Ad

Ad

21 January 2013

ສາລະວັນແຕ່ງຕັ້ງອະນຸກຳມະ ການຮັບຜິດຊອບພິທີປະດິດສະ ຖານຮູບປັ້ນຫລໍ່ເຫມືອນອົງແກ້ວ



             ພະແນກຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວແຂວງ ສາລະວັນ ໄດ້ຈັດກອງປະຊຸມເຜີຍ ແຜ່ແນະນຳການກະກຽມພິທີປະ ດິດສະຖານ ແລະ ສົມໂພດຮູບປັ້ນ ຫລໍ່ເໝືອນ ອົງແກ້ວ ວິລະບູລຸດ ຂອງຊາດ ກ່ອນມີພັກນຳພາ ຢູ່ສະ ໂມສອນໃຫຍ່ຂອງແຂວງ ໃນວັນ ທີ 16 ມັງກອນນີ້ ໂດຍໃຫ້ກຽດ ເປັນປະທານຂອງທ່ານ ສີສຸວັນ ວົງຈອມສີ ຮອງເຈົ້າແຂວງສາລະ ວັນ ທັງແມ່ນຜູ້ຊີ້ນຳວຽກງານວັດ ທະນະທຳ-ສັງຄົມຂັ້ນແຂວງ.
              ທ່ານ ວັນນະສຸກ ຈຳປາຄຳ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສາລະວັນ ຂຶ້ນຜ່ານຂໍ້ຕົກ ລົງຂອງເຈົ້າແຂວງສາລະວັນ ເລກທີ 11 ວ່າດ້ວຍການແຕ່ງຕັ້ງ ຄະນະຊີ້ນຳຂັ້ນແຂວງ ແລະ ອະນຸ ກຳມະການ ຊ່ວຍວຽກຕ່າງໆ ເພື່ອ ກະກຽມການຈັດພິທີສົມໂພດ ແລະ ປະດິດສະຖານຮູບປັ້ນຫລໍ່ ເໝືອນອົງແກ້ວ, ອີງຕາມຂໍ້ຕົກລົງ ຂອງຄະນະເລຂາທິການສູນກາງ ພັກ ເລກທີ 04/ຄລສພ, ລົງວັນທີ 15 ພຶດສະພາ 2009 ແລະ ອີງຕາມ ມະຕິຕົກລົງຂອງ ຄະນະປະຈຳພັກ ແຂວງ ເລກທີ 31/ຄຈພຂ.ສ/ວ, ຄະນະກະກຽມຂັ້ນແຂວງ ມີຄື ທ່ານ ຄຳບຸ່ນ ດ້ວງປັນຍາ ເຈົ້າ ແຂວງ ສາລະວັນ ເປັນປະທານກິຕິ ມະສັກ, ທ່ານ ສີສຸວັນ ວົງຈອມສີ ຮອງເຈົ້າແຂວງສາລະວັນ ເປັນ ປະທານຄະນະກຳມະການກະ ກຽມຈັດພິທີສົມໂພດ ແລະ ປະດິດ ສະຖານອົງແກ້ວ ທັງແມ່ນຜູ້ບໍລິ ຫານງານກວດກາຊີ້ນຳລວມ ລົງ ເລິກຊີ້ນຳອະນຸກຳ
ມະການເນື້ອ ໃນ, ເລຂານຸການ ແລະ ປະສານ ງານ; ແຕ່ງຕັ້ງປະທານແນວລາວ ສ້າງຊາດແຂວງ ຊີ້ນຳອະນຸກຳ ມະການສາ ສະໜາ; ຫົວໜ້າຄະນະ ຈັດຕັ້ງແຂວງ ຊີ້ນຳອະນຸກຳມະ ການພິທີການ; ປະທານກວດກາ ພັກ-ລັດແຂວງ ຊີ້ນຳອະນຸກຳມະ ການສະຖານທີ່ ແລະ ເຕັກນິກ; ຮອງເຈົ້າແຂວງສາລະວັນ ຊີ້ນຳ ອະນຸກຳມະການເສດຖະກິດລະ ດົມທຶນ; ຫົວໜ້າກອງບັນຊາ ການ ທະຫານແຂວງສາລະວັນ ຊີ້ນຳ ອະນຸກຳມະການ ປກຊ-ປກສ; ປະ ທານສານປະຊາຊົນ ຊີ້ນຳອະນຸກຳມະການກ້ອນ ກຳລັງແຫ່; ຫົວ ໜ້າໂຄສະນາອົບຮົມແຂວງ ຊີ້ນຳ ອະນຸກຳມະການໂຄສະນາ ແລະ ປະຊາສຳພັນ; ຫົວໜ້າພະແນກ ຖວທ ແຂວງ ເປັນຫົວໜ້າອະນຸກຳ ມະການດ້ານເນື້ອໃນ; ຫົວໜ້າ ຫ້ອງວ່າການປົກຄອງແຂວງ ເປັນຫົວໜ້າອະນຸພິທີການ ແລະ ຮັບແຂກ; ຫົວໜ້າພະແນກ ຍທຂ ແຂວງ ເປັນຫົວໜ້າອະນຸກຳມະ ການສະຖານທີ່ ແລະ ທ່ານ ດຣ. ກິດສະນະ ໜໍ່ແກ້ວ ຕາງໜ້າຕະ ກຸນອົງແກ້ວ ເປັນຜູ້ຊ່ວຍວຽກຮັບ ແຂກ ແລະ ອະນຸກຳມະການອື່ນໆ ອີກຈຳນວນໜຶ່ງ.
              ໃນໂອກາດດຽວກັນນັ້ນ, ກອງ ປະຊຸມກໍໄດ້ປະກອບຄຳຄິດຄຳ ເຫັນຄົ້ນຄວ້າປຶກສາຫາລືການ ເຄື່ອນຍ້າຍຮູບຫລໍ່ ອົງແກ້ວຈາກ ສູນກາງ ເພື່ອມາປະດິດສະຖານ ຢູ່ແຂວງຂອງຕົນ. ປະທານຍັງໄດ້ ເນັ້ນຕື່ມອີກວ່າ: ໃຫ້ແຕ່ລະອະນຸກຳມະການ ເອົາໃຈໃສ່ຢ່າງເຂັ້ມ ງວດຕໍ່ໜ້າທີ່ຂອງຕົນ ເປັນຕົ້ນວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບໃຫ້ມີຄວາມປອດໄພ.

No comments:

Post a Comment