ເສັ້ນທາງໝາຍເລກ 10 ແຕ່ສາມແຍກບ້ານດອນໜູນຫາເຂດບ້ານທ່າງ່ອນ
ເມືອງໄຊທານີ ນະຄອນ ຫລວງວຽງຈັນ ມີຄວາມຍາວ 12 ກິໂລແມັດ ພວມຈະໄດ້ຮັບການກໍ່ສ້າງໃຫ້ໄດ້ມາດຕະຖານໃນໄວໆນີ້,
ຫລັງຈາກນະຄອນ ຫລວງວຽງຈັນໄດ້ອະນຸ ຍາດໃຫ້ບໍລິສັດເອກະຊົນດຳເນີນການກໍ່ສ້າງ
ໂດຍພິທີເຊັນສັນຍາຮັບເໝົາໄດ້ມີຂຶ້ນໃນວັນທີ 17 ມັງກອນນີ້ ຢູ່ພະແນກໂຍທາທິການ
ແລະ ຂົນສົ່ງນະຄອນ ຫລວງວຽງຈັນ
ລະຫວ່າງທ່ານ ເດດສົງຄາມ ທຳມະວົງ ຫົວໜ້າພະແນກໂຍທາທິການ
ແລະ ຂົນສົ່ງ, ທ່ານ ວິໄຊ ຊາວັນນາ ຫົວໜ້າພະແນກແຜນ ການ ແລະ ການລົງທຶນ ແລະ ທ່ານນາງ
ກົງຈັນ ນະຈັນທີ ຮອງອຳນວຍການບໍລິສັດແພງລຳພັນກໍ່ສ້າງຂົວທາງຈຳກັດ ໂດຍການເຂົ້າຮ່ວມເປັນສີຂີພະຍານຂອງທ່ານ
ອານຸພາບ ຕຸນາລົມ ຮອງເຈົ້າຄອງນະຄອນຫລວງວຽງຈັນ.
ພະແນກໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ:
ໂຄງການກໍ່ສ້າງເສັ້ນທາງແຕ່ສາມແຍກດອນໜູນຫາທ່າງ່ອນມີຄວາມຍາວ 12 ກິໂລແມັດ
ເຊິ່ງນອນໃນທາງຫລວງແຫ່ງຊາດເລກ 10 ແລະ ຢູ່ພາຍໃຕ້ ຂອບເຂດ
ການຄຸ້ມຄອງຂອງນະ
ຄອນຫລວງວຽງຈັນ (ຊ່ວງທີ I) ເປັນເສັ້ນທາງເຊື່ອມຕໍ່ລະ ຫວ່າງແຂວງວຽງຈັນເຂົ້າສູ່ນະຄອນ
ຫລວງວຽງຈັນ ເຊິ່ງຜ່ານເຂດຊຸມຊົນ, ສະຖານທີ່ທ່ອງທ່ຽວທຳມະຊາດ ເຊິ່ງມີພາຫະນະສັນຈອນຜ່ານໄປມາຫລວງຫລາຍໃນແຕ່ລະວັນ.
ອີງຕາມແຜນພັດທະນາຜັງເມືອງຂອງນະຄອນຫລວງວຽງຈັນທີ່ກຳນົດເອົາເຂດທ່າງ່ອນເປັນຕົວເມືອງໃໝ່.
ສະນັ້ນ ຈຶ່ງໄດ້ຈັດບູລິມະສິດເສັ້ນທາງດັ່ງກ່າວເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ
5 ປີ (2011- 2015) ຂອງນະຄອນຫລວງວຽງຈັນ ເພື່ອຮັບປະກັນໃຫ້ເສັ້ນທາງດັ່ງກ່າວມີມາດຕະຖານດີກວ່າເກົ່າ
ແລະ ແກ້ໄຂການສັນຈອນທີ່ແອອັດ, ແຕ່ເນື່ອງຈາກງົບປະ ມານມີຈຳກັດຈຶ່ງໄດ້ອະນຸຍາດໃຫ້ບໍລິສັດແພງລຳພັນກໍ່ສ້າງຂົວທາງຈຳກັດ
ລົງທຶນກໍ່ສ້າງກ່ອນ ໃນມູນຄ່າປະມານ 455 ຕື້ກວ່າກີບ ເພື່ອສ້າງເປັນທາງກວ້າງ
25,20 ແມັດ ໂດຍຈະຕ້ອງຂະຫຍາຍທາງເກົ່າອອກທັງສອງເບື້ອງ, ໃນນັ້ນ ໜ້າທາງລົດແລ່ນ
19 ແມັດ, ປູດ້ວຍອັດສະຟານ 2 ຊັ້ນ, ມີຮ່ອງລະບາຍນ້ຳ ແລະ ທາງຍ່າງ, ມີ ດອນກາງທາງ ແລະ ຕິດຕັ້ງໄຟເຍືອງທາງຄົບຊຸດ
ເຊິ່ງມີໄລຍະເວລາກໍ່ສ້າງ 36 ເດືອນ. ຈາກນັ້ນ ນະຄອນຫລວງວຽງຈັນຈະຊຳ ລະຄືນພາຍຫລັງການກໍ່ສ້າງສຳເລັດພາຍໃນກຳນົດ
5 ປີ.ໂຄງ ການກໍ່ສ້າງດັ່ງກ່າວຈະອຳນວຍຄວາມສະດວກໃນການສັນຈອນໄປມາ, ປະກອບສ່ວນພັດທະນາຕົວເມືອງເຂດທ່າງ່ອນຕາມໂຄງສ້າງຂອງຜັງເມືອງໃໝ່
ແລະ ຈະຊ່ວຍໃຫ້ລະບົບການຄົມມະນາຄົມຈະໄດ້ຮັບການຍົກລະດັບຂຶ້ນຕື່ມ.
ທ່ານ ເດດສົງຄາມ ທຳມະວົງ ຫົວໜ້າພະແນກໂຍທາທິການ
ແລະ ຂົນສົ່ງ ໃຫ້ຮູ້ວ່າ: ໃນປີ 2012 ຜ່ານມາ, ພະແນກໂຍທານະຄອນ ຫລວງວຽງຈັນໄດ້ຮັບອະນຸມັດ
75 ໂຄງການ, ໃນນັ້ນ ການລົງ ທຶນພາຍໃນມີ 73 ໂຄງການ ມູນຄ່າ 5.161 ຕື້ກວ່າກີບ
ແລະ ການລົງທຶນພາຍນອກມີ 2 ໂຄງການ ມູນຄ່າ 60 ລ້ານກວ່າໂດລາສະ ຫະລັດ ໂດຍສ່ວນໃຫຍ່ເລັ່ງໃສ່ການປັບປຸງ
ແລະ ຂະຫຍາຍເສັ້ນ ທາງ, ກໍ່ສ້າງຕາຝັ່ງເຈື່ອນ, ກໍ່ສ້າງລະບົບນ້ຳປະປາ ແລະ ອື່ນໆ
ເຊິ່ງ ລ້ວນແຕ່ແມ່ນການສ້າງປະຖົມປັດໄຈ ເພື່ອຮອງຮັບການຂະ ຫຍາຍຕົວຂອງຕົວເມືອງ
ແລະ ຈັງຫວະຂະຫຍາຍຕົວຂອງການພັດທະນາ.

No comments:
Post a Comment