນບ່ອນທີ່ມີຄົນມາກໜ້າຫຼາຍຕາສູ່ໂຮງງານຕັດຫຍິບ, ນາງເປັນຄົນຫ້າວຫັນຕໍ່ວຽກງານແຕ່ຕ້ອງມີອັນເປັນໄປຊຶ່ງນາງຖືກຫຼອກໄປຂາຍຂ້າມຊາດຈາກນ້ຳມືຂອງເພື່ອນຮັກແພງທີ່ເຕີບໃຫຍ່ມານຳກັນຢູ່ບ້ານເກີດ
ແຕ່ຍ້ອນຄຸນງາມຄວາມດີຂອງນາງທີ່ມີແນວຄິດຢາກຫຼຸດພົ້ນອອກຈາກຄວາມທຸກຍາກ
ແລະ ຢາກຍົກລະດັບຕົນເອງໃຫ້ກາຍເປັນຄົນທີມີຄວາມຮູ້ຄວາມສາມາດຊ່ວຍເຫຼືອຕົນເອງ
ແລະຄອບຄົວໄດ້ດ້ວຍສະຕິປັນຍາຂອງຕົນ, ນາງຄິດວ່າການສືກສາເປັນເໜືອນແສງສະຫວ່າງທີຈະພາໃຫ້ລາວພົ້ນທຸກ,
ນາງໄດ້ຍາດເວລາໄປຮ່ຳຮຽນຢູ່ໂຮງຮຽນແຫ່ງໜຶ່ງຈົນຈົບໄດ້ຮັບໃບປະ ກາດ ແລະ
ທາງໂຮງງານບ່ອນທີນາງເຮັດວຽກຢູ່ນັ້ນກໍໄດ້ມອບໜ້າທ່ີອັນຍິ່ງໃຫຍ່ໃຫ້ນາງ
ແລະປະສົບຜົນສຳເລັດໃນໜ້າທ່ີ ແລະ ຄວາມຮັກຂອງນາງ ຮູບເງົາເລື່ອງດັ່ງ ກ່າວມີນັກສະແດງປະມານ
40 ກວ່າຄົນໃນນັ້ນ, ນັກສະແດງມີ 4 ຄົນຄື
ທ້າວ ຄຳປະສົງ ທິລະສັກ ນັກຮ້ອງວົງ ແບັກອາຍ ຮັບໜ້າທີ່ ເປັນພະເອກຂອງເລື່ອງ
ແລະ ຜູ້ທີ່ ຮັບບົດບາດເປັນນາງເອກຂອງເລື່ອງແມ່ນ ນາງ ດວງດາລາ ໂຄສົກວິທະຍຸໂທລະພາບ,
ຜູ້ຮັບບົດເປັນໂຕຮ້າຍແມ່ນນາງໄພວັນ ນາງແບບ ແລະ ພິທີກອນ ແລະ ຍັງມີ ທ່ານ ບຸນມະນີ ພົມມະສານ ພະນັກ ງານສັງກັດຢູ່ກະຊວງວິທະຍາ
ສາດ ແລະ ເຕັກໂນໂລຊີ ສະແດງເປັນຜູ້ອຳນວຍການໂຮງງານຕັດຫຍິບ. ຮູບເງົາເລື່ອງດັ່ງກ່າວແມ່ນເລີ່ມຖ່າຍທຳແຕ່ເດືອນພະຈິກ
2012 ແລະ ຈະໃຫ້ສຳເລັດໃນເດືອນກໍລະກົດ
2013 ນີ້, ຄາດວ່າຈະໃຫ້ໄດ້້ເຂົ້າສາຍໃນເດືອນກັນຍາ 2013ນີ້ ສະຖານທີ່ຖ່າຍທຳແມ່ນນະຄອນ
ຫຼວງວຽງຈັນ ແລະ ສະຫວັນນະເຂດ.

No comments:
Post a Comment