ເຊົ້າວັນທີ 18 ມັງກອນນີ້, ຄະນະບັນນາທິການໜັງສືພິມກອງທັບປະຊາຊົນລາວ
ໄດ້ຈັດພິ ທີສະເຫລີມສະຫລອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 64 ປີ
(20/1/1949-20/ 1/2013) ແລະ ວັນສ້າງຕັ້ງໜັງສື ພິມຂອງຕົນ ຄົບຮອບ 48 ປີ
(20/1/1965-20/1/2013) ແລະ ທັງເປັນການສະຫລຸບວຽກງານຂອງໜັງສືພິມດັ່ງກ່າວໃນ
1 ປີ ຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ ປິ່ນປາຖະໜາ ຈັນທະມາລີ ຫົວໜ້າກົມສື່ມວນຊົນ
ກະ ຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ. ພ້ອມນັ້ນ ກໍຍັງມຫົວໜ້າ, ຮອງຫົວໜ້າອົງ
ການສື່ມວນຊົນຕ່າງໆເຂົ້າຮ່ວມນຳດ້ວຍ.
ໃນໂອກາດອັນມີຄວາມໝາຍດັ່ງກ່າວ, ທ່ານ ພັນໂທ
ຊົງເດດ ວົງພູທອນ ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ໄດ້ຂຶ້ນກ່າວສະຫລຸບໂດຍຫຍໍ້ຕໍ່ພິທີວ່າ:
ໜັງສືພິມກອງທັບປະ ຊາຊົນລາວໄດ້ສ້າງຕັ້ງຂຶ້ນໃນວັນທີ 20 ມັງກອນ 1965 ຢູ່ຖານທີ່ໝັ້ນປະຕິວັດແຂວງຫົວພັນ. ເບື້ອງຕົ້ນໄດ້ອອກພິມເປັນ ລາຍເດືອນເປັນ 4 ໜ້າ,
ພາຍ ຫລັງປະເທດຊາດໄດ້ຮັບການປົດປ່ອຍ ຕົກມາຮອດປີ 1976 ໄດ້ພິມອອກເປັນລາຍອາທິດ
ແລະ ຕໍ່ມາຮອດປີ 2003 ໄດ້ພິມອອກອາທິດລະ 2 ເທື່ອ
ແລະ ໄດ້ເພີ່ມການພິມເປັນ
6 ໜ້າ, ແຕ່ເພື່ອຕອບສະ ໜອງການໂຄສະນາໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ໂດຍສະເພາະຄວາມຕ້ອງການຂອງຜູ້ອ່ານໃຫ້ກວ້າງຂວາງ ຕົກມາຕົ້ນເດືອນພຶດສະພາ
2008 ຜ່ານມາ, ໜັງສື ພິມກອງທັບໄດ້ພິມອອກເປັນລາຍວັນໃນ 8 ໜ້າ ແລະ ພິມສອດສີ
1 ໜ້າ, ໃນນັ້ນ 60% ຂອງເນື້ອໃນແມ່ນການໂຄສະນາໃນສ່ວນກອງທັບ ແລະ 40% ແມ່ນຂ່າວຕ່າງປະເທດ
ແລະ ຂະແໜງການອື່ນໆ.
ທ່ານ ພັນໂທ ຊົງເດດ ກ່າວວ່າ: ໃນປີຜ່ານມາ, ໜັງສືພິມກອງ
ທັບກໍມີຜົນສຳເລັດຫລາຍດ້ານໃນການປະກອບສ່ວນໂຄ ສະນາເຜີຍແຜ່ແນວທາງນະໂຍ ບາຍຂອງພັກ
ກໍຄືເຫດການສຳ ຄັນຕ່າງໆຂອງຊາດ ແລະ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ປີສາມັກຄີມິດ ຕະພາບ ລາວ-ຫວຽດນາມ 2012, ປີທ່ອງທ່ຽວລາວ, ກອງປະຊຸມສຸດຍອດ ອາຊີ-ເອີຣົບ
(ອາເຊັມ) ຄັ້ງທີ 9, ມະຫະກຳກິລາມະຫາວິທະຍາໄລອາຊຽນ ແລະ ຂະບວນການເຄື່ອນໄຫວຂອງກອງທັບດ້ວຍຫລາຍຮູບຫລາຍສີ
ແລະ ຄຽງຄູ່ກັນນັ້ນ ກໍໄດ້ພັດທະ ນາອອກເວັບໄຊຂອງຕົນ ແລະ ຜ່ານມາກໍມີຜູ້ເຂົ້າເບິ່ງທັງພາຍໃນ
ແລະ ຕ່າງປະເທດນັບຫລາຍແສນຄົນ.
ສະເພາະປີໃໝ່ນີ້, ຫົວໜ້າ ບ.ກ ໜັງສືພິມດັ່ງກ່າວ
ໃຫ້ຮູ້ວ່າ: ຈະປັບປຸງ ແລະ ຍົກລະດັບໜັງສືພິມຂອງຕົນຂຶ້ນອີກບາດກ້າວໜຶ່ງ ໂດຍການພິມສອດສີໃຫ້ໄດ້ຕື່ມອີກ
2 ໜ້າ ແລະ ເພີ່ມທະວີປັບປຸງຕາໜ່າງຂ່າວຂອງຕົນໃຫ້ກວ້າງ ຂວາງ ແລະ ຈະເອົາໃຈໃສ່ຍົກລະດັບ,
ຄວາມຮູ້ຄວາມສາມາດຂອງນັກຂ່າວໃຫ້ດີຂຶ້ນກວ່າເກົ່າ. ສ່ວນເວັບໄຊກໍຈະພະຍາຍາມອອກເປັນພາສາອັງກິດໃຫ້ໄດ້.
No comments:
Post a Comment