Ad

Ad

23 January 2013

ເມືອງໄຊຍະບູລີ ປະຕິບັດວຽກງານ 3 ສ້າງຢ່າງຕັ້ງຫນ້າ



    ທ່ານນາງ ບຸນພັກ ອິນທະປັນ ຍາ ກຳມະການປະຈຳພັກແຂວງ, ເລຂາພັກ, ເຈົ້າເມືອງໄຊຍະບູລີ ໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນ ໃນ ວັນທີ 19 ມັງກອນວ່າ: ການຈັດ ຕັ້ງປະຕິບັດວຽກງານ 3 ສ້າງ ຢູ່ ເມືອງໄຊຍະບູລີທີ່ ໄດ້ກຳ ນົດເອົາ 2 ບ້ານ ຄືບ້ານພັດທະນານາຫລາ ແລະ ບ້ານນາຊຳ ເປັນບ້ານທົດ ລອງປະຕິບັດ ເຊິ່ງຜ່ານການທົດ ລອງໃນໄລຍະ 1 ເດືອນກວ່າ ເຫັນວ່າໄດ້ມີປັດໄຈໃໝ່ເກີດຂຶ້ນ ຫລາຍ, ໃນນັ້ນບ້ານນາຫລາມີ 64 ໂຄງການ ມູນຄ່າ 16 ຕື້ກວ່າກີບ, ໂຄງການສ່ວນໃຫຍ່ຈະເປັນການ ລົງທຶນຂອງລັດສ່ວນໜຶ່ງ ເຊິ່ງປະ ຊາຊົນ ແລະ ເອກະ ຊົນມີສ່ວນ ຮ່ວມ ໂດຍໄດ້ທົດລອງປະຕິບັດ ກຸ່ມເກັບຊື້, ຜະລິດເຂົ້າມີ 40 ເຮັກ ຕາ ແລະ 2 ເຮັກຕາກວ່າ ຜະລິດ ແນວພັນ, ມີກຸ່ມລ້ຽງສັດ ແລະ ປູກພືດຕ່າງໆ ເພື່ອສະໜອງໃຫ້ ໂຄງການໄຟຟ້ານ້ຳຂອງເປັນຕົ້ນຕໍ. ສຳລັບ ບ້ານນາຊຳ ໄດ້ເອົາ 2 ບ້ານໂຮມເຂົ້າກັນ ມີ 59 ໂຄງ ການ ມູນຄ່າ 33 ຕື້ກວ່າກີບ, ມີກຸ່ມ ປູກພືດເປັນສິນຄ້າ, ລ້ຽງສັດ, ປູກ ພືດຜັກອິນຊີ ແລະ ລ້ຽງປາກະຊັງ
ເຖິງ 30 ກະຊັງ, ກຸ່ມຫັດຖະກຳ ຈັກສານ. ນອກນັ້ນ ເມືອງຍັງໄດ້ ຈັດຊຸດເຝິກອົບຮົມໃຫ້ກຸ້ມທ້ອນ ເງິນບ້ານ ທັງນີ້ກໍເພື່ອຄວາມເປັນ ເຈົ້າການຂອງປະຊາຊົນໃນການ ປະກອບສ່ວນ ເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມນັບມື້ນັບ ຫລາຍຂຶ້ນ.
    ທ່ານຍັງກ່າວຕື່ມອີກວ່າ: ການ ຈັດຕັ້ງປະຕິບັດວຽກງານ 3 ສ້າງ ຢູ່ເມືອງໄຊຍະບູລີ ເຊິ່ງປະຕິບັດ ມາໄດ້ 1 ເດືອນກວ່າ ເຫັນວ່າມີ ບາດກ້າວຂະຫຍາຍຕົວ ແລະ ເປັນຂະບວນການຢ່າງຕັ້ງໜ້າເຊິ່ງຈະສາມາດເຮັດໃຫ້ ທ້ອງຖິ່ນ ມີຄວາມເຂັ້ມແຂງຂຶ້ນ, ໃນນັ້ນ ໄດ້ ມີ 15 ກະຊວງ ລົງຊ່ວຍແຂວງ ແລະ 15 ພະແນກ ລົງຊ່ວຍເມືອງ ເພື່ອເຮັດໃຫ້ໜ່ວຍພັກຂັ້ນບ້ານມີ ຄວາມເຂັ້ມແຂງ ແລະ ໜັກແໜ້ນ, ຜ່ານການຈັດຕັ້ງປະຕິບັດວຽກ ງານດັ່ງກ່າວ ເຫັນວ່າປະຊາຊົນ ເປັນເຈົ້າການເຂົ້າຮ່ວມໃນຂະ ບວນການຕ່າງໆເຊັ່ນ: ອະນາໄມ, ປະດັບປະດາ ແລະ ອື່ນໆ. ນອກ ນັ້ນ ຍັງໄດ້ໃຫ້ເອກະຊົນເຂົ້າມາ ລົງທຶນດ້ານການບໍລິການຕະ ຫລາດ. ພ້ອມດຽວກັນນີ້ ກໍໄດ້ ເອົາໃຈໃສ່ສຶກ ສາອົບຮົມໃຫ້ປະ ຊາຊົນເຊັ່ນ: ການຍົກລະດັບດ້ານ ເຕັກນິກວິຊາການ. ພ້ອມນີ້ ເມືອງ ຍັງໄດ້ຈ່າຍເງິນ ເດືອນໃຫ້ເລຂາ ພັກບ້ານ ແລະ ນາຍບ້ານ ຜູ້ໜຶ່ງ ປະມານ 400.000 ກີບ ເພື່ອໃຫ້ ເຂົາເຈົ້າໄດ້ມີຄວາມກະຕືລືລົ້ນ ລົງໃກ້ຊິດຕິດແທດຊີ້ນຳ-ນຳພາ ປະຊາຊົນໃຫ້ມີຄວາມເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດ.

No comments:

Post a Comment