Ad

Ad

18 January 2013

ລາວຈະມີການຄັດເລືອກເອົາຜູ້ດີເດັ່ນຂອງພາກປະຊາຊົນໃນການປະກອບສ່ວນແກ້ໄຂຄວາມທຸກຍາກເພື່ອຮັບ ລາງວັນອາຍຊຽນ



       ​ເຊົ້າວັນ​ທີ 11 ມັງກອນ​ນີ້, ຢູ່​ຫ້ອງ​ປະຊຸມຄະນະ​ພັດທະນາ​ຊົນ​ນະ​ບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ (ຄພທສ) ​ໄດ້​ຈັດ​ກອງ​ປະຊຸມ​ຄັດ​ເລືອກ​ເອົາ​ຜູ້​ມີ​ຜົນງານ​ດີ​ເດັ່ນ​​ໃນ​ພາກ​ປະຊາ ຊົນ ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຢ່າງ​ມີ​ຜົນສຳ​ເລັດ ​ເພື່ອ​ຮັບ​ລາງວັນ​ອາ​ຊຽນ ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ຈິດ ທະວີ​ໄສ ຫົວ ໜ້າ​ຫ້ອງການ​ແຜນການ ​ແລະ ພົວພັນ​ຕ່າງປະ​ເທດ, ຄະນະ​ພັດທະນາ​ຊົນນະ ບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ ສູນ​ກາງ, ຫົວໜ້າ​ຄະນະ​ຮັບຜິດຊອບ​ຄັດ​ເລືອກ​ອົງການ​ພາກ​ປະຊາຊົນທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ດັ່ງກ່າວ.
    ​ໂດຍ​ຜັນ​ຂະຫຍາຍ​ຈິດ​ໃຈ​ຂອງ​ກອງ​ປະຊຸມລັດຖະມົນຕີ​ພັດທະ ນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ (ພຊລທ) ອາ​ຊຽນ ຄັ້ງທີ VII ຢູ່​ບຣູ​ໄນ​ດາ​ລູຊາ​ລາມ ​ໃນ​ການ​ສົ່ງ​ເສີມ​ການ​ປະກອບ ສ່ວນ​ຂອງ​ພາກ​ປະຊາຊົນ​ເຂົ້າ​ໃນ​ການ​ພັດທະນາ​ຊົນນະບົດ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ, ກອງ​ປະ ຊຸມ​ອາ​ຊຽນປຶກສາ​ຫາລື​ລະ ຫວ່າງພາກ​ລັດ​ກັບ​ພາກ​ເອກະ​ຊົນ ຄັ້ງທີ I ຢູ່ຫວຽດນາມ ​ໄດ້​ຕົກລົງ​ຈັດ​ໃຫ້​ມີ​ການ​ຍ້ອງຍໍ​ສະມາຄົມ- ອົງການ-ພາກ​ປະຊາຊົນ​ຂອງ​ບັນ ດາ​ປະ​ເທດ​ອາ​ຊຽນທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ວຽກ​ງານ​ດັ່ງກ່າວ. ການ​ຍ້ອງຍໍ​ເທື່ອ​ທຳ​ອິດ​ຈະ​ມີ​ຂຶ້ນ​ໃນ​ໂອ ກາດ​ກອງ​ປະຊຸມ​ລັດຖະມົນຕີ​ອາ​ຊຽນ ພຊລທ ຄັ້ງທີ VIII ​ໃນ​ກາງ​ປີ 2013 ຢູ່​ປະ​ເທດ​ອິນ​ໂດ​ເນ​ເຊຍ.

    ປະຕິບັດ​ຕາມ​ແຈ້ງ​ການ​ຂອງ​ຫ້ອງ​ວ່າການ​ລັດຖະບານ, ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບ ລ້າງ​ຄວາມທຸກ​ຍາກ​ຂັ້ນສູນ​ກາງ​ສົມທົບ​ກັບ​ກະຊວງ​ພາຍ​ໃນ, ກະ ຊວງ​ການ​ຕ່າງປະ​ເທດ ​ແລະ ບັນ ດາ​ກະຊວງ​ທີ່​ກ່ຽວຂ້ອງ​ໄດ້​ເປີດ​ກອງ​ປະຊຸມ​ປຶກສາ​ຫາລື ​ເພື່ອ​ຄົ້ນ ຄວ້າ​ສັງ​ລວມຂໍ້​ມູນສະມາຄົມ ​ແລະ ອົງການ​ຈັດຕັ້ງມະຫາຊົນ​ຮາກ​ຖານ ທີ່​ເຮັດ​ວຽກ​ພັດທະນາ​ຊົນ​ນະ​ບົດ ​ແລະ ລຶບລ້າງ​ຄວາມ ທຸກ​ຍາກ ​ແລະ ​ແຕ່ງຕັ້ງຄະນະ​ຮັບຜິດຊອບ​ການ​ຄັດ​ເລືອກ​ເອົາ​ອົງການ​ທີ່​ມີ​ຜົນງານ​ດີ​ເດັ່ນ ​ເພື່ອ​ຮັບ​ລາງວັນ​ອາ​ຊຽນ. ຄະນະ​ປະ ກອບ​ດ້ວຍ​ຜູ້ຕາງໜ້າ​ຈາກ​ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບ ລ້າງ​ຄວາມທຸກ​ຍາກ​ຂັ້ນສູນ​ກາງ, ກະຊວງ​ພາຍ​ໃນ, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ສຶກສາ​ທິ ການ, ກະຊວງ​ສາທາລະນະ​ສຸກ, ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ​ແລະ ສູນ​ກາງ​ຊາວ​ໜຸ່ມ ປປລາວ.
    ຄະນະ​ໄດ້​ລວມປະຊຸມ​ປຶກສາ​ຫາລື​ແບ່ງ​ວຽກ​ກັນ ​ແລະ ກຳນົດ​ແຜນການ​ດຳ​ເນີນ​ງານ ​ເຊິ່ງ​ໄດ້​ສ້າງ​ແບບ​ຟອມ​ເກັບ​ກຳ​ຜົນງານ​ສຳລັບ​ສະມາຄົມ-ອົງການ, ​ໄດ້​ແຈ້ງ​ການ​ໂດຍ​ກົງ ​ແລະ ທັງ​ແຈ້ງ​ຜ່ານ​ບັນດາ​ກະຊວງ ​ແລະ ບັນດາ​ແຂວງ​ໃຫ້​ບັນດາ​ສະມາຄົມ-ອົງ ການ​ໃນ​ທົ່ວ​ປະ​ເທດ​ຊາບ ​ແລະ ຍື່ນ​ຜົນງານ ​ເພື່ອ​ສະໝັກ​ຄັດ​ເລືອກ​ຮັບ​ລາງວັນ. ຈາກ​ນັ້ນ ກໍ​ໄດ້​ເປີດ​ກອງ​ປະຊຸມ​ເຜີຍ​ແຜ່​ມາດຕະ ຖານ​ເງື່ອນ​ໄຂ, ​ເນື້ອ​ໃນ​ຂັ້ນ ຕອນຂອງ​ການ​ຄັດ​ເລືອກ ​ເຊິ່ງມີ 25 ສະມາຄົມ-ອົງການ​ທີ່​ກ່ຽວ ຂ້ອງ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ມາ​ຮ່ວມ, ​ໃນ​ນັ້ນ ​ໄດ້​ສົ່ງ​ບົດ​ລາຍ​ງານ​ຜົນງານ​ເຂົ້າມາສະ​ໝັກ​ຈຳ ນວນ 14 ສະມາຄົມ-ອົງການ. ຄະນະ​ໄດ້​ເປີດ​ກອງ​ປະຊຸມ​ຄັດ​ເລືອກ​​ເບື້ອງຕົ້ນ ​ໂດຍ​ໄດ້​ຄັດ​ຈ້ອນ​ເອົາ 3 ສະມາຄົມ​ທີ່​ມີ​ຜົນງານ​ພົ້ນ​ເດັ່ນ​ກວ່າ​ໝູ່. ​ໃນ​ປັດຈຸບັນ ຄະນະ​ຮັບຜິດຊອບ​ຄັດ​ເລືອກ​ຍັງ​ໄດ້​ສືບຕໍ່​ລົງ​ຢ້ຽມຢາມ​ພື້ນທີ່​ໂຄງການ​ຕົວ​ຈິງ​ຂອງ​ບັນດາ​ສະມາຄົມ​ທີ່​ຖືກ​ຄັດ​ຈ້ອນ ​ເພື່ອ​ເປັນ​ຂໍ້​ມູນ​ໃຫ້​ແກ່​ການ​ຄັດ​ເລືອກ​ຕັດສິນ​ເອົາ 1 ສະ ມາຄົມ-ອົງການ ​ເພື່ອ​ຍື່ນ​ໃຫ້​ກອງ​ເລຂາ​ອາ​ຊຽນບໍ່​ໃຫ້​ກາຍວັນ​ທີ 31 ມັງກອນ​ 2013 ນີ້.
     ການ​ຍ້ອງຍໍ​ດັ່ງກ່າວ ທາງ​ຄະ ນະ​ໄດ້​ຕົກ​ລົງ​ຈັດ​ຂຶ້ນ 2 ປີ​ຕໍ່​ຄັ້ງ ຕາມ​ແຜນການ​ເຄື່ອນ​ໄຫວ​ພັດທະ ນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ອາ​ຊຽນ (2011-2 015) ​ເຊິ່ງຄັ້ງທຳ​ອິດ​ນີ້ຈະ​ຈັດ​ຂຶ້ນ ພ້ອມໆ​ກັບ​ກອງ​ປະຊຸມ​ລັດຖະ ມົນ ຕີ​ພັດທະນາ​ຊົນນະບົດ ​ແລະ ລຶບ ລ້າງ​ຄວາມທຸກ​ຍາກ​ອາ​ຊຽນ ຄັ້ງ ທີ 8 ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ປີ 2013 ຢູ່​ປະ​ເທດ​ອິນ​ໂດ​ເນ​ເຊຍ. ທັງ​ນີ້ກໍ​ເພື່ອ​ເປັນ​ການ​ຮັບ​ຮູ້ ​ແລະ ຍ້ອງຍໍ​ບົດບາດ, ຜົນງານ​ດີ​ເດັ່ນ​ຂອງ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຊົນນະບົດ-ຊຸມ​ຊົນ ​ແລະ ຊີວິດ​ການ​ເປັນ​ຢູ່ ກໍ​ຄື​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ທ້ອງ​ຖິ່ນ ​ແລະ ​ເພື່ອ​ຊຸກຍູ້​ສົ່ງ​ເສີມ NGOs ​ໃຫ້​ສືບຕໍ່​ປະກອບສ່ວນ​ໃຫ້​ຫລາຍ​ກວ່າ​ເກົ່າ ​ເພື​່ອສູ້​ຊົນ​ບັນລຸ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015.

No comments:

Post a Comment