Ad

Ad

23 January 2013

ການກໍ່ສ້າງລະບົບນ້ຳປະປາ ເມືອງສອງຄອນຄືບຫນ້າກວ່າ 50%



        ແຫລ່ງຂ່າວຈາກ ແຂວງສະ ຫວັນນະເຂດ ລາຍງານວ່າ:ປະ ຊາຊົນ 12 ບ້ານ ເມືອງສອງຄອນ ຕ່າງກໍດີໃຈ ທີ່ອີກບໍ່ດົນ ນີ້ຈະໄດ້ ຊົມໃຊ້ນ້ຳປະປາ ຫລັງບໍລິສັດ ພຸດ ປະເສີດກໍ່ສ້າງ ໄດ້ກໍ່ສ້າງລະບົບ ນຳ້ປະປາສຸຂະພິບານ ຢ່າງຕໍໍ່ ເນື່ອງ ເຊິ່ງມາ ຮອດປັດຈຸບັນສຳ ເລັດແລ້ວ 57%ຫລັງກໍ່ສ້າງແຕ່ ທ້າຍເດືອນກຸມພາ 2012 ເປັນຕົ້ນ ມາ.ທ່ານ ອານຸສັກ ຊາພັກດີ ວິຊາ ການປະ ຈຳໂຄງການກໍ່ສ້າງລະ ບົບນ້ຳປະປາສຸຂະພິບານ ເມືອງ ສອງຄອນ ເປີດເຜີຍຕໍ່ຜູ້ສື່ຂ່າວ ແຂວງສະ ຫວັນນະເຂດວ່າ: ມາ ຮອດ ປັດຈຸບັນ,ໂຄງການກໍ່ສ້າງ ລະບົບນ້ຳປະປາ ແລະສຸ ຂະພິ ບານ ຢູ່ເທສະບານເມືອງສອງ ຄອນສຳເລັດແລ້ວ 57%ໂດຍ ໄດ້ຮັບ ທຶນຊ່ວຍເຫລືອລ້າຈາກ ທະນາຄານ ພັດທະນາອາຊີ  2,6 ລ້ານໂດລາສະຫະລັດ ແລະໂຄງ ການນີ້ສາມາດນຳຜົນປະໂຫຍດ ຢ່າງຫລວງຫລາຍ ໃຫ້ແກ່ປະຊາ ຊົນກວ່າ 13 ພັນຄົນຢູ່ 12 ບ້ານ ໂຄງການກໍ່ສ້າງລະບົບນ້ຳປະປາ ເມືອງສອງຄອນ ເປັນໂຄງ ການ ໃຫຍ່ຖ້າກໍ່ສ້າງສຳເລັດມື້ໜຶ່ງຈະ ສະໜອງນ້ຳໃຫ້ປະຊາຊົນຊົມໃຊ້ 3.800 ແມັດກ້ອນໂດຍທຸກວຽກ ຂອງໂຄງ ການຄືບໜ້າ ເປັນສ່ວນ
ຫລາຍເປັນຕົ້ນການກໍ່ສ້າງອ່າງ ສູງຢູ່ບ້ານແບ່ງຄຳໄຫລທີ່ບັນຈຸ ນ້ຳ 400 ແມັດກ້ອນ ສຳເລັດ 90%, ອ່າງສູງໜ່ວຍທີ 2 ຢູ່ເທສະ ບານເມືອງທີ່ບັນຈຸນ້ຳ 500 ແມັດ ກ້ອນສຳເລັດໂດຍພື້ນ ຖານ.ຂະ ນະທີ່ການກໍ່ສ້າງອ່າງຕອງ, ອ່າງ ເກັບນ້ຳ ໃສ,ອ່າງເກັບຕົກຕະກອນ ຕະຫລອດຮອດການວາງທໍ່ກໍສຳ ເລັດໂດຍ ພື້ນຖານ... ສ່ວນການກໍ່ ສ້າງຫ້ອງການ ແລະ ສາງສຳ ເລັດແລ້ວ 100%  ໂຄງການນ້ຳ ປະປາສຸຂະພິບານ ຕົວ ເມືອງ ນ້ອມ ຢູ່ເມືອງສອງຄອນ ແຂວງສະ ຫວັນນະເຂດ ເປັນສ່ວນ ໜຶ່ງເຮັດ ໃຫ້ການດຳລົງຊີວິດຂອງປະຊາ ຊົນດີຂຶ້ນເປັນລຳດັບທັງເປັນການ ສ້າງແລະປັບປຸງສະພາບແວດ ລ້ອມ ທີ່ດີຂອງເມືອງ ແລະ ເປັນເມືອງທີ່ ໜ້າຢູ່ຕື່ມອີກ.

No comments:

Post a Comment