ພາຍຫຼັງຍອດຈຳໜ່າຍເຄື່ອງ ຄອມພິວເຕີ Acer ຕະຫຼອດ
ໄລຍະ 10 ປີ່ຜ່ານມາໄດ້ຮັບຄວາມນິຍົມ ເປັນຢ່າງດີຈາກລູກຄ້າ, ຕົວແທນ ຈຳໜ່າຍຄອມພິວເຕີ
Acer ຈຶ່ງ ພະ ຍາຍາມນຳເອົາຜະລິດຕະພັນທຸກ ຮຸ່ນໂດຍສະເພາະຜະລິດຕະພັນ ຮຸ່ນໃໝ່ທັນຍຸກທັນສະໄໝມາ
ພ້ອມ ກັບການອອກແບບທີ່ຫຼູຫຼາ,ມີຄຸນ ສົມບັດແຫ່ງຄວາມເປັນເຕັກໂນ ໂລຊີເໜືອກວ່າທີ່ຄິດມາສູ່ຕະ
ຫຼາດລາວເພື່ອເປັນທາງເລືອກ ໃໝ່ ໃຫ້ແກ່ລູກຄ້າ.
ທ່ານ ທີວາ ບຸກຄຸນທ໊ອດ (Tiwa
BOOKKHOONTOD) ຜູ້ຈັດການໃຫຍ່ຕົວແທນ ຈຳໜ່າຍ ຄອມພິວເຕີຮຸ່ນ Acer ຢູ່ ນະຄອນ ຫຼວງວຽງຈັນ
ກ່າວວ່າ:ຈາກການ ເຕີບໃຫຍ່ຂະຫຍາຍຕົວຂອງຍອດ ຈຳໜ່າຍເຄື່ອງ ຄອມພິວເຕີ ຮຸ່ນ Acer ໃນຕະຫຼອດໄລຍະ
10 ປີທີ່ ຜ່ານມາເຫັນວ່າລູກຄ້າ ແລະ ຜູ້ໃຊ້ ບໍລິການຢູ່ລາວມີຄວາມນິຍົມ ແລະ ສົນໃຈຜະລິດຕະພັນດັ່ງກ່າວ
ນັບມື້ນັບເພີ່ມຂຶ້ນ ໂດຍສັງເກດໄດ້ ຈາກຍອດຈຳໜ່າຍທີ່ນັບມື້ນັບ ເພີ່ມຂຶ້ນທຸກປີ.
ຈາກຄວາມຕ້ອງການດັ່ງ ກ່າວ,ຕົວແທນຈຳໜ່າຍຈຶ່ງສາ
ມາດສ້າງລາຍຮັບຫລາຍເຖິງ 150 ລ້ານບາດ(ສະກຸນເງິນໄທ) ຕໍ່ ປີ ໂດຍ 8 ປີທຳອິດ,ຮ້ານພຽງແຕ່ ເປັນຕົວແທນຈຳໜ່າຍສາຂາ
ແຕ ່ເຫັນວ່າຄວາມສົນໃຈຂອງລູກຄ້າ ນັບມື້ນັບເພີ່ມຂຶ້ນຈຶ່ງໄດ້ນຳເອົາ ຜະລິດຕະພັນດັ່ງກ່າວມາຈາກ
ໂຮງງານໂດຍກົງ ແລະ ສະໜອງ ສິນຄ້າໃໝ່ໆຕາມທີ່ທາງ ໂຮງ ງານໄດ້ສົ່ງອອກມາເພື່ອໃຫ້ລູກ ຄ້າໄດ້ນຳໃຊ້ສິນຄ້າດີໆທີ່ທັນ
ສະໄໝ.
ປັດຈຸບັນສິນຄ້າມາໃໝ່ຢູ່ ຮ້ານລວມມີສາມຍີ່ຫໍ້ໄດ້ແກ່
Aspie M5 Touch ເປັນຜະລິດຕະພັນທີ່ ໂດດເດັ່ນ,ບາງ,ແຂງແກ່ນໃນທຸກ ການນຳໃຊ້.ນອກນັ້ນໃນເຄື່ອງ
ເອງເຄືອບອາລູມີນຽມທີ່ງາມ ແລະ ທົນທານຕໍ່ການນຳໃຊ້ ພາຍ ໃຕ້ຄວາມບາງພຽງ 22 ມມ ພ້ອມ ຮອງຮັບ
Windows 8 ໂດຍ ໜ້າ ຈໍສຳພັດ,ມີຂອບບາງພຽງ 5 ມມ ເພື່ອຄວາມ ສະດວກຕໍ່ການນຳ ໃຊ້ ແລະ ຖື.
ຜະລິດຕະພັນຮຸ່ນ Acer Aspie V3 ເປັນຜະລິດຕະພັນຄອມພິວເຕີ
ໂນ໊ດບຸກ ທີ່ພ້ອມຕອບທຸກຄວາມ ຕ້ອງການຂອງຜູ້ຊົມໃຊ້
ໃຫ້ຜູ້ຊົມ ໃຊ້ສາມາດສຳພັດກັບໂລກດີ ຈີ ຕອລ ໄດ້ໄວ ແລະ ແຮງກວ່າເດີມ ທັງຫຼິ້ນອິນເຕີ
ເນັດໄດ້ຢ່າງ ວ່ອງໄວໂດຍຂະໜາດຈໍ 14 ແລະ 15,6 ນີ້ວ.
ຄອມພິວເຕີ Acer Aspie Z5771 All In One
Multi Touch Screen ຈໍໃຫຍ່ຂະໜາດ 23 ນີ້ວ ເປັນ ແບບຮຸ່ນສຳຜັດມາພ້ອມ ກັບ ໜ້າຈໍສຳພັດສະແດງຜົນໃນຄຸນ
ນະພາບແບບ Full HD ເຮັດວຽກ ແຮງກວ່າ, ໄວກວ່າ ແລະ ມີໜ່ວຍ ຄວາມຈຳເຖິງ 8 GBF ກາດຈໍ
NVIDIA GeForce GT-620.
ປັດຈຸບັນຜະລິດຕະພັນດັ່ງ ກ່າວມາເຖິງຮ້ານຈຳໜ່າຍທຸກ
ສາຂາໃນນະຄອນຫຼວງວຽງຈັນ ແລ້ວ ແລະ ພ້ອມຕອບສະໜອງ ຕາມຄວາມຕ້ອງການຂອງຜູ້ຊົມ ໃຊ້.ສຳລັບຜູ້ໃດທີ່ສົນໃຈ
ສາມາດ ຕິດຕໍ່ພົວພັນ ແລະ ສຳພັດ ໄດ້ຢູ່່ ຮ້ານຈຳໜ່າຍເຄື່ອງຄອມພິວເຕີ Acer ທຸກແຫ່ງ ແລະ ມີແຜນຈະຂະຫຍາຍສາຂາໄປຕ່າງແຂວງໃນອະນາຄົດອັນໃກ້ນີ້.

No comments:
Post a Comment