ກອງປະຊຸມສະພາມົນຕີ ຄັ້ງທີ19 ຂອງຄະນະກຳມາທິ
ການແມ່ນ້ຳຂອງສາກົນ ໄດ້ໄຂ ຂຶ້ນໃນວັນທີ 16-17 ມັງກອນ 2012 ຢູ່ແຂວງຫລວງພະບາງມໍ ລະດົກໂລກ
ໂດຍມີ 4 ປະເທດສະ ມາ ຊິກເຂົ້າຮ່ວມ ຄືລາຊະອານາ ຈັກໄທ, ສສ ຫວຽດນາມ,ກຳປູ ເຈຍ ແລະ ລາວ ເພື່ອສະຫລຸບຕີ ລາຄາຄືນການເຄື່ອນໄຫວ ຂອງ ກຳມາທິການອົງ
ການແມ່ນ້ຳ ຂອງໂດຍສະເພາະກໍແມ່ນການຈັດຕັ້ງປະຕິບັດຖະແຫລງການ ຮ່ວມຫົວຫີນ (ປະເທດໄທ );ການປະຕິບັດຂໍ້ຕົກລົງຂອງຄະນະກຳມາທິການໃນກອງປະຊຸມປີ 2011 ຢູສຽມຣຽບ ກຳປູເຈຍຕໍ່ ຄວາມພະຍາຍາມຂອງ 4ປະເທດໃນ ການຈັດຕັ້ງໂຄງການຄົ້ນຄວ້າ ການພັດທະນາ ແລະຄຸ້ມ ຄອງການນຳໃຊ້ຊັບພະຍາກອນນ້ຳໃນຂົງເຂດແມ່ນ້ຳຂອງລວມທັງການສ້າງເຂື່ອນໄຟຟ້າ .
ບັນດາຫົວຂໍ້ກອງປະຊຸມ ທີ່ ຄົ້ນຄວ້າ ໂດຍໄດ້ເປັນເອກະພາບ
ກັນນັ້ນ ຈະສົ່ງໃຫ້ລັດຖະບານ ຍີ່ ປຸ່ນເພື່ອຂໍ ການສະໜັບທຶນສະໜູນ ເພື່ອຈັດຕັ້ງປະຕິບັດໂຄງການ.
ພ້ອມນີ້ກອງປະຊຸມຍັງເປັນເອກະ ພາບກັນຫລາຍບັນ ຫາທີ່ສຳຄັນ ຄືຮຽກຮ້ອງກອງເລຂາຊຸກດັນ ໃຫ້ໂຄງການປະຕິບັດໂດຍໄວ,
ສົ່ງເອກະສານທຳອິດໃຫ້ແກ່ບັນ ດາຜູ້ສະໜັບສະໜູນ,ສະເໜີອະນຸ ກຳມາການແນະນຳລາຍລະ ອຽດໃຫ້ແກ່ກອງເລຂາແມ່ນ້ຳ
ຂອງປະຕິບັດ ເປັນລະບົບຄົບຊຸດ, ນະໂຍບາຍ,ບັນດາການຈັດຕັ້ງ ໃນຄະນະກຳມະການແນໃສ່ກະ ຕຸ້ນການຮ່ວມມືພັດທະ
ນາແບບ ຍືນຍົງ. ກອງປະຊຸມ ຍັງໄດ້ຜ່ານ ງົບປະມານການເຄື່ອນໄຫວປີ 2013 ແລະ ວາງຄາດໝາຍຫລາຍ
ບັນຫາສຳຄັນ ແລະ ບັນດາບັນ ຫາທີ່ຈຳເປັນກ່ອນໝູ່.
ຕາມໜັງສືພິມວຽງຈັນທາຍສ໌ ໄດ້ເປີດເຜີຍວ່າ:ໃນມື້ທຳອິດຂອງ
ກອງປະຊຸມດັ່ງກ່າວນັ້ນ,ສະຫະ ພາບເອີຣົບ ໄດ້ເຫັນດີສະໜັບສະ ໜູນທຶນ 4 ລ້ານກວ່າເອີໂຣເພື່ອ
ປະກອບສ່ວນເຂົ້າໃນການຕອບ ໂຕ້ ແລະຮັບມືກັບສະພາບ ການ ປ່ຽນແປງດິນຟ້າອາກາດໃນຂົງ ເຂດພາກພື້ນຈົນຮອດປີ
2015 ຊຶ່ງທຶນດັ່ງກ່າວຈະໄດ້ສຸມໃສ່ຫລາຍໜ້າວຽກ ສຳຄັນກ່ຽວກັບ ການພັດທະນາໃນຂົງເຂດແມ່ ນ້ຳຂອງຕອນລຸ່ມເປັນຕົ້ນແມ່ນ
ການຄ້ຳປະກັນສະບຽງອາຫານ, ການລຶບລ້າງຄວາມທຸກຍາກ ແລະ ອື່ນໆ.
No comments:
Post a Comment