Ad

Ad

23 January 2013

ບໍລິສັດຕ່າງໆມອບເງິນຊຸກຍູ້ກອງປະຊຸມທ່ອງທ່ຽວອາຊຽນ ຄັ້ງທີ 32



      ​ຕອນ​ບ່າຍ​ວັນ​ທີ 22 ມັງກອນ ນີ້, ຢູ່ກະຊວງ​ຖະ​ແຫລງຂ່າວ​, ວັດ ທະນະທຳ ​ແລະ ທ່ອງ​ທ່ຽວ ​ໄດ້​ມີ ພິທີ​ມອບ​-ຮັບ​ເງິນຊຸກຍູ້ກອງປະ ຊຸມທ່ອງທ່ຽວອາຊຽນ ຄັ້ງທີ 32 ໂດຍມີ​ບັນດາ​ບໍລິສັດ​ ​ແລະ ລັດ​ວິ​ສາ​ຫະກິດ​ຕ່າງໆ​ເຊັ່ນ: ກຸ່ມບໍລິສັດ ຄຳ​ໄພ​ຊະ​ນະ​ກໍ່ສ້າງ ຈຳນວນ 10 ພັນ​ໂດ​ລາ, ບໍລິສັດທ່ອງ​ທ່ຽວ​ວຽງ​ຈຳ​ປາຈຳກັດ ສະໜັບສະໜູນ 10 ລ້ານກີບ, ລັດ​ວິ​ສາ​ຫະກິດ​ລາວ ເດີນ​ອາກາດ ຈຳນວນ 10 ລ້ານ ກີບ ​ແລະ ລັດ​ວິ​ສາ​ຫະກິດ​ນ້ຳມັນ​ເຊື້ອ​ໄຟ​ລາວ ຈຳນວນ 10 ລ້ານ ກີບ. ເປັນ​ກຽດ​​ຮັບ​ໂດຍທ່ານ ສຈ. ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະ ມົນຕີ​ວ່າການ​ກະຊວງ​ຖະ​ແຫລງ ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ. 
      ໂອກາດ​ນີ້, ທ່ານ ສຈ.ດຣ. ບໍ່​ແສງ​ຄຳ ວົງ​ດາລາ ​ໄດ້​​ໃຫ້​ກຽດ ມອບ​ໃບ​ຍ້ອງຍໍ ​ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ບັນດາ​ບໍລິສັດ ແລະ ລັດ​ວິ​ສາ​ຫະກິດດັ່ງກ່າວ ທີ່​ໄດ້​ໃຫ້​ການຊຸກຍູ້ປະກອບສ່ວນ​ຊ່ວຍ​ເຫຼືອອັນ​ມີ​ຄຸນຄ່າ​ເຂົ້າ​ໃນ​ກອງ​ປະຊຸມທ່ອ​ງທ່ຽວ​ອາ​ຊຽນ​ເທື່ອ​ນີ້ ເພື່ອເຮັດໃຫ້ກອງປະຊຸມ ດັ່ງກ່າວ​ປະສົບ​ຜົນສຳ​ເລັດ​ລຸ​ລ່ວງ​ໄປ​ດ້ວຍ​ດີ ແລະ ໃຫ້ຄຳໝັ້ນສັນຍາ​ວ່າ: ຈະ​ນຳ​ເອົາ​ເງິນ​ຈຳນວນດັ່ງ ກ່າວໄປ​ນຳ​ໃຊ້​ໃຫ້​ຄຸ້ມ​ຄ່າ ​ແລະ ຖືກຕ້ອງຕາມ​ຈຸດປະສົງ.

No comments:

Post a Comment