![]() |
| ທ່ານ ເກດ ທິບພະຈັນ |
ພາຍຫຼັງສຳເລັດການເປັນ
ເຈົ້າພາບຈັດກອງປະຊຸມສຸດຍອດອາຊີ - ເອີຣົບຄັ້ງທີ 9 (Asem 9) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າ
ພາບເມື່ອຕົ້ນເດືອນພະຈິກທີ່ຜານມາ, ສປປ ລາວ ຍັງໄດ້ສືບຕໍ່ຮັບ ກຽດເປັນເຈົ້າພາບຈັດກອງປະ
ຊຸມທ່ອງທ່ຽວອາຊຽນຄັ້ງທີ 32 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 18 - 24 ເດືອນ ມັງກອນນີ້
ຢູ່ນະ ຄອນຫຼວງວຽງຈັນ ແລະ ມີຄວາມຫວັງວ່າ : ກອງປະຊຸມດັ່ງ ກ່າວຈະປູທາງໃຫ້ນັກທ່ອງທຽວ
ຕ່າງຊາດເຂົ້າມາ ລາວຫຼາຍຂຶ້ນ.
ຄວາມສຳເລັດຂອງການ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາເຊັມຄັ້ງທີ
9 ຢູ່ນະ ຄອນຫຼວງວຽງຈັນທີ່ຜ່ານມາ ໄດ້ ເຮັດໃຫ້ຖານະບົດບາດ, ກຽດ ສັກສີ ແລະ ພາບພົດອັນດີງາມ
ຂອງລາວໃນເວທີສາກົນໄດ້ຮັບ ການຍົກສູງຂຶ້ນ ແລະ ສຶບຕໍ່ໄດ້້ຮັບກຽດເປັນເຈົ້າພາບ ຈັດກອງ ປະຊຸມທ່ອງທ່ຽວອາຊຽນຄັ້ງນີ້
ເຊິ່ງຈະເປັນໂອກາດອັນດີອີກ ບາດກ້າວໜຶ່ງສຳລັບ
ສປປ ລາວ ໃນການສືບຕໍ່ຂະຫຍາຍບົດບາດຂອງຕົນໃນເວທີສາກົນ ແລະ ເຮັດໃຫ້ຊາວໂລກຮັບຮູ້ລາວຫຼາຍຂຶ້ນ.
ທ່ານ ເກດ ທິບພະຈັນ ຜູ້ ອຳນວຍການໃຫຍ່ ບໍລິສັດ ທ່ອງ
ທ່ຽວວິສິດເອເຊຍທາໂວ ກ່າວ ວ່າ:
ກອງປະຊຸມທ່ອງທ່ຽວ ອາ ຊຽນຄັ້ງທີ 32 ທີ່ ສປປ ລາວ ໄດ້ ຮັບກຽດເປັນເຈົ້າພາບຈັດຂຶ້ນໃນຄັ້ງນີ້
ເປັນໂອກາດອັນດີໃຫ້ແກ່ ສປປ ລາວ ໃນການເຜີຍແຜ່ຂໍ້ ມູນຂ່າວສານດ້ານການທ່ອງ ທ່ຽວໃຫ້ຊາວໂລກເວົ້າລວມ,
ເວົ້າສະເພາະໃຫ້ນັກທ່ອງ ທ່ຽວຢູ່ບັນດາປະເທດອາຊຽນໄດ້ຮູ້ຈັກ ສປປ ລາວ ຫຼາຍຂຶ້ນ ພາຍຫຼັງປີ
ທ່ອງທ່ຽວ ລາວ 2012 ໄດ້ຜ່ານ ພົ້ນໄປເຊິ່ງ ຈາກການປະກອບກິດຈະກຳນຳທ່ຽວໃນຕະຫຼອດໄລ ຍະຜ່ານມາເຫັນວ່າ
: ຈຳນວນ ນັກທ່ອງທ່ຽວຈາກ: ສສ ຫວຽດ ນາມ, ສປ ຈີນ, ໄທ, ສິງກະໂປ, ມາເລເຊຍ, ອິນໂດເນເຊຍ, ສ.ເກົາຫຼີ,
ຍີ່ປຸ່ນ ແລະ ປະເທດ ອື່ນ...ເພີ່ມຂຶ້ນເກືອບ 50% ເມື່ອ ທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາເຊິ່ງມີຕົ້ນເຫດມາຈາກ
ລັດຖະບານລາວໄດ້ມີນະໂຍບາຍເປີດກວ້າງ ແລະ ໃຫ້ບູລິມະສິດແກ່ການພັດທະນາຂະແໜງການ
ທ່ອງທ່ຽວ ນັບທັງການອຳນວຍຄວາມສະດວກໃຫ້ແກ່ການກໍ່ ສ້າງພຶ້ນຖານໂຄງລ່າງເສດຖະ
ກິດເຊັ່ນ: ຄົມມະນາຄົມຂົນສົ່ງ ນັບທັງທາງອາກາດ ພ້ອມໄດ້ ເພີ່ມຖ້ຽວບິນລາວໄປຕ່າງປະ
ເທດຫຼາຍຂຶ້ນ ແລະ ຄວາມສຳ ເລັດຈາກການເປັນເຈົ້າພາບຈັດກອງປະຊຸມ,
ວັນນຕ່າງໆທີ່ສຳ ຄັນລະດັບສາກົນຂອງ ສປປ ລາວ, ການເຜີຍ ແຜ່ຂໍ້ມູນຂ່າວ ສານດ້ານການທ່ອງທ່ຽວໃນສື່
ຕ່າງໆນັບມື້ນັບເດັ່ນຂຶ້ນ, ບວກ ໃສ່ການປັບປຸງສິ່ງອຳນວຍ ຄວາມສະດວກ ໃນດ້ານການບໍລິການຕ່າງໆໂດຍສະເພາະແມ່ນເຮືອນພັກ,
ໂຮງແຮມ, ຮ້ານ ອາຫານ, ແຫຼ່ງທ່ອງທ່ຽວນັບມື້ ນັບໄດ້ຮັບການ ພັດທະນາດີຂຶ້ນ ເລື້ອຍໆ ນອກນັ້ນ
ລັດຖະບານ ລາວຍັງໄດ້ປັບປຸງຂອດການບໍລິການຜ່ານແດນໃຫ້ຊາວຕ່າງປະ ເທດດ້ວຍຮູບ ການທີ່ສະດວກ
ແລະ ງ່າຍຂຶ້ນເປັນຕົ້ນແມ່ນການ ອອກວີຊາກັບທີ່ ແລະ ອື່ນໆ.
ຜູ້ອຳນວຍການໃຫຍ່ຍັງກ່າວຢ້ຳວ່າ: ກອງປະຊຸມທ່ອງ
ທ່ຽວອາຊຽນ ຄັ້ງທີ 32 ນີ້ ຈະ ເປັນໂອກາດອັນດີໃຫ້ນັກທ່ອງ ທ່ຽວຈາກຕ່າງປະເທດເຂົ້າມາ ລາວຫຼາຍຂຶ້ນເພາະກອງປະຊຸມ
ດັ່ງກ່າວ ເປັນເວທີສຳຄັນ ໃນ ການດຶງດູດ ແລະ
ຍາດແຍ່ງ ເອົາຄວາມສົນໃຈຂອງນັກ ທ່ອງທ່ຽວຕ່າງປະເທດເຂົ້າມາ ລາວ. ດັ່ງນັ້ນ ໃນໂອກາດນີ້
ຈຶ່ງ ຮຽກຮ້ອງມາຍັງປະຊາຊົນລາວ ບັນດາເຜົ່າເວົ້າລວມ, ເວົ້າສະ ເພາະຊາວນະຄອນຫຼວງວຽງ ຈັນຈົ່ງມາຮ່ວມກັນເປັນເຈົ້າພາບທີ່ດີ
ເພື່ອໃຫ້ກອງປະຊຸມດັ່ງກ່າວ ດຳເນີນໄປດ້ວຍຜົນສຳເລັດອັນ ຈົບງາມ ແລະ ຖືໂອກາດດັ່ງກ່າວ ເປັນເສີມຂະຫຍາຍວັດທະນະທຳ
- ຮີດຄອງປະເພນີອັນດີງ າມ ຂອງ ຊາດ ໄປພ້ອມໆກັບການ ປັບປຸງ, ບູລະນະ ແລະ ປົກປັກ ຮັກສາແຫຼ່ງທ່ອງທ່ຽວທາງທຳມະຊາດ-ວັດທະນະທຳ-
ສັງຄົມ ຂອງລາວໃຫ້ຍື່ນຍົງຄົງຕົວຢູ່ຄູ່ ຊາດລາວຕະຫຼອດໄປ.

No comments:
Post a Comment