Ad

Ad

23 January 2013

ນາງງາມ ລັດມິນິໂຊຕາ ສະຫະລັດອາເມລິກາຢ້ຽມຢາມ ບໍລິສັດ ລາວຟອດ ຊິຕີ



       ໃນໂອກາດທີ່ນາງ ນິດຕະຍາ ປານມາໄລທອງ ນາງງາມລັດ ມິນິໂຊຕາ ສະຫະລັດອາເມລິກາ ເດີນທາງມາຢ້ຽມຢາມລາວໃນ ລະຫວ່າງວັນທີ 13-27 ມັງກອນ ນີ້, ນາງ ນິດຕະຍາ ໄດ້ໄປຢ້ຽມ ຢາມບໍລິສັດລາວຟອດ ຊິຕີ ຢູ່ ບ້ານຂຸນຕາ ເມືອງສີໂຄດຕະ ບອງ ນະຄອນຫລວງວຽງຈັນ ເພື່ອພົບປະກັບຄະນະຜູ້ບໍລິຫານ, ພະນັກງານຂອງບໍລິສັດ ແລະ ຊົມຫ້ອງຂາຍລົດຍີ່ຫໍ້ຟອດ.
      ນາງນິດຕະຍາ ແມ່ນຍິງສາວ ສັນຊາດອາເມລິກາ ເຊື້ອສາຍ ລາວ  ທີ່ເປັນນາງງາມຂອງ ລັດມິນິໂຊຕາ ຂອງສະຫະລັດ ອາເມລິກາ 2012 ແລະ ຕຳແໜ່ງ ດັ່ງກ່າວເຮັດໃຫ້ນາງກ້າວໄປ ຮອດເວທີປະກວດນາງສາວ ສະຫະລັດ ອາເມລິກາ ( Miss USA )  ແລະ ການເດີນທາງມາ ຢ້ຽມລາວຄັ້ງນີ້ ໄດ້ຮັບການ ເຊື້ອເຊີນຈາກສະຖານທູດສະຫະ ລັດ ອາເມລິກາປະຈຳລາວ ເພື່ອ ໃຫ້ນາງຊ່ວຍໂຄສະນາ ເຜີຍແຜ່ ແລະ ສົ່ງເສີມສາຍພົວ ພັນທາງ ດ້ານທຸລະກິດ, ການສຶກສາ, ວັດທະນະທຳ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ.

No comments:

Post a Comment