ພິທີລົງນາມບົດບັນທຶກຊ່ວຍຈຳ (MOU) ກ່ຽວກັບການຂົນສົ່ງທາງບົກລະຫວ່າງ
ສປປ ລາວ,ຣາຊະອານາ ຈັກກຳປູເຈຍ ແລະ ສສ ຫວຽດນາມ(CLV)ວ່າດ້ວຍການຂົນສົ່ງທາງ ບົກໄດ້ມີຂຶ້ນໃນເຊົ້າວັນທີ
17 ມັງກອນນີ້ ຢູ່ ເມືອງປາກເຊແຂວງຈຳປາສັກ ໂດຍພະນະ ທ່ານສົມມາດ ພົນເສນາ ລັດຖະມົນວ່າການ
ກະຊວງໂຍ ທາທິການ ແລະຂົນສົ່ງແຫ່ງ ສປປ ລາວ, ທ່ານ ຕຣາມ ອິບຕຶກ (Ttam iv Tek )ລັດຖະມົນຕີວ່າການກະ
ຊວງໂຍທາທິ ການແລະຂົນສົ່ງ ແຫ່ງຣາຊະອານາຈັກກຳປູເຈຍ ແລະທ່ານ ດິ່ງຫລ້າທັງ (Ding la thang ) ລັດຖະມົນຕີວ່າການກະ ຊວງຄົມມະນາຄົມຂົນສົ່ງແຫ່ງ
ສສ ຫວຽດນາມພ້ອມນີ້ຍັງມີທ່ານ ດຣ ສອນໄຊສີພັນດອນ ເຈົ້າແຂວງໆ ຈຳປາສັກ,ທ່ານຊັດຊາດ ສິດທິພັນ
( ChatchardSittipunt) ລັດຖະມົນຕີວ່າການກະຊວງຄົມ ມະນາຄົມແຫ່ງຣາ ຊະອານາຈັກ ໄທກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ.
ບົດບັນທຶກຊ່ວຍຈຳ(MOU) ດັ່ງກ່າວກໍເພື່ອຮັບປະກັນໃຫ້
ສປປ ລາວ ມີທາງອອກສູ່ທະເລ ແລະມີທາງເລືອກ ໃນການນຳໃຊ້ ທ່າເຮືອນ້ຳເລິກຫຼາຍຂຶ້ນໂດຍປະ ຕິບັດນະໂຍບາຍຂອງລັດຖະບານ
ໃນການຫັນຈາກປະເທດທີ່ບໍ່ມີ ຊາຍແດນຕິດກັບທະເລໃຫ້ກາຍ ເປັນປະເທດເຊື່ອມຕໍ່ແລະບໍລິການ ຜ່ານດ້ານຄົມມະນາຄົມຂົນສົ່ງ,
ພ້ອມ ນີ້ ຍັງເປັນການຜັນຂະ ຫຍາຍ ຂອບການຮ່ວມມືໃນເຂດ 3 ຫຼ່ມພັດທະນາ(Development t
riangle area“ DTA”ໃຫ້ປາກົດຜົນເປັນຈິງ.ດັ່ງນັ້ນກະຊວງໂຍທາ ທິການລະຂົນສົ່ງລາວຈິ່ງໄດ້ເປັນ
ເຈົ້າການສະເໜີຂໍ້ລິເລີ່ມ ໃນການ ສ້າງບົດບັນທຶກຊ່ວຍຈຳ(MOU) ນີ້ຂຶ້ນພ້ອມທັງເປັນການຮັບປະກັນ
ໃຫ້ການຂົນສົ່ງທາງບົກລະຫວ່າງ ສາມປະເທດມີຄວາມ ຮັບປະກັນ ດີຂຶ້ນເຊິ່ງໃນໄລຍະຜ່ານມາ, 3 ປະ
ເທດລາວ-ກຳປູເຈຍ ແລະ ຫວຽດ ນາມກໍໄດ້ ຮ່ວມກັນສຳຫຼວດເສັ້ນ ທາງໃນເຂດ3ຫຼ່ຽມພັດທະນາມາ ແລ້ວຫຼາຍຄັ້ງແລະນັບຕັ້ງແຕ່ທັງ
ສາມປະເທດ ມີການປຶກ ສາຫາລື ກັນຫລາຍຄັ້ງຄື ຄັ້ງທຳອິດໄດ້ມີ ຂຶ້ນໃນປີ2010ຢູ່ເມືອງດົ່ງສ່ວຍ
ແຂວງບິ່ງເຝືອກ ສສ ຫວຽດ ນາມ, ຄັ້ງທີ 2 ມີຂຶ້ນໃນປີ 2011 ຢູ່ ນະຄອນຫລວງວຽງຈັນ ສປປ ລາວ
ແລະຄັ້ງທີ3ປີ2012 ຢູ່ເມືອງ ດາລາດ ແຂວງເລິມ ດົງ ສສ ຫວຽດນາມແລະ ກໍໄດ້ຕົກລົງ ກັນຫລາຍບັນຫາ
ດັ່ງບົດບັນທຶກ ການຮ່ວມມືດັ່ງກ່າວລະບຸໄວ້.ທັງ ນີ້ກໍ ເພື່ອອຳ ນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງທາງບົກລະ
ຫວ່າງ 3ປະເທດໄດ້ໄປມາຫາສູ່ ກັນເປັນປົກກ ຕິສ້າງໂອກາດ ໃຫ້ ສ ປປ ລາວ ໄດ້ມີທາງເລືອກໃນ ການອອກສູ່ທະເລຂອງກຳປູູເຈຍ
ຫວຽດນາມແລະຍັງສາມາດຜ່ານ ກຳປູເຈຍ ໄປຫາບັນດາແຂວງ ພາກໃຕ້ຂອງຫວຽດນາມໃນໄລ ຍະທາງທີ່ສັ້ນທັງສະດວກແລະ
ວ່ອງໄວກວ່າເກົ່າ.

No comments:
Post a Comment