Ad

Ad

21 January 2013

ໄຊຍະບູລີ ຖະແຫລງຂ່າວມະຫະກຳບຸນຊ້າງປີ 2013



            ທ່ານ ບຸນຍັງ ຈັນດາລະສານ ຮອງເຈົ້າແຂວງໄຊຍະບູລີ ປະ ທານຈັດງານມະຫາກຳບຸນຊ້າງ ໄດ້ຖະແຫລງຂ່າວຕໍ່ສື່ ມວນຊົນ ໃນວັນທີ 19 ມັງກອນນີ້ ຢູ່ເມືອງ ໄຊຍະບູລີ    ແຂວງໄຊ ຍະບູລີ ກ່ຽວກັບການຈັດງານມະຫາກຳບຸນຊ້າງປະ​ຈຳປີ 2013 ວ່າ:     ມະຫະກຳບຸນຊ້າງໄຊຍະບູລີ   ຈະມີຂຶ້ນ ຢ່າງເປັນທາງການ ໃນ ລະຫວ່າງວັນທີ 17 - 19 ກຸມພາ 2013 ທີ່ເມືອງ ໄຊຍະບູລີ    ໂດຍ ຈະມີຊ້າງຈຳນວນ 64  ໂຕເຂົ້າ ຮ່ວມ.   ໄຊຍະບູລີແມ່ນແຂວງ ໜຶ່ງທີ່ມີປະຊາກອນຊ້າງຫລາຍ ກວ່າໝູ່ໃນປະ ເທດລາວ ເຊິ່ງປັດ ຈຸບັນທົ່ວແຂວງມີຊ້າງຫລາຍ ກວ່າ 400 ໂຕ,   ເພື່ອສົ່ງເສີມໃຫ້ ປະຊາຊົນບັນດາເຜົ່າມີສ່ວນຮ່ວມ ໃນການ ອະນຸລັກຊ້າງ, ການນຳໃຊ້ຊ້າງປະກອບສ່ວນພັດທະນາຄຸນນະພາບຊີວິດຕິດ ພັນກັບການສົ່ງເສີມການທ່ອງທ່ຽວແຂວງ ໄຊຍະບູລີ ໄດ້ເລີ່ມຈັດງານມະ ຫະກຳບຸນຊ້າງໃນປີ 2007  ຢູ່ທີ່ ບ້ານວຽງແກ້ວ  ເມືອງຫົງສາ  ຈາກນັ້ນກໍຈັດຂຶ້ນເປັນຄັ້ງ ທີສອງ ທີ່ເມືອງປາກລາຍ ແລະ ເມືອງໄ ຊຍະບູລີ  ໂດຍໝູນວຽນເປັນເຈົ້າ ພາບ, ເລີ່ມແຕ່ປີ 2012 ເປັນ ຕົ້ນມາໄດ້ກຳນົດ
ເອົາມະຫາກຳ ບຸນຊ້າງເປັນງານທ່ອງທ່ຽວສຳ ຄັນຂອງແຂວງຊຶ່ງຈະຈັດຂຶ້ນຢູ່ ເມືອງໄຊຍະບູລີເມືອງເທດສະ ບານຂອງ ແຂວງໃນທ້າຍເດືອນ ກຸມພາຂອງທຸກໆປີ, ສະເພາະປີ 2013 ມະຫະກຳບຸນຊ້າງຈະຈັດ ຂຶ້ນໃນລະຫວ່າງວັນທີ 17-19  ກຸມພາຖື ວ່າເປັນຄັ້ງທີ  7 ມີຊ້າງ ທັງໝົດ​ 64  ໂຕ ເຂົ້າຮ່ວມ ແລະ ຈະມີຫລາກຫລາຍກິດຈະກຳ ກ່ຽວກັບຊ້າງ ເຊັ່ນ:   ຂະບວນ ແຫ່ຊ້າງ,   ການປະກວດຊ້າງ ງາມປະຈຳປີ, ສາທິດການສະ ແດງຊ້າງ, ການສະແດງຊ້າງ ຄຳຮູ້, ການບາສີສູ່ຂວັນຊ້າງ,    ການບໍລິ ການຂີ່ຊ້າງ, ຈັດອາ ຫານຊ້າງ,ກິດຈະກຳຊ້າງອາບ ນ້ຳ, ສາທິດການນຳໃຊ້ແຮງ ງານຊ້າງ, ສາທິດການເອົາຊ້າງ ເຂົ້າເຄື່ອນ ຫລື ເຝິກຊ້າງ. ທ່ານ ບຸນຍັງ ຈັນດາລະສານ ກ່າວ ຕື່ມວ່າ:ນອກຈາກກິດຈະກຳ ກ່ຽວກັບຊ້າງແລ້ວໃນງານຍັງ ຈະມີກິດຈະກຳ ອື່ນໆທີ່ຕິດພັນກັບກັບການທ່ອງທ່ຽວປະກອບເຂົ້າ ໃນງານເປັນຕົ້ນແມ່ນຕະຫລາດ ນັດວາງສະແດງສິນຄ້າທັງພາຍ ໃນ ແລະ ຕ່າງປະເທດ, ວາງ ສະແດງຜະລິດຕະພັນກະສິກຳ - ອຸດສາຫະກຳຂອງປະຊາຊົນບັນດາເຜົ່າພາຍໃນແຂວງ ແລະ ແຂວງອ້ອມ ຂ້າງ, ກິດຈະກຳ ການແຂ່ງຂັນແຕ້ມຮູບຊ້າງຂອງ ນັກຮຽນ,    ການຈຳລອງວິ ຖີ ການດຳລົງຊີວິດກ່ຽວກັບຊ້າງ, ການສະ ແດງສິລະປະວັນນະຄະດີຂອງໜ່ວຍວັນນະຄະດີພາຍໃນ ແຂວງ  ແລະ ນັກຮ້ອງ, ນັກສະ ແດງຈາກສູນກາງ, ການປະ ກວດທິດາຊ້າງປະຈຳປີ, ຊົມ ການສາຍຮູບເງົາກ່ຽວກັບຊ້າງ,ການຈູດດອກໄມ້ໄຟ ແລະ ກິດຈະ ກຳອື່ນໆ.   ປັດຈຸບັນແຂວງໄຊ ຍະບູລີ ພວມຫ້າງຫາກະກຽມ ຄວາມພ້ອມທຸກຢ່າງໃນການຈັດງານມະຫະກຳບຸນຊ້າງເປັນຕົ້ນ ແມ່ນສະຖານທີ່ຈັດງານ,   ສະ ຖານທີ່ຈັດກິດຈະກຳກ່ຽວກັບ ຊ້າງ, ບ່ອນຈັດງານຕະຫລາດ ນັດວາງສະແດງສິນຄ້າ, ສະຖານ ທີ່ຈຳລອງວິຖີຊີວິດຂອງຊ້າງ,   ຄວາມພ້ອມທາງດ້ານທີ່ພັກຂອງແຂກ  ແລະ ຂະບວນການ ອື່ນໆ  ທັງນີ້ກໍເພື່ອເຮັດໃຫ້ມະຫາກຳບຸນຊ້າງຄັ້ງທີ 7 ດຳເນີນໄປ ດ້ວຍ ຄວາມ ເບີກບານມ່ວນຊື່ນ  ແລະ    ເຮັດໃຫມະຫະກຳບຸນຊ້າງເປັນ ສື່ກາງສຳຄັນໃນການໂຄສະນາ ປະຊາສຳພັນການ ທ່ອງທ່ຽວກໍຄື ສົ່ງເສີມການອະນຸລັກຊ້າງ, ການ ນຳໃຊ້ຊ້າງຕິດພັນກັບການດຳ ລົງຊີວິດຂອງມວນມະນຸດຢ່າງ ຍາວນານ.

No comments:

Post a Comment