ແຫລ່ງຂ່າວຈາກແຂວງ ເຊກອງ ລາຍງານວ່າ:ໃນກອງ
ປະຊຸມປະຈຳປີ 2012 ຂອງກອງ ບັນຊາ ການທະຫານແຂວງຕົນ ທີ່ຈັດຂຶ້ນໃນວັນທີ 18 ມັງກອນ ນີ້ໄດ້ມອບໃບຍ້ອງຍໃຫ້ໍແກ່ຜູ້ທີ່ມີຜົນງານດີເດັນໃນ
1 ປີຜ່ານມາ ກວ່າ 1.200 ຄົນ.ຂະນະດຽວກັນ ກໍໄດ້ປະກາດເລື່ອນຊັ້ນຮ້ອຍເອກ ຂຶ້ນພັນ ຕີ 6 ຄົນ,ຮ້ອຍໂທຂຶ້ນຮ້ອຍ
ເອກ 15 ຄົນ;ຮ້ອຍຕີຂຶ້ນຮ້ອຍໂທ 36 ຄົນ ແລະ ສິບເອກຂຶ້ນຮ້ອຍຕີ 71 ຄົນ.
ທ່ານພັນເອກ
ສົມທອງ ດອນ ກັນນ້ອຍ ກຳມະການປະຈຳພັກແຂວງ,ຫົວໜ້າການເມືອງກອງບັນຊາການທະ ຫານແຂວງເຊ
ກອງໄດ້ຍົກໃຫ້ເຫັນເຖິງຜົນງານການຊີ້ນຳ-ນຳພາຂອງຄະນະ ພັກ, ຄະນະບັນຊາໃນໄລຍະ 2 ປີ
ຜ່ານມາ ຄືປີ 2010- 2012 ແລະ ສະເໜີ ທິດທາງແຜນການແຕ່ນີ້ ເຖິງປີ 2015 ກໍຄືທິດທາງແຜນ ການສົກປີນີ້.
ຂະນະດຽວກັນກໍໄດ້ເຜີຍແຜ່ມະຕິ 03 ຂອງກົມການເມືອງສູນກາງພັກວ່າດ້ວຍສ້າງແຂວງເປັນຫົວໜ່ວຍຍຸດທະສາດ,
ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ
ແລະສ້າງບ້ານເປັນ
ຫົວໜ່ວຍພັດທະນາ,ຂໍ້ກຳ ນົດຂອງກົມ ໃຫຍ່ເສນາທິການວ່າ ດ້ວຍການເພີ່ມຕື່ມເຄື່ອງສະໜາມ
-ປະກອບອາວຸດ ໃໝ່,ຄຳສັ່ງແນະ ນຳຂອງລັດຖະມົນ ຕີກ່ຽກັບ ການ ກໍ່ສ້າງເຄຫະສະຖານ ແລະທີ່ຢູ່ອາ
ໄສ,ຂໍ້ກຳນົດວ່າດ້ວຍມາດຕະ ຖານກໍ່ສ້າງເຮືອນຄົວ, ເຮືອນ ກິນ,ແບບແຜນຄຸ້ມຄອງດີ,ລ້ຽງດູ ເກັ່ງ
ແລະ ຄຳແນະນຳການຈັດ ຕັ້ງປະຕິບັດວ່າດ້ວຍການເພິ່ງຕົນເອງ,ກຸ້ມ ຕົນເອງດ້ານທີ່ຢູ່ອາົສ.
ທ່ານ
ຄຳເຜີຍ ບຸດດາວຽງ ເລຂາພັກແຂວງ,ເຈົ້າແຂວງເຊກອງ ໄດ້ຍ້ອງຍໍຜົນງານທີ່ຄະນະພັກ,
ຄະນະບັນຊາກໍຄືພະນັກງານນັກຮົບຍາດໄດ້ທັງຮຽກຮ້ອງຄະ ນະພັກ,ຄະນະບັນຊາ ແລະພະນັກ
ງານນັກຮົບຕັ້ງໜ້າເສີມຂະຫຍາຍ ແລະ ປົກປັກຮັກສາມູນເຊື້ອອັນດີງາມຂອງກອງທັບ,ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ;ເອົາໃຈໃສ່ຍົກສູງລະດັບຄວາມຮູ້ຄວາມສາມາດຂອງຕົນເອງໃຫ້ສູງຂຶ້ນເພື່ອນຳເອົາຄວາມສະ
ຫງົບຄວາມເປັນລະບຽບຮຽບ ຮ້ອຍມາສູ່ປະຊາຊົນ,ປະກອບ ສ່ວນປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຕາມແນວ
ທາງປ່ຽນແປງໃໝ່ຂອງພັກເຮົາ.
No comments:
Post a Comment