ກະຊວງແຜນການ ແລະ ການລົງທຶນຮ່ວມກັບສະພາການຄ້າ ສປ ຈີນ ຈັດກອງປະຊຸມພົບປະແລກປ່ຽນຄັ້ງທີ III ຂຶ້ນໃນວັນທີ 22 ມັງກອນ
2013 ທີ່ ສູນການຄ້າ ຊັ່ງຈ່ຽງໂດຍການເປັນ ປະ ທານ ຮ່ວມຂອງ ທ່ານ ດຣບຸນທະວີ ສີສຸພັນທອງ
ລັດຖະມົນຕີຊ່ວຍວ່າການກະ ຊວງແຜນ ການ ແລະ ການລົງທຶນ, ທ່ານ ນາງ ປູ້ຈ້ຽນກົວ, ເອກອັກຄະລັດ
ຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳລາວ, ມີບັນດານັກທຸລະ ກິດ ແລະ
ແຂກທີ່ຖືກເຊີນທັງສອງຝ່າຍ ເຂົ້າຮ່ວມ 100 ກວ່າຄົນ.
ທ່ານ ດຣ. ບຸນທະວີ ສີສຸພັນທອງ ໄດ້ກ່າວວ່າ:
ການພົບປະແລກປ່ຽນລະຫວ່າງລັດຖະບານລາວ ແລະ ນັກທຸລະ ກິດຈີນ ປະຈຳປີ 2013 ຊຶ່ງເປັນເວທີປຶກສາຫາລືທີ່ມີຄວາມໝາຍສຳຄັນໃນການແກ້ໄຂບັນຫາທີ່ກ່ຽວພັນກັບການປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ
ແລະ ການລົງທຶນຢູ່ ສປປ ລາວ ຊຶ່ງການລົງທຶນຂອງພາກທຸລະກິດເອກະຊົນຈາກ ສປ ຈີນ
ກໍ່ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ.ເພື່ອບັນລຸເປົ້າໝາຍໂດຍສະເພາະແມ່ນແຜນການພັດທະນາເສດຖະກິດ-ສັງຄົມ
5 ປີ ຄັ້ງທີ VII (2011-2015) ໃຫ້ບັນລຸອັດຕາການຂະຫຍາຍຕົວທາງດ້ານເສດຖະກິດມະຫາພາກຕ່ຳສຸດບໍ່ໃຫ້ຫລຸດ
8%ຕໍ່ປີ,ລັດຖະ ບານລາວໄດ້ໃຫ້ຄວາມສຳຄັນຕໍ່ການລົງທຶນຂອງພາກເອກະຊົນ ເຊິ່ງໃນນັ້ນກໍລວມທັງການລົງ
ທຶນຂອງຕ່າງປະເທດ.ອີງຕາມການຄາດຄະເນການລົງທຶນທັງໝົດໃນສັງຄົມ ຄາດວ່າຈະກວມເອົາປະມານ
32%ຂອງ GDP ຫລື ເທົ່າກັບ 15 ຕື້ກວ່າໂດລາສະ ຫະ ລັດ,ໃນນັ້ນການລົງທຶນຂອງເອ
ກະຊົນຕ່າງປະເທດ ຕ້ອງໃຫ້ໄດ້ປະມານ 56%ຂອງການລົງທຶນ ທັງໝົດ ໝາຍວ່າໃນໄລຍະ
5 ປີ ຕໍ່ ໜ້າ,ສປປ ລາວ ຕ້ອງໄດ້ສູ້ຊົນດຶງດູດການລົງທຶນໃຫ້ໄດ້ຢ່າງໜ້ອຍປີລະ
1,7 ຕື້ໂດລາສະຫະລັດ ຫລື ລວມທັງໝົດປະມານ
8,5 ຕື້ໂດລາສະຫະລັດ.ຕົວເລກນີ້ອາດເປັນຕົວເລກບໍ່ຫລາຍສຳລັບ ສປ ຈີນ ທີ່ມີເສດຖະກິດຂະໜາດໃຫຍ່,
ແຕ່ສຳລັບ ສປປ ລາວ ແມ່ນສິ່ງທ້າທາຍບໍ່ໜ້ອຍໃນການບັນລຸເປົ້າໝາຍດັ່ງກ່າວ.ໃນໄລຍະໃໝ່ນີ້
ລັດຖະບານລາວ ຖືການພັດທະ ນາແບບຍືນຍົງທີ່ສົມສ່ວນ,ການດຶງດູດການລົງທຶນທີ່ມີຄຸນນະພາບ
ແລະ ຊ່ວຍຫລຸດຜ່ອນຄວາມ ທຸກຍາກຂອງປະຊາຊົນລາວ. ລັດຖະບານລາວຍາມໃດກໍພະຍາ ຍາມປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ
ແລະ ການລົງທຶນດ້ວຍການປັບ ປຸງນິຕິກຳ, ນະໂຍບາຍ ພ້ອມກັບການສ້າງປັດໄຈໃນການຊຸກຍູ້ຕ່າງໆ
ໃຫ້ພາກທຸລະກິດມີເງື່ອນໄຂສະດວກ ເພື່ອມີການລົງທຶນໃຫ້ຫລາຍຂຶ້ນໂດຍສະເພາະການປັບປຸງກົນໄກການອະນຸຍາດຕ່າງໆໃຫ້ໄວຂຶ້ນ
ເວົ້າລວມ, ເວົ້າສະເພາະການລົງທຶນຂອງນັກ ທຸລະກິດຈີນ ຢູ່ ສປປ ລາວ ໃນຂະແໜງການຕ່າງໆໃຫ້ນັບມື້ນັບມີການເພີ່ມຂຶ້ນໃນດ້ານຈຳນວນໂຄງການ
ແລະ ຈຳນວນມູນຄ່າການລົງທຶນ.ນີ້ກໍຍ້ອນມີຄວາມເຊື່ອໝັ້ນຕໍ່ສະພາບເສດຖະກິດຂອງສປປ
ລາວ ທີ່ມີຄວາມໝັ້ນ ຄົງ ແລະ ຂະຫຍາຍຕົວຢ່າງໝັ້ນທ່ຽງ ເພື່ອໃຫ້ບັນລຸເປົ້າໝາຍຂອງການພັດທະນາ
ແລະ ການເຊື່ອມໂຍງເສດຖະກິດໃນພາກພື້ນ ແລະ ສາກົນ.

No comments:
Post a Comment