ພະນັກງານແພດໝໍຢູ່ໂຮງໝໍເມືອງຄູນ ແຂວງຊຽງຂວາງ
ມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈທີ່ຄຸນນະພາບການປິ່ນປົວຄົນເຈັບຢູ່ໂຮງໝໍຕົນຈະມີປະສິດ
ທິພາບສູງອີກບາດກ້າວໜຶ່ງ ໂດຍສະເພາະການຜ່າຕັດປິ່ນປົວຄົນເຈັບ ຫລັງໂຮງໝໍແມ່
ແລະ ເດັກ ໄດ້ນຳອຸປະກອນເຄື່ອງມືຜ່າຕັດມອບໃຫ້ໂຮງໝໍດັ່ງກ່າວ ໃນວັນທີ 22
ມັງກອນນີ້ ເຊິ່ງໃຫ້ກຽດມອບໂດຍທ່ານຮອງສາສະດາຈານ ດຣ.ບົວວັນ ແສນສະຖິດ ອຳນວຍ
ການໂຮງໝໍແມ່ ແລະ ເດັກ ແລະ ຮັບໂດຍທ່ານ ດຣ. ບົວເກດ ວົງປະເສີດ ຫົວໜ້າໂຮງໝໍເມືອງຄູນ.
ອຳນວຍການໂຮງໝໍແມ່ ແລະ ເດັກ ກ່າວວ່າ: ອຸປະກອນທີ່ນຳມາມອບນີ້ປະກອບມີໂຕະຜ່າຕັດ,
ເຄື່ອງວາງຢາສະຫລົບ,ເຄື່ອງມືຜ່າຕັດ ເຊິ່ງໄດ້ມາຈາກການສະ ໜັບສະໜູນງົບປະມານຈາກຕ່າງ
ປະເທດ ແລະ ງົບປະມານຂອງໂຮງໝໍແມ່ ແລະ ເດັກ. ນອກຈາກນີ້ຍັງໄດ້ເຝິກອົບຮົມໃຫ້ພະນັກງານແພດໝໍຂອງໂຮງໝໍເມືອງຄູນຮູ້ນຳໃຊ້ອຸປະກອນດັ່ງກ່າວເພື່ອສ້າງຄວາມເຂັ້ມແຂງໃນການຜ່າຕັດສຸກເສີນ,
ດ້ານປະສູດ,ພະຍາດຍິງ ເພື່ອຫລຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກໃນຕໍ່ໜ້າ.

No comments:
Post a Comment