ກອງປະຊຸມທ່ອງທ່ຽວອາຊຽນ ຄັ້ງທີ 32 ໄຂຂຶ້ນໃນມື້ນີ້
(18 ມັງ ກອນນີ້) ຢູ່ນະຄອນຫລວງວຽງຈັນ ແລະ ຈະດຳເນີນໄປຮອດວັນທີ 24 ມັງກອນ
2013 ເຊິ່ງມີຄຳຂວັນວ່າ: “ອາຊຽນຈັບມືກັນສ້າງ ສັນອະນາຄົດ” ກອງປະຊຸມຄັ້ງນີ້ແມ່ນໄດ້ຮັບກຽດກ່າວເປີດຢ່າງເປັນທາງການຂອງພະນະທ່ານ
ທອງສິງ ທຳມະວົງ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ, ມີບັນ ດາລັດຖະມົນຕີທ່ອງທ່ຽວອາຊຽນ
ແລະ ເຈົ້າໜ້າທີ່ລະດັບສູງ ດ້ານການທ່ອງທ່ຽວຈາກ ສປ ຈີນ, ສ.ເກົາຫລີ, ຍີ່ປຸ່ນ
ແລະ ຣັດເຊຍ ເຂົ້າຮ່ວມນຳດ້ວຍ.
ໃນກອງປະຊຸມດັ່ງກ່າວຈະມີກິດຈະກຳສຳຄັນດັ່ງນີ້:
ມີກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ, ອາຊຽນ +3, ອາຊຽນ + ອິນເດຍ,
ອາຊຽນ + ຣັດເຊຍ; ກອງປະຊຸມລະດັບລັດ ຖະມົນຕີທ່ອງທ່ຽວອາຊຽນ, ອາຊຽນ +3; ກອງປະຊຸມສະມາຄົມບໍລິສັດການບິນອາຊຽນ;
ກອງປະຊຸມສະມາຄົມໂຮງແຮມ ແລະ ຮ້ານອາຫານອາຊຽນ ເຊິ່ງຈັດຂຶ້ນຢູ່ໂຮງແຮມດອນຈັນພາເລດ
. ພ້ອມນັ້ນກໍຍັງມີການວາງສະແດງການທ່ອງທ່ຽວອາຊຽນ ເຊິ່ງຈະຈັດຂຶ້ນຢູ່ສູນການຄ້າລາວໄອເຕັກ
ຕະຫລອດໄລຍະການປະຊຸມ ເພື່ອໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າຊົມ
ໃນຈຳນວນ 400 ຮ້ານວາງສະແດງດ້ວຍກັນ ແລະ ນອກນັ້ນ ກໍຈະມີການຈັດລາຍການນຳທ່ຽວຢູ່ນະຄອນ
ຫລວງວຽງຈັນ, ຫລວງພະບາງ ແລະ ຈຳປາສັກ ໂດຍຄາດວ່າກອງປະຊຸມຄັ້ງນີ້ຈະມີແຂກພາກລັດ
ແລະ ຜູ້ປະກອບການທ່ອງທ່ຽວຂອງບັນດາປະເທດອາຊຽນເຂົ້າຮ່ວມປະມານ 1.600 ຄົນ.
No comments:
Post a Comment