Ad

Ad

23 January 2013

ນະຄອນຫລວງຈະ​ເລັ່ງປັບປຸງ​ບັນດາ​ເສັ້ນທາງໃນ​ຕົວ​ເມືອງ​ໃຫ້​ໄດ້​ມາດຕະຖານ



    ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ນະຄອນຫລວງ​ວຽງ​ຈັນ ມີ​ແຜນ​ຈະ​ປັບປຸງ ​ແລະ ກໍ່ສ້າງ​ເສັ້ນ ທາງ​ຫລາຍ​ເສັ້ນພາຍ​ໃນ​ເທສະ​ບານ​ເມືອງຫລັງ​​ເຫັນ​ວ່າ​ເສັ້ນທາງ ​ຈຳນວນ​ໜຶ່ງ​​ເປ່​ເພຍ້ອນ​ກໍ່ສ້າງ​ມາ​ໄດ້​ຫລາຍ​ປີ ​ແລະ ສະພາບ​ພາຫະ ນະ​ກໍ​ເພີ່ມ​ຂຶ້ນຫລາຍ ສ້າງ​ຄວາມ​ແອ​ອັດ ​ເຊິ່ງຈຳ​ເປັນ​ຕ້ອງ​ມີ​ການ​ຂະຫຍາຍ​ເສັ້ນທາງ​ໃຫ້​ຫລາຍ​ຂຶ້ນ.
    ທ່ານ ​ເດດສົງຄາມ ທຳ​ມະ​ວົງ ຫົວໜ້າ​ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີ​ຕໍ່ໜ້າ​ນີ້ ​ເພື່ອ​ຮັບປະກັນ​ໃຫ້ການ​ຄົມມະນາ ຄົມ​ເຊື່ອມ​ຈອດ​ລະຫວ່າງ​ຕົວ​ເມືອງ, ​ເຂດ​ຊານ​ເມືອງ ​ແລະ ​ເຂດ​ນອກ​ເມືອງ​ໃຫ້​ມີ​ຄວາມ​ສະດວກ ສາມາດ​ຮອງ​ຮັບ​ການ​ຂະຫຍາຍ ຕົວ​ຂອງ​ຕົວ​ເມືອງ ຈະ​ໄດ້​ສຸມ​ໃສ່​ການ​ກໍ່ສ້າງ​ເສັ້ນທາງ​ສາຍ​ຫລັກ​ຂອງ​ຕົວ​ເມືອງ, ​ເສັ້ນທາງ​ວົງ​ແຫວນ​ຮອບ​ໃນ ​ແລະ ຮອບ​ນອກ ​ໂດຍ​ສະ​ເພາະ​ສືບຕໍ່​ສ້ອມ​ແປງ​ທາງ​ໃຫ້​ເປັນ​ປົກກະຕິ, ກໍ່ສ້າງ​ເສັ້ນທາງ​ທີ່​ນຳ​ໃຊ້​ເງິນ​ກູ້​ຈາກ ສປ ຈີນ, ການ​ປູຢາງ​ທັບ​ເສັ້ນທາງ, ຊຸກຍູ້​ເສັ້ນທາງ​ທີ່​ບັນດາ​ເອກະ​ຊົນ​ພາຍ​ໃນ​ລົງທຶນ​ກ່ອນ​ໃຫ້​ສຳ​​ເລັດ​ຕາມ​ແຜນ ​ແລະ ບັນດາ​ເສັ້ນທາງ​ຮ່ອມ​ຢູ່​ສີ່​ຕົວ​ເມືອງ​ໃນ​ໂດ​ຍລັດ ​ແລະ ປະຊາຊົນ​ຮ່ວມ​ກັນ​ລົງທຶນ​ກໍ່ສ້າງ​ເປັນຕົ້ນ.

       ​ຫົວໜ້າ​ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ກ່າວ​ວ່າ: ​ໃນ​ຊຸມ​ປີຜ່ານມາ,​ເສັ້ນທາງ​ສຳຄັນ​ຫລາຍ​ສາຍ​ຢູ່​ນະຄອນຫລວງ​ວຽງ​ຈັນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ມີ​ຄຸນ​ນະພາ​ບດີກ​ວ່າ​ເກົ່າ ​ໂດຍ​ສະ​ເພາະ​ການ​ປູຢາງ​ທັບ​ເສັ້ນທາງ​ສຸພາ​ນຸວົງ (​ແຕ່​ສວນ​ເຈົ້າຟ້າ​ງຸ່ມ- ສາມ​ແຍກ​ສີ​ໄຄ), ຖະໜົນ​ໄກສອນ​ພົມວິຫານ (​ແຕ່​ຂົວ​ຮ່ອງ​ແຊງ-​ໄຟ​ແດງ​ດົງ​ໂດກ), ຖະໜົນ​ທ່າ​ເດື່ອ, ຄຸ້ມ​ທາດ​ດຳ,ສະໜາມກິລາ​ເຈົ້າ ອະນຸວົງ, ຄູ​ວຽງ, ຂຸນ​ບູລົມ, ໜອງ​ບອນ ​ແລະ ຖະໜົນ​ກຳ​ແພງ​ເມືອງ ມີ​ຄວາມ​ຍາວ​ 33 ກວ່າ​ກິ​ໂລ​ແມັດ ​ເນື່ອງ​ຈາກ​ວ່າ​ບັນດາ​ເສັ້ນທາງ​ດັ່ງກ່າວ​ໄດ້​ມີການ​ກໍ່ສ້າງ​ມາ​ແຕ່​ຊຸມ​ປີ 1990. ສະນັ້ນມາ​ຮອດ​ປັດ ຈຸບັນ,ບັນດາ​ເສັ້ນທາງ​ດັ່ງກ່າວເລີ່​ມ​ເປ່​ເພ​ຫລາຍ​ສົມຄວນ​ເນື່ອງ​ຈາກ​ອາຍຸ​ນຳໃຊ້​​ດົນ​ນານບວກ​ກັບ​ຈຳນວນ​ພາຫະນະ​ທີ່​ນັບ​ມື້​ເພີ່ມ​ຂຶ້ນ ທັງ​ນີ້​ເພື່ອ​ຮັບປະກັນ​ໃຫ້​ອາຍຸ​ນຳ​ໃຊ້​ຂອງ​ທາງ​ຍາວ​ນານ​ຂຶ້ນຕື່ມ ອັນ​ສຳຄັນ​ແມ່ນ​ປະຢັດ​ງົບປະ ມານ ​ເຊິ່ງຖ້າ​ບໍ່​ມີ​ການ​ຟື້ນຟູ​ເສັ້ນ ທາງ​ກໍ​ຈະ​ເປ່​ເພ​ຫລາຍ, ຈະ​ເກີດ​ຄວາມ​ຫຍຸ້ງຍາກ​ໃນ​ການ​ສ້ອມ​ແປງ ​ແລະ ສິ້ນ​ເປືອງ​ງົບປະມານ.

No comments:

Post a Comment