ເວົ້າລວມແລ້ວ ປີນີ້ອາກາດ ໜາວມາຊ້າກວ່າທຸກປີຜ່ານມາ
ຢູ່ປະເທດເຮົາ ເຊິ່ງຕາມປົກກະຕິ ແລ້ວ,ອາກາດ ໜາວຈະເລີ່ມແຕ່ ເດືອນພະຈິກຂອງທຸກໆປີກໍດັ່ງ
ຄຳກອນກ່າວໄວ້ວ່າ: “ເດືອນ 11 ຫົວລົມຕ້ອງ ເດືອນ 12 ຫົວລົມ ຕ່າວ” ນີ້ໝາຍເຖິງຍາມໜາວໄດ້
ຫຍັບເຂົ້າມາເຖິງແລ້ວໃຫ້ທຸກ ຄົນຈົ່ງມີຄວາມກຽມພ້ອມເພື່ອ ຮັບມືກັບຍາມ ໜາວດັ່ງກ່າວ ໂດຍ
ສະເພາະບັນດາເຂດແຂວງຢູ່ທາງ ພາກເໜືອລາວອາກາດຈະໜາວ ແຮງກວ່າເຂດແຂວງອື່ນ ຂອງ ປະເທດ, ສ່ວນຢູ່ພາກໃຕ້ອາກາດ
ຈະໜາວແຮງຢູ່ພຽງບໍລະເວນ ເມືອງປາກຊ່ອງ-ດົງບໍລະເວນ, ສ່ວນຢູ່ນະ ຄອນຫລວງວຽງຈັນ ອາກາດໜາວກໍຈະບໍ່ຮ້າຍແຮງ
ປານໃດ ແລະ ຢູ່ເຂດນີ້,ອາກາດ ໜາວມັກຈະເລີ່ມຂຶ້ນພາຍ ຫລັງສຳເລັດບຸນນະມັດສະການ ພະທາດຫລວງ
ຄືລະຫວ່າງທ້າຍ ເດືອນພະຈິກຂອງທຸກໆປີ. ແຕ່ປີນີ້ ອາກາດ ໜາວມາຊ້າ ແລະ ບໍ່ ໜາວແຮງດັ່ງຜ່ານມາ.
ແຕ່ເຖິງ ວ່າສະພາບອາກາດຈະມີການ ປ່ຽນແປງບໍ່ໄປຕາມລະດູການ ຂອງມັນກໍຕາມໂດຍສະເພາະ ແມ່ນຢູ່ບັນດາແຂວງພາກເໜືອ
ແລະ ພາກກາງຕອນເໜືອຄືເຂດ ເມືອງຮົ່ມ,ໄຊສົມ ບູນ, ເຂດຊຳ ທອງລ່ອງແຈ້ງເມື່ອກ່ອນ. ໃນປັດ
ຈຸບັນແມ່ນມີອາກາດໜາວແຮງ
ດັ່ງຢູ່ຊຽງຂວາງ, ຫົວພັນ, ຜົ້ງສາ ລີ ບາງມື້ອາກາດຈະໜາວແຮງ ແລະ ເຢັນລົງຢູ່ໃນລະດັບ
10-11 ອົງສາກໍມີ. ດັ່ງນັ້ນ,ການຮັກສາ ສຸຂະພາບໃນເວ ລານີ້ມີຄວາມສຳ ຄັນ ແລະ ຈຳເປັນຫລາຍ
ເພື່ອໃຫ້ ຮ່າງກາຍອົບອຸ່ນ ແລະ ສາມາດ ຕ້ານທານກັບພະຍາດຍາມ ໜາວ ທີ່ມັກເກີດຂຶ້ນເຊັ່ນ:ໄຂ້ຫວັດ,ວັນ
ນະໂລກ,ຫອບຫືດ,ປອດບວມ, ໄອເຈັບຄໍ ແລະ ອື່ນໆ.ດັ່ງນັ້ນ
ພວກເຮົາ ຕ້ອງນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນ, ກິນໃຫ້ພຽງພໍ ແລະ ໃຫ້ກິນອາຫານທີ່ມີທາດບຳລຸງ
ຫລາຍ ໂດຍສະເພາະ ແມ່ນເດັກ ນ້ອຍແລະຜູ້ເຖົ້າແກ່ຊະລາ.ແຕ່ ບັນຫາດັ່ງກ່າວກໍຈະປະຕິບັດ ບໍ່ສະດວກປານໃດ
ສຳລັບຄອບ ຄົວທີ່ຍັງ ທຸກຍາກຂາດເຂີນ ໂດຍ ສະເພາະແມ່ນປະຊາຊົນຜູ້ຢູ່ເຂດ ຊົນນະບົດພູດອຍບ່ອນຫ່າງໄກ
ສອກຫລີກທີ່ຍັງ ຂາດ ການຊ່ວຍ ເຫລືອຈາກພາຍນອກ.ດັ່ງນັ້ນໃນ ບົດຂຽນນີ້ຂ້າພະເຈົ້າຈຶ່ງຂໍຮຽກ
ຮ້ອງໄປຍັງຜູ້ໃຈ ບຸນທັງຫລາຍ ພວກ ເຮົາຈົ່ງມາຮ່ວມແຮງກັນ ເຮັດບຸນກຸສົນເພື່ອຊອກຊ່ອງ ທາງຊ່ວຍເຫລືອປະຊາຊົນຜູ້ທຸກ
ຍາກ ຂາດເຂີນເຫລົ່າ ນັ້ນໃຫ້ເຂົາ ເຈົ້າສາມາດຮັບມືກັບໄພໜາວທີ່ ພວມຄຸກຄາມຢູ່ໃນປັດຈຸບັນນີ້ໃຫ້ຜ່ານພົ້ນໄປໄດ້.
ກໍດັ່ງພວກເຮົາທີ່ ເຄີຍໄດ້ຮ່ວມແຮງຮ່ວມໃຈກັນ ຊ່ວຍບັນເທົາທຸກຜູ້ປະສົບເຄາະ ຮ້າຍຕ່າງໆ ເຊັ່ນ:
ໄພນ້ຳຖ້ວມ, ອັກຄີໄພ ແລະ ການລະບາດຂອງ ພະຍາດຕ່າງໆຢ່າງມີຜົນສຳ ເລັດມາແລ້ວ.
No comments:
Post a Comment