Ad

Ad

18 January 2013

ຄະນະນຳກະຊວງໄປສະນີ-ໂທລະຄົມມະນາຄົມ ແລະ ການສື່ສານພ້ອມດ້ວຍຄະນະຜູ້ບໍລິຫານລາວ ໂທລະຄົມລົງອວຍພອນອ້າຍນ້ອງທະຫານຢູ່ເຂດຫ່າງໄກສອກຫລີກ



     ໃນວັນທີ 16 ມັງກອນ, ຄະນະ ນຳຂອງກະຊວງໄປສະນີ-ໂທລະ ຄົມມະນາຄົມ ແລະ ການສື່ສານ ເຊິ່ງນຳໂດຍ ທ່ານ ຫຽມ ພົມມະ ຈັນ ລັດຖະມົນຕີວ່າການກະຊວງ ດັ່ງກ່າວ ພ້ອມດ້ວຍຄະນະອຳ ນວຍການໃຫຍ່ ແລະ ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນລາວ ໂທລະຄົມ ໄດ້ລົງໄປ ອວຍພອນ ແລະ ຂອງຂວັນໃຫ້ອ້າຍນ້ອງທະຫານ ເຊິ່ງພວມປະຕິ ບັດໜ້າທີ່ຢູ່ ເຂດຫ່າງໄກສອກຫລີກເນື່ອງໃນໂອກາດວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 64 ປີ.
        ຂອງຂວັນທີ່ນຳໄປມອບໃນ ເທື່ອນີ້ປະກອບມີເຄື່ອງອຸປະໂພກ- ບໍລິໂພກ ແລະ ເງິນສົດຈຳນວນ ໜຶ່ງ ເພື່ອເປັນການສ້າງຂະບວນ ການຕ້ອນຮັບວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 64 ປີ ທີ່ຈະມາເຖິງ ແລະ ກໍເປັນການ ອວຍພອນປີໃໝ່ສາກົນ 2013 ແລະ ສະແດງຄວາມເປັນຫ່ວງ ເປັນໃຍຕໍ່ບັນດາພະນັກງານນັກ ຮົບໃນຖັນແຖວກອງທັບ ກໍຄືອ້າຍ ນ້ອງທະຫານ ເຊິ່ງພວມປະຕິບັດ ໜ້າທີ່ປ້ອງກັນຊາດ-ປ້ອງກັນ ຄວາມສະ ຫງົບຢູ່ເຂດຫ່າງໄກ ສອກຫລີກໃຫ້ມີກຳລັງໃຈປະຕິ ບັດພາລະກິດຂອງຕົນຢ່າງມີຜົນ ສຳເລັດ.

No comments:

Post a Comment