ທ່ານ ສາລີ ພິມພິິດ ຫົວໜ້າກົມໂຄສະນາການທ່ອງ
ທ່ຽວກະຊວງ ຖວທ ເປີດເຜີຍວ່າ: ກາຕິດຕັ້ງຮ້ານວາງສະແດງນີ້ ແມ່ນເລີ່ມໃນວັນທີ
19-20 ມັງ ກອນ ແລະ ໃຫ້ສຳເລັດສົມບູນໃນຕອນເຊົ້າວັນທີ 21 ມັງກອນ ເພື່ອ ຈະມີການເປີດຢ່າງເປັນທາງ
ການໃນຕອນແລງຂອງວັນ ດຽວ ກັນຊຶ່ງມີທັງໝົດ 500 ຮ້ານທີ່ມາຈາກ 10 ປະເທດອາຊຽດ້ວຍກັນ.ໃນນີ້ຮ້ານວາງສະແດງ
ຜະລິດຕະພັນການທ່ອງທ່ຽວ ຂອງລາວ ກໍມີຫລາຍສົມຄວນພິ ເສດມີການ
ຕິດຕັ້ງຫໍຫລັກເມືອງນຳອີກເພື່ອໃຫ້ມີສັນຍາລັກ
ແລະ ຄວາມໝາຍຄວາມສຳຄັນຂອງ ວຽກງານທ່ອງທ່ຽວລາວ.
ການວາງສະແດງຜະລິດ ຕະພັນການທ່ອງທ່ຽວຂອງບັນດາປະເທດສະມາຊິກອາຊຽນຄັ້ງ
ນີ້ ແນໃສ່ໂຄສະນາເຜີຍແຜ່ແລກ ປ່ຽນ ແລະ ສົ່ງເສີມການທ່ອງ ທ່ຽວຮ່ວມກັນໃຫ້ນັບມື້ເຕີບໃຫຍ່
ຂະຫຍາຍຕົວ ແລະ ສາມາດ ເຊື່ອມໂຍງເປັນອັນໜຶ່ງອັນດຽວ ກັນທັງພາຍໃນອາຊຽນ ແລະ ພາກພື້ນສາກົນ.
ທີ່ສຳຄັນເປັນ ການໂຄສະນາວຽກງານການທ່ອງທ່ຽວຂອງ ສປປ ລາວ ຊຶ່ງ ພວມໄດ້ຮັບການພັດທະນາ
ແລະ ເຕີບໃຫຍ່ຂຶ້ນເລື້ອຍໆ.

No comments:
Post a Comment