Ad

Ad

23 January 2013

ຕົວແທນບ້ານທີ່ຫນຸ່ມນ້ອຍ ແຕ່ມີຄວາມຫ້າວຫັນຕໍ່ວຽກງານພັດທະນາຊຸມຊົນ



     “ຜ່ານມານ້ອງບໍ່ເຄີຍມາປະຊຸມ ຢູ່ຂັ້ນເມືອງຄືແນວນີ້ຈັກເທື່ອ ແລະ ເປັນເທື່ອທຳອິດທີ່ນ້ອງພ້ອມດ້ວຍ ຕົວແທນກຸ່ມບ້ານຄົນອື່ນໆຂຶ້ນມາ ນຳສະເໜີແຜນພັດທະນາກຸ່ມ ບ້ານ. ສະນັ້ນ ນ້ອງຈຶ່ງເວົ້າບໍ່ເກັ່ງ ແລະ ມີຄວາມອາຍຫລາຍທີ່ໄປ ຢືນຢູ່ຕໍ່ໜ້າຫລາຍໆຄົນຄືແນວ ນັ້ນ”. ນີ້ແມ່ນຄຳເວົ້າຂອງນາງ ຈັນທະລີ ເນັ່ງຈົງດີ ໜຶ່ງໃນຕົວ ແທນກຸ່ມບ້ານເນີນສູງ ທີ່ເຂົ້າຮ່ວມ ກອງປະຊຸມປະສານງານການ ວາງແຜນຂັ້ນເມືອງໂພນໄຊ ແຂວງຫລວງພະບາງ ເຊິ່ງຈັດຂຶ້ນ ເມື່ອຕົ້ນເດືອນມັງກອນ.
    ນາງ ຈັນທະລີ ເປັນຄົນເຜົ່າມົ້ງ ມາຈາກບ້ານລ້ອງແງດ ກຸ່ມບ້ານ ເນີນສູງ. ນາງມີອາຍຸພຽງ 18 ປີ, ແຕ່ນາງໄດ້ເປັນຜູ້ໜຶ່ງທີ່ໄດ້ຮັບ ຄວາມເຊື່ອໃຈ ແລະ ຖືກຄັດເລືອກ ຈາກປະຊາຊົນຈຳນວນ 4 ບ້ານ ເພື່ອໃຫ້ເປັນຕົວແທນກຸ່ມບ້ານຂຶ້ນ ມາປ້ອງກັນເອົາແຜນພັດທະນາ ຂອງກຸ່ມບ້ານຂອງຕົນ ຢູ່ກອງປະ ຊຸມປະສານງານວາງແຜນຂັ້ນເມືອງເທື່ອນີ້.

    ເຖິງວ່າເທື່ອນີ້ເປັນເທື່ອທຳອິດ ຂອງນາງໃນການອະທິບາຍຢູ່ ກອງປະຊຸມຂັ້ນເມືອງກໍຕາມ, ແຕ່ ກໍເຫັນວ່ານາງ ຈັນທະລີ ເປັນຜູ້ ໜຶ່ງທີ່ມີພອນສະຫວັນໃນການ ເປັນຜູ້ນຳ ແລະ ເຖິງວ່າຜູ້ກ່ຽວຫາ ກໍເລີ່ມເຂົ້າມາຮ່ວມເຮັດວຽກກັບ ທລຍ ບໍ່ພໍເທົ່າໃດເດືອນ ແລະ ຜູ້ ກ່ຽວຫາກໍໄດ້ເຂົ້າຮ່ວມເຝິກອົບ ຮົມນຳທີມງານກອງທຶນຫລຸດ ຜ່ອນຄວາມທຸກ ຍາກ ຫລື ທລຍ ເມືອງ ພຽງແຕ່ເທື່ອດຽວກໍຕາມ, ແຕ່ຜູ້ກ່ຽວມີຄວາມສາມາດນຳສະ ເໜີອະທິບາຍ ແລະ ປ້ອງກັ ນແຜນພັດທະນາກຸ່ມບ້ານໄດ້ດີພໍສົມ ຄວນ. ສະນັ້ນ ເຊື່ອແນ່ວ່າ: ຕະ ຫລອດໄລຍະ 4 ປີຕໍ່ໜ້າ ຄືນັບແຕ່ ປີ 2013-2016 ທີ່ ທລຍ ຈະໄດ້ ຊ່ວຍເຫລືອພັດທະນາຢູ່ແຂວງ ຫລວງພະບາງເວົ້າລວມ, ເວົ້າສະເພາະຢູ່ເມືອງ ໂພນໄຊ ໝາຍ ຄວາມວ່າ: ທີມງານຂັ້ນບ້ານ, ຂັ້ນ ກຸ່ມບ້ານຈະໄດ້ເຂົ້າຮ່ວມທຸກຂັ້ນ ຕອນໃນວຽກງານພັດທະນ າຊົນ ນະບົດ ແລະ ແກ້ໄຂຄວາມທຸກ ຍາກ ລວມທັງຈະມີໂອກາດເຂົ້າ ຮ່ວມເຝິກອົບຮົມ ແລະ ອີກດ້ານ ໜຶ່ງ ທລຍ ໄດ້ໃຫ້ຄວາມສຳຄັນ ເປັນພິເສດໃນການສ້າງຄວາມ ເຂັ້ມແຂງໃຫ້ແກ່ແມ່ຍິງ. ທັງໝົດ ນັ້ນຈຶ່ງຈະເປັນທ່າແຮງ ແລະ ໂອ ກາດທີ່ຈະເຮັດໃຫ້ນາງ ຈັນທະລີ ກາຍເປັນພະນັກງານສືບທອດຢູ່ ຂັ້ນຮາກຖານ ແລະ ເປັນນັກພັດ ທະນາຂອງ ກຸ່ມບ້ານເນີນສູງໃນ ອະນາຄົດຢ່າງແນ່ນອນ.

No comments:

Post a Comment