Ad

Ad

23 January 2013

ນ້ຳມັນແອັດຊັງຂຶ້ນລາຄາ 80 ກີບ/ ລິດ



     ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ອອກ​ແຈ້ງ​ການ​ສະບັບ​ເລກທີ 0104, ລົງ​ວັນ​ທີ 18 ມັງກອນ 2013 ​ເພື່ອ​ໃຫ້​ບັນດາ​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ຢູ່​ນະຄອນຫລວງ​ວຽງ​ຈັນ, ຄຳ​ມ່ວນ, ສະຫວັນ​ນະ​ເຂດ, ຈຳປາ​ສັກ, ບໍ່​ແກ້ວ ​ແລະ ຊຽງ​ຂວາງ ປັບ​ລາຄາ​ນ້ຳມັນ​ເຊື້ອ​ໄຟ​ຂາຍຍ່ອຍ​ໜ້າປ້ຳ ​ເຊິ່ງ​ເລີ່​ມ​ແຕ່​​ເວລາ 6:00 ​ໂມງ​ເຊົ້າ ຂອງວັນ​ທີ 22 ມັງກອນ ​2013 ​ເປັນຕົ້ນ​ໄປ.
      ສຳລັບ​ລາຄາ​ທີ່​ປັບ​ຂຶ້ນ​ແມ່ນ 80 ກີບ​ຕໍ່​ລິດ ສະ​ເພາະ​ນ້ຳມັນ​ແອັດ​ຊັງ ​ເຊິ່ງຢູ່​ນະຄອນຫລວງ​ວຽງ​ຈັນ ​ແອັດ​ຊັງ​ພິ​ເສດ​ຈະ​ມີ​ລາຄາ​ລິດ​ລະ 11.730 ກີບ, ​ແອັດ​ຊັງ​ທຳ​ມະ​ດາ 10.480 ກີບ ​ແລະ ກາ​ຊວນ 9.280 ກີບ; ​ແຂວງ​ຄຳ​ມ່ວນ ​ແອັດ​ຊັງ​ພິ​ເສດ 11.720 ກີບ, ​ແອັດ​ຊັງ​ທຳ​ມະ​ດາ 10.520 ກີບ ​ແລະ ກາ​ຊວນ 9.320 ກີບ; ​ແຂວງ​ສະຫວັນ​ນະ​ເຂດ ​ແອັດ​ຊັງ​ພິ​ເສດ 11.840 ກີບ, ​ແອັດ​ຊັງ​ທຳ​ມະ​ດາ 10.530 ກີບ ​ແລະ ກາ​ຊວນ 9.320 ກີບ; ​ແຂວງ​ຈຳປາ​ສັກ ​ແອັດ​ຊັງ​ພິ​ເສດ 11.840 ກີບ, ​ແອັດ​ຊັງ​ທຳ​ມະ​ດາ 10.520 ກີບ ​ແລະ ກາ​ຊວນ 9.320 ກີບ; ​ແຂວງ​ບໍ່​ແກ້ວ ​ແອັດ​ຊັງ​ທຳ​ມະ​ດາ 10.600 ກີບ ​ແລະ ກາ​ຊວນ 9.380 ກີບ ​ແລະ ​ແຂວງ​ຊຽງ​ຂວາງ ​ແອັດ​ຊັງ​ທຳ​ມະ​ດາ 10.710 ກີບ ​ແລະ ກາ​ຊວນ 9.450 ກີບ.
    ການ​ປັບ​ຂຶ້ນລາຄາ​ໃໝ່​ນີ້​ແມ່ນ​ອີງ​ຕາມ​ສະພາບ​ລາຄາ​ຊື້-ຂາຍ​ນ້ຳມັນ​ເຊື້ອ​ໄຟ​ຢູ່​ຕະຫລາດ​ໂລກ​ໄດ້​ມີ​ການ​ປ່ຽນ​ແປງ ​ແລະ ​ເພື່ອ​ໃຫ້​ສອດຄ່ອງ​ຕາມ​ກົນ​ໄກ​ຕະ ຫລາດ ​ໂດຍ​ໃຫ້​ເລີ່​ມປະຕິບັດ​ໃນ​ວັນ​ທີ 22 ມັງກອນ 2013 ​ເປັນຕົ້ນ​ໄປ.

No comments:

Post a Comment