Ad

Ad

23 January 2013

ລັດຖະບານຍີ່ປຸ່ນມອບເງິນຊ່ວຍເຫຼືອກໍ່ສ້າງເສັ້ນທາງແຕ່ບ້ານ ໂພນສະອາດ-ບ້ານນ້ຳລາ-ບ້ານໂຄ້ງ ເມືອງນ້ຳບາກແຂວງຫຼວງພະບາງ



           ໃນວັນທີ 22 ມັງກອນນີ້ ຢູ່ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມີພິທີເຊັນສັນຍາໂຄງ ການກໍ່ສ້າງຍົກລະດັບເສັ້ນທາງ ແຕ່ບ້ານໂພນສະອາດ-ບ້ານນ້ຳລາ ແລະ ບ້ານໂຄ້ງ ເມືອງນ້ຳບາກ ແຂວງ ຫຼວງພະບາງ ຊຶ່ງເປັນທຶນ ຊ່ວຍເຫຼືອລ້າຈາກລັດຖະບານ ຍີ່ປຸ່ນ ໃນຈຳນວນ 1 ແສນກວ່າ ໂດລາສະຫະລັດ ລະຫວ່າງ ທ່ານ ນາງ ຈຸນໂກະ ໂຢໂກຕະ ເອກອັກ ຄະລາຊະທູດ ຍີ່ປຸນ ປະຈຳລາວ  ແລະ ທ່ານ ພົບສະຫວາດ ແສນ ດວງເດດ ຫົວໜ້າຫ້ອງການໂຍ ທາທິການ ເມືອງນ້ຳບາກ ແຂວງ ຫຼວງພະ ບາງ ໂດຍເປັນກຽດເຂົ້າ ຮ່ວມຂອງທ່ານ ສົມມາດ ພົນເສ ນາ ລັດຖະມົນຕີວ່າການກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ Yosuke Tsuruho ລັດຖະມົນຕີ ຊ່ວຍວ່າການກະຊວງໂຄງລ່າງທີ່ ດິນ,ຂົນສົ່ງ ແລະ ທ່ອງທ່ຽວ ແຫ່ງປະເທດຍີ່ປຸ່ນ.

          ທ່ານນາງ ຈຸນໂກະ ກ່າວ ວ່າ:ໃນໄລຍະຜ່ານມາ,ຂ້າພະເຈົ້າ ໄດ້ຮັບລາຍງານວ່າເສັ້ນທາງ ດັ່ງ ກ່າວ ມີຄວາມຍາວ 3 ກິໂລແມັດ ມີສະພາບເປ່ເພ ແລະ ຫຍຸ້ງຍາກ ໃນການເດີນທາງໄປມາ. ບ້ານນ້ຳ ລາ ແລະ ບ້ານໂຄ້ງ ຢູ່ເມືອງນ້ຳ ບາກ ເປັນບ້ານທີ່ມີຊື່ສຽງ ເລື່ອງ ການຜະລິດໝາກກ້ຽງ ເພື່ອສົ່ງ ຂາຍ ແລະ ປາຊາຊົນສ່ວນຫຼາຍ ແມ່ນຊາວໄຮ່ ຊາວ ສວນ. ດັ່ງນັ້ນ, ຖ້າຖະໜົນເຊື່ອມຕໍ່ລະຫວ່າງ ບ້ານດັ່ງກ່າວ ໄດ້ຮັບການແກ້ໄຂ ແລະ ຍົກລະດັບໃຫ້ດີຂຶ້ນຈະຊ່ວຍ ອຳນວຍຄວາມສະດວກ ໃນການ ໄປມາຫາສູ່ກັນລະຫວ່າງປະ ຊາ ຊົນຈາກ 2 ບ້ານ ແລະ ປະຊາຊົນຢູ່ ເຂດ ໃກ້ຄຽງ ກໍຈະໄດ້ຮັບຜົນປະ ໂຫຍດເຊັ່ນດຽວກັນ.ນອກນັ້ນ ຍັງສົ່ງຜົນດີຕໍໍ່ການຕິດຕໍ່ພົວພັນ ກັບພາຍນອກ, ການຂົນສົ່ງສິນ ຄ້າກະສິກຳອອກສູ່ຕະຫຼາດຢ່າງ ສະດວກສະບາຍ,ການນຳສົ່ງຄົນ ເຈັບໄປໂຮງໝໍເມືອງ,ການໄປ ໂຮງຮຽນ ແລະ ການສັນຈອນໄປ ມາຕ່າງໆກໍມີຄວາມສະດວກຂື້ນ ກວ່າເກົ່າ.
           ລັດຖະບານ ຍີ່ປຸ່ນ ເຫັນວ່າ ການພັດທະນາຖະໜົນຫົນທາງ ແມ່ນໜຶ່ງໃນປັດໃຈສຳຄັນຕໍ່ການ ພັດທະນາດ້ານເສດຖະກິດ-ສັງຄົມ ລວມໄປເຖິງການພັດທະນາລະ ບົບ ໂຄງລ່າງພື້ນຖານ. ມາຮອດ ປັດຈຸບັນ, ລັດຖະບານ ຍີ່ປຸ່ນ ໄດ້ ໃຫ້ການຊ່ວຍເຫຼືອໂຄງການຍົກ ລະດັບເສັ້ນທາງເຂົ້າບ້ານໂດຍ ຜ່ານ ໂຄງການ GGP ແລ້ວທັງ ໝົດ 17 ໂຄງການ ເຊິ່ງມີມູນຄ່າ ປະມານ 1.2 ລ້ານໂດລາສະຫະ ລັດ.ພາຍຫຼັງເສັ້ນທາງໄດ້ຮັບ ການຍົກລະດັບແລ້ວ,ທຸກພາກ ສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນ ຜູ້ນຳໃຊ້ຖະໜົນໃນການສັນຈອນ ໄປມາ ຈະຮ່ວມກັນປົກປັກຮັກສາ ເສັ້ນທາງໃຫ້ຢູ່ໃນສະພາບດີ, ມີປະ ສິດທິພາບ ແລະ ສາມາດນຳໃຊ້ ໄດ້ຢ່າງຍາວນານ.
       ທ່ານ ພົບສະຫວາດ ກ່າວວ່າ: ການໃຫ້ທຶນຊ່ວຍເຫຼືອລ້າໃນຄັ້ງນີ້ ເປັນການປະກອບສ່ວນເຂົ້າໃນ ການພັດທະນາພື້ນຖານໂຄງລ່າງ ດ້ານຄົມມະນາຄົມທາງບົກ ໃຫ້ ແກ່ເມືອງນ້ຳບາກຂອງພວກເຮົາ ເວົ້າລວມ, ເວົ້າສະເພາະ ພາຍໃນ 2 ບ້ານ ໄດ້ຮັບຜົນປະໂຫຍດໂດຍ ກົງໂດຍປ່ຽນຈາກການນຳໃຊ້ ເສັ້ນທາງໄດ້ພຽງລະດູດຽວ ມາເປັນການນຳໃຊ້ເສັ້ນທາງທ່ຽວ  ໄດ້ 2 ລະດູ, ເຮັດໃຫ້ປະຊາຊົນໄດ້ ເຂົ້າເຖິງການບໍລິການໃນດ້ານ ຕ່າງໆທີ່ມີຄວາມສະດວກຂື້ນ ເຊັ່ນ:ສະດວກໃນການເຂົ້າເຖິງ ການບໍລິການສາທາລະນະສຸກ, ການນຳໃຊ້ພາຫະນະຂົນສົ່ງສິນ ຄ້າ,ການອຳນວຍຄວາມສະດວກ ໃຫ້ແກ່ເດັກນ້ອຍ-ນັກຮຽນນຳໃຊ້ ເສັ້ນທາງເພື່ອໄປຮ່ຳຮຽນ ແລະ ມີຄວາມສະດວກໃນການພົວພັນ ກັບຂົງ ເຂດບ້ານໃກ້ຄຽງ.

No comments:

Post a Comment