Ad

Ad

21 January 2013

ປະເທດສະມາຊິກອາຊຽນ ແລະ ອາຊຽນ +3 ຈະເພີ່ມທະວີການ ຮ່ວມມືດ້ານການທ່ອງທ່ຽວ



               ໃນໂອກາດທີ່ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມ ທ່ອງທ່ຽວອາຊຽນຄັ້ງທີ 32 (ATF-32) ລະຫວ່າງວັນທີ 18-24 ມັງກອນນີ້, ໃນກອງປະຊຸມດັ່ງ ກ່າວແມ່ນໄດ້ມີຫລາຍກອງປະ ຊຸມຍອຍປິ່ນອ້ອມ, ສະເພາະໃນ ລະຫວ່າງວັນທີ 18 -19 ມັງກອນ ຜ່ານມານີ້ ຢູ່ໂຮງແຮມດອນຈັນ ພາເລດ ນະຄອນຫລວງວຽງ ຈັນຈຶ່ງໄດ້ຈັດກອງປະຊຸມປະ ຈຳປີຂອງສະມາຄົມ ໂຮງແຮມ ແລະ ຮ້ານອາຫານອາຊຽນ (AHRA), ກອງ​ປະຊຸມອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດອາ​ຊຽນຄັ້ງທີ 37 ແລະ ກອງປະ ຊຸມຄະນະບໍລິຫານງານ ແລະ ກອງ ປະຊຸມໃຫຍ່ປະຈຳປີ ຂອງສະຫະ ພັນແຫ່ງສະມາຄົມການທ່ອງ ທ່ຽວອາຊຽນ (FATA).
              ສຳລັບກອງປະຊຸມປະຈຳປີ ຂອງສະມາຄົມໂຮງແຮມ ແລະ ຮ້ານອາຫານອາຊຽນ (AHRA) ແມ່ນໄດ້ມີການປຶກ ສາຫາ ລືຫຼາຍບັນຫາທີ່ກ່ຽວພັນກັບທ່າແຮງ ດ້ານການລົງທຶນຂອງໂຮງແຮມ ແລະ ຮ້ານອາຫານໃນບັນດາປະ ເທດສະມາຊິກ ອາ ຊຽນເປັນຕົ້ນ: ດ້ານເສດຖະກິດ, ຄວາມໝັ້ນ ຄົງ, ການເມືອງ ແລະ ທ່າແຮງຂອງ ການທ່ອງທ່ຽວ. ເພື່ອແນໃສ່ເຮັດ ໃຫ້ການ ທ່ອງທ່ຽວອາຊຽນລວມສູນເປັນອັນດຽວກັນ, ເຮັດໃຫ້ມີ ການໂຄສະນາຮ່ວມກັນ, ບັນດາ ໂຮງແຮມ ແລະ ຮ້ານອາ ຫານໃນປະເທດສະມາຊິກອາຊຽນມີການພົວພັນກັນທັງນີ້ກໍເພື່ອກະກຽມ ເຂົ້າເປັນປະຊາຄົມອາຊຽນ ໃນປີ 2015.

              ທ່ານ ອຸເດດ ສຸວັນນະວົງ ປະ ທານສະມາຄົມໂຮງແຮມ ແລະ ຮ້ານອາຫານອາຊຽນທັງເປັນ ຮອງປະທານສະ ມາຄົມໂຮງ ແຮມ ແລະ ຮ້ານອາຫານລາວ ກ່າວວ່າ:ຢູ່ ສປປ ລາວ ຕົວເລກ ນັກທ່ອງທ່ຽວເພີ່ມຂຶ້ນທຸກປີແຕ່ ວ່າການຂະຫຍາຍ ຕົວຂອງໂຮງແຮມ ແລະ ຮ້ານອາຫານແມ່ນມີ ໜ້ອຍ ແລະ ບໍ່ເປັນ ລະບົບ,ດັ່ງນັ້ນ ກອງປະຊຸມຄັ້ງນີ້ ຈະເຮັດໃຫ້ ສປປ ລາວ ໄດ້ແລກປ່ຽນບົດ ຮຽນກັບຫລາຍປະເທດໃນອາ ຊຽນເພື່ອແກ້ໄຂບັນຫາດັ່ງກ່າວ ແນ່ໃສ່ວາງຄາດໝາຍໃຫ້ມີລາຍ ຮັບຈາກ ການທ່ອງທ່ຽວເພີ່ມຂຶ້ນ ເປັນ 1 ຕື້ໂດລາ/ປີ ໃນປີ 2015 ຊຶ່ງປັດຈຸບັນມີພຽງ 400 ລ້ານໂດ ລາ ຕໍ່ປີ.
             ສຳລັບກອງ​ປະຊຸມອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດອາ​ຊຽນ ຄັ້ງທີ 37 ແມ່ນພາຍໃຕ້ການເປັນ ປະທານຂອງທ່ານ ຈະເລີນ ວາ ລິນທະລາສັກ ລັດຖະມົນຕີຊ່ວຍ ວ່າການກະຊວງຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ໂດຍກອງປະຊຸມໄດ້​ທົບທວນ ແລະ ຮັບຮອງ​ແຜນຍຸດທະສາດ ທ່ອງທ່ຽວອາຊຽນ ປີ 2011- 2015, ຮັບຟັງບົດລາຍງານ ແລະ ທົບທວນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 21, ຮັບຟັງບົດລາຍ ງານການ​ກະກຽມໃຫ້​​ແກ່ກຸ່ມທຸ ລະ​ກິດ, ພິຈາລະນາບົດ​ລາຍ​ງານ ຂອງຄະນະ​ກຳມະການ​ ແລະ ກຸ່ມ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ອາ​ຊຽນ, ບົດລາຍງານກອງ​ປະຊຸມ​ ຄົມມະນາຄົມການ​ຕະຫລາດ ແລະ ການທ່ອງ​ທ່ຽວ​ອາ​ຊຽນ ຄັ້ງທີ 4, ບົດ​ລາຍ​ງານກອງ​ປະ ຊຸມການ​ພັດທະນາ​ຜະລິດ​ຕະພັນ​ການທ່ອງທ່ຽວຄັ້ງທີ 4, ບົດ​ລາຍ​ງານກອງ​ປະຊຸມຄຸນ​ນະພາ​ບ ການທ່ອງທ່ຽວ​ອາ​ຊຽນຄັ້ງທີ 4, ບົດ​ລາຍ​ງານກອງ​ປະຊຸມຄະນະ​ກຳມະການ​ຕິດຕາມ​ວຽກ​ງານ​ທ່ອງ​ທ່ຽວ, ທົບທວນ ຜົນກອງ​ປະ ຊຸມ​ຂອງ​ຄະນະ​ກຳມະການ​ທ່ອງ​ທ່ຽວ​ດ້ານງົບປະມານ, ກອງ​ປະ ຊຸມ​ກ່ຽວ​ກັບ​ແຜນ​ໂຄງການຂອງ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ອາ​ຊຽນສຳລັບປີ 2012 ​ແລະ 2013, ວາງສະ​ແດງ​ຜະລິດ​ຕະພັນ​ທ່ອງ​ທ່ຽວ ປີ 2011-2012, ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​, ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ຂົນ​ສົ່ງ​ອາ​ຊຽນ, ການ​ຮ່ວມ​ມືກັບ ພາກ​ສ່ວນ​ເອກະ​ຊົນ ​ແລະ ອົງ ການ​ອື່ນໆ, ຫາລີການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວອາ​ຊຽນ ບວກ​ສາມ, ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວອາຊຽນ-ອິນ​ເດຍ, ການ​ຮ່ວມ​ມື​ດ້ານ​ການ ທ່ອງທ່ຽວ​ອາ​ຊຽນ-ລັດ​ເຊຍ, ການ​ຮ່ວມ​ມື​ກັບ​ອົງການ​ຈັດຕັ້ງ ສາກົນ, ການ​ຮ່ວມ​ມືອາ​ຊຽນ- ຈີນ, ອາ​ຊຽນ-ຍີ່​ປຸ່ນ, ອາ​ຊຽນ-​ເກົາຫລີ ລວມເຖິງການ​ເຄື່ອນ​ໄຫວ​ວຽກ​ງານ​ທ່ອງ​ທ່ຽວ​​ໃນ​ຂົງ​ເຂດ​ພາກພື້ນອາ​ຊຽນ.
              ສ່ວນກອງປະຊຸມຄະນະບໍລິຫານງານແລະກອງປະຊຸມໃຫຍ່ປະຈຳປີຂອງສະຫະພັນແຫ່ງສະມາຄົມການທ່ອງ ທ່ຽວອາຊຽນ (FATA) ແມ່ນແນໃສ່ເພື່ອປຶກ ສາຫາລືບັນຫາຕ່າງໆກ່ຽວກັບທຸລະກິດທ່ອງທ່ຽວອາຊຽນ, ການ ປັບປຸງການ ໂຄສະນາການສົ່ງ ເສີມການທ່ອງທ່ຽວຮ່ວມກັນ ເພື່ອຄວາມສອດຄ່ອງກັນລະ ຫວ່າງບັນດາປະເທດໃນອາ ຊຽນ, ເພື່ອປັບ ປຸງຄຸນນະພາບ ຜະລິດຕະພັນການທ່ອງທ່ຽວ ຂອງແຕ່ລະປະເທດໃຫ້ໄດ້ມາດ ຕະຖານສາກົນ ແລະ ການກຽມ ພ້ອມດ້ານທຸລະ ກິດການທ່ອງ ທ່ຽວອາຊຽນໃນການເຂົ້າເປັນ ປະຊາຄົມເສດຖະກິດອາຊຽນໃນປີ 2015. ຢ່າງໃດກໍຕາມ, ຜົນຂອງກອງປະຊຸມ ດັ່ງກ່າວຍັງຈະໄດ້ນຳມາປຶກສາຫາລືຮ່ວມກັນ ກັບວຽກງານຂອງສະມາຄົມ ການບິນອາຊຽນ  (AAA)  ແລະ ສະມາຄົມໂຮງ ແຮມ ແລະ ຮ້ານ ອາຫານ (AHRA) ກ່ອນຈະ ນຳເນື້ອໃນທັງໝົດເຂົ້າໄປໃນ ກອງປະຊຸມທ່ອງທ່ຽວອາຊຽນປີ  2013 ຫລື ASEAN  TOURISM FORUM 2013.

No comments:

Post a Comment