Ad

Ad

23 January 2013

ທ່ອງທ່ຽວລາວ ໄດ້ຮັບການພັດທະນາ ແລະ ເຊື່ອມໂຍງກັບພາກພື້ນເທື່ອລະກ້າວ



ໂດຍ : ຂ. ຊານຸບານ
      ໂດຍລວມແລ້ວ ມາຮອດປັດ ຈຸບັນ, ການທ່ອງທ່ຽວລາວເຮົາ ພາຍໃຕ້ຄຳຂວັນທີ່ວ່າ : “ ທ່ອງ ທ່ຽວວັດທະນະທຳ-ທຳມະຊາດ ແລະ ປະຫວັດສາດ ” ນັ້ນ, ນັບມື້ ໄດ້ຮັບການພັດທະນາ ແລະ ສາ ມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນເທື່ອລະກ້າວ, ການ ປະຕິບັດຍຸດທະສາດລາວທ່ຽວ ລາວ ນັບມື້ກວ້າງຂວາງ, ແຫລ່ງ ທ່ອງທ່ຽວຫລາຍແຫ່ງໄດ້ຮັບ ການພັດທະນາ ແລະ ຄຸ້ມຄອງ ເປັນຢ່າງດີ ເຊິ່ງໄລ່ມາຮອດປັດຈຸ ບັນ ທົ່ວປະເທດມີແຫລ່ງທອງ ທ່ຽວທັງຫມົດເກືອບ 1.500  ແຫ່ງ. ໃນນັ້ນມີແຫລ່ງທ່ອງທ່ຽວ ທຳມະຊາດ 840 ກວ່າແຫ່ງ, ແຫລ່ງທ່ອງທ່ຽວວັດທະນະທຳ 435 ແຫ່ງ ແລະ ແຫລ່ງທ່ອງ ທ່ຽວປະຫວັດສາດຫລາຍກວ່າ 200 ແຫ່ງ ແລະ ແຫລ່ງທ່ອງ ທ່ຽວເຫລົ່ານັ້ນໄດ້ເປີດບໍລິການ ແລ້ວຫລາຍກວ່າ 430 ແຫ່ງ, ສະເພາະສົກປີຜ່ານມາ ລາວສາ ມາດດຶງດູດນັກທ່ອງທ່ຽວເຂົ້າ ປະເທດໄດ້ເກືອບ 3 ລ້ານຄົນ, ອັນໄດ້ສ້າງລາຍຮັບໄດ້ປະມານ 400 ລ້ານໂດລາສະຫະລັດ ຂະ ແຫນງການດັ່ງກ່າວໃຫ້ຮູ້ວ່າ : ຜົນສຳເລັດດັ່ງກ່າວ, ໄດ້ມາກໍ ຍ້ອນຄວາມຕັ້ງຫນ້າພະຍາຍາມ ຂອງຂະແຫນງການກ່ຽວຂ້ອງ ກໍຄືການອູ້ມຊູຊ່ວຍເຫລືອຕັ້ງໃຈປະ ຕິບັດໂຄງການພັດທະນາທ່ອງ ທ່ຽວແບບຍືນຍົງ, ໂດຍໄດ້ສຸມໃສ່ ລົງສະຫລວດເກັບກຳຂ້ໍມູນພື້ນ
ຖານທາງດ້ານເສດຖະກິດ-ສັງ ຄົມ ແລະ ສິ່ງແວດລ້ອມເພື່ອສຶກ ສາຄວາມເປັນໄປໄດ້ໃນການກຳ ນົດເຂດພັດທະນາການທ່ອງ ທ່ຽວແບບປະຊາຊົນມີສ່ວນຮ່ວມ ພ້ອມໄດ້ເອົາໃຈໃສ່ສ້າງເຄືອຂ່າຍ ຜະລິດຕະພັນທ່ອງທ່ຽວຢູ່ບັນດາ  ບ້ານຂອງ 9 ແຂວງຄື ແຂວງ ໄຊຍະບູລີ ມີ 3 ບ້ານ, ແຂວງສາ ລະວັນ ມີ 8 ບ້ານ, ບໍ່ແກ້ວ ມີ 4 ບ້ານ, ແຂວງວຽງຈັນ  2 ບ້ານ, ຫລວງນ້ຳທາ 5 ບ້ານ, ສະຫວັນ ນະເຂດ 5 ບ້ານ, ຈຳປາສັກ 2 ບ້ານ ແລະ ແຂວງອຸດົມໄຊ ມີ 2 ບ້ານ, ຄຽງຄູ່ກັນນັ້ນກໍໄດ້ສຳເລັດ ການອອກແບບເສັ້ນທາງຍ່າງລະ ຫວ່າງຖ້ຳປະຫວັດສາດຢູ່ເມືອງວຽງໄຊ ແຂວງຫົວພັນສຳເລັດ ການພັດທະນາພື້ນຖານໂຄງ ລ່າງ, ສູນຂໍ້ມູນຂ່າວສານຂອງ ແຫລ່ງທ່ອງທ່ຽວສຳຄັນຕ່າງໆ ເພື່ອອຳນວຍ ຄວາມສະດວກໃຫ້ ແກ່ການຮອງຮັບນັກທ່ອງທ່ຽວ ແລະ ພວມສຳຫລວດເພື່ອສ້າງ ແຜນພັດທະນາ ເມືອງຫລວງນ້ຳ ທາ ເປັນເມືອງທ່ອງທ່ຽວໃນອະ ນາຄົດ,  ພ້ອມນັ້ນກໍໄດ້ກຳນົດ ເຂດພັດທະນາທ່ອງທ່ຽວຈຳ ນວນ 13 ແຫ່ງໃຫ້ສຳເລັດແຕ່ນີ້ ຮອດປີ 2020 ຄື: ແຫລ່ງທ່ອງ ທ່ຽວເມືອງວຽງໄຊແຂວງຫົວ ພັນ ເຂດທ່ອງທ່ຽວ ມະຫານະທີ ສີ່ພັນດອນ ແຂວງຈຳປາສັກ, ເມືອງວັງວຽງ ແຂວງວຽງຈັນ, ສ້າງສິ່ງອຳນວຍຄວາມສະດວກ ເພື່ອຮອງຮັບການທ່ອງທ່ຽວ ຕາມ ແລວເສດຖະກິດເໜືອ-ໃຕ້ ແລະ ຕາເວັນອອກ-ຕາເວັນຕົກ, ພັດທະ ນາເຂດທ່ອງທ່ຽວຕາດເລາະ ແຂວງສາລະວັນ, ເຂດບໍ່ນ້ຳຮ້ອນ ເມືອງວຽງທອງ ແຂວງຫົວພັນ, ຕາດກວາງຊີ ແຂວງຫລວງພະ ບາງ, ຕາດນ້ຳຍຸ້ຍ ເມືອງວັງວຽງ ແຂວງວຽງຈັນ, ເຂດທ່ອງທ່ຽວ ເມືອງປາກແບ່ງ ແຂວງອຸດົມໄຊ. ນ້ຳຕາດຕາດນ້ຳກັດ ອຸດົມໄຊ,  ຈຸດທ່ອງທ່ຽວນ້ຳຈ້າງ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ, ຖ້ຳຂຸນ ລາງ ເມືອງກາສີ ແຂວງວຽງ ຈັນ, ຖ້ຳນ້ຳລອດ ເມືອງບົວລະ ພາ ແຂວງຄຳມ່ວນ, ແຫລ່ງທ່ອງ ທ່ຽວດົງນາຕາດ ສະຫວັນນະ ເຂດ, ດົງຫົວສາວ ເມືອງປາກ ຊ່ອງ ຈຳປາສັກ ແລະ ແຫລ່ງ ທ່ອງທ່ຽວອື່ນໆອີກເຊັ່ນ : ນ້ຳ ຕົກຕາດແຝກ ເຊກອງ, ຕາດ ຫົວຄົນແຂວງອັດຕະປື, ຖ້ຳເກົາ ເລົາ ເມືອງ ວຽງພູຄາ ຫລວງນ້ຳ ທາ ພ້ອມນັ້ນກໍໄດ້ສົ່ງເສີມ ແລະ ພັດທະນາການ ທ່ອງທ່ຽວໃນລະ ດັບພາກຄື : ພາກເຫນືອຕອນ ເທິງ ປະກອບມີແຂວງຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ ແລະ ອຸ ດົມໄຊ. ພາກເຫນືອຕອນລຸ່ມ ປະ ກອບມີ : ແຂວງຫລວງພະບາງ,  ໄຊຍະບູລີ, ຊຽງຂວາງ ແລະ ຫົວພັນ, ພ້ອມ ນັ້ນ ກໍມີ 5 ແຂວງພາກ ກາງ ແລະ 4 ແຂວງພາກໃຕ້. ເວົ້າ ລວມແລ້ວການທ່ອງທ່ຽວ ລາວເຮົານັບມື້ໄດ້ຮັບ ການພັດທະ ນາ ແລະ  ຈັດສັນເປັນລະບົບສາ ມາດຫຍັບເຂົ້າມາດຕະຖານ ເທື່ອລະກ້າວ.
      ຜູ້ລາຍງານຂ່າວຍັງໃຫ້ຮູ້ ວ່າ : ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ແລ້ວ, ຂະແຫນງການທ່ອງທ່ຽວ ກໍຍັງຈະຕ້ອງໄດ້ ສຸມໃສ່ປັບປຸງ ຕົນເອງຫລາຍດ້ານ ໂດຍສະ ເພາະແມ່ນຂອດປະສານງານລະ  ຫວ່າງວຽກງານ ທ່ອງທ່ຽວກັບຂະ ແຫນງການອື່ນ ແລະ ທ້ອງ ຖິ່ຕ່າງໆໃຫ້ສະຫນິດແຫນ້ນກວ່າ ເກົ່າ, ເຮັດໃຫ້ການເຂົ້າຮ່ວມຂອງ ປະຊາຊົນຫຼາຍ ຂຶ້ນ ແລະ ອີກສິ່ງ ຫນຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ ແມ່ນເຮັດແນວໃດບໍ່ໃຫ້ການສົ່ງ ເສີມສວນທາງກັນ ຄື : ຈະຕ້ອງ ໄດ້ຈຳ ກັດການຕັດໄມ້ທຳລາຍ ປ່າ, ການຂຸດຄົ້ນແຮ່ທາດຕ່າງໆ ໃຫ້ໄປຖືກທິດ ແລະ ກໍຈະຕ້ອງໄດ້ ເພີ່ມທະວີ ວຽກງານ ຄຸ້ມຄອງ ແຫລ່ງທ່ອງທ່ຽວກໍຄືນນັກທ່ອງ ທ່ຽວ ໃຫ້ຮັດກຸມກວ່າເກ່ົາ ເພື່ອສາມາດຈຳກັດສິ່ງຫຍໍ້ທໍ້ຕ່າງໆທີີ່ ອາດຈະ ເກີດຂຶ້ນ ແລະ ເພີ່ມການ ຍົກລະດັບຄວາມຮູ້ຄວາມສາ ມາດ ແລະ ຄຸນນະພາບຂອງ ການບໍລິການໃຫ້ດີຂຶ້ນ ກວ່າເກ່ົາ.

No comments:

Post a Comment