ເພື່ອປະຕິບັດຕາມແນວທາງ ນະໂຍບາຍຂອງພັກ-ລັດຖະບານ
ກ່ຽວກັບວຽກງານສົ່ງເສີມການ ຜະລິດເປັນ ສິນຄ້າ, ກຸ່ມບ້ານສີສົມ ພອນໄດ້ສຸມໃສ່ວຽກງານກະສິກຳ
ປູກຝັງ ໂດຍເລັ່ງໃສ່ການປູກ ໝາກໂມໃນລະດູແລ້ງ ເຊິ່ງເປັນ ໂຄງການສົ່ງເສີມການຜະລິດ ເປັນສິນຄ້າທີ່ຂຶ້ນກັບພະແນກກະສິ
ກຳ ແລະ ປ່າໄມ້ແຂວງອັດຕະປື ທັງເປັນປີທຳອິດທີ່ໂຄງການນີ້ໄດ້ ລົງຂະຫຍາຍເນື້ອທີ່ການຜະລິດ
ປູກໝາກໂມຢູ່ຕາມແຄມໜອງລົມ ບ້ານສີສົມພອນຕິດກັບເສັ້ນທາງ ໄປເມືອງສະໜາມໄຊ. ໂຄງການ ດັ່ງກ່າວໄດ້ສະໜອງແນວພັນປູກຈຳນວນໜຶ່ງ,
ຕາມແຜນການ ແລ້ວຈະໄດ້ດຶງເຄືອຂ່າຍໄຟຟ້າ ລົງລຽບຕາມຝັ່ງໜອງລົມ, ພ້ອມ ສະໜອງອຸປະກອນການດູດນ້ຳ
ໃຫ້ຈຳນວນໜຶ່ງ.
ຕາມການລາຍງານຂອງທ່ານ ຄອນສະຫວັນ ແກ້ວປະເສີດ ນາຍ
ບ້ານສີສົມພອນ ເມື່ອວັນທີ 22 ມັງ ກອນນີ້ ວ່າ: ການປູກໝາກໂມລະ ດູແລ້ງຂອງຊາວບ້ານຢູ່ເຂດນີ້ໄດ້
ດຳເນີນມາເປັນເວລາ 4 ປີ. ເບື້ອງ ຕົ້ນມີ 3 ຄອບຄົວ ປູກໃນເນື້ອທີ່ ພຽງເລັກໜ້ອຍ ຕໍ່ມາຈຶ່ງຄ່ອຍມີ
ຫລາຍຂຶ້ນ, ແຕ່ມາຮອດປັດຈຸບັນ ມີເຖິງ 22 ຄອບຄົວ, ມີເນື້ອທີ່ປູກ 9 ເຮັກຕາ. ສະເພາະຂອງໂຄງ
ການມີ 14 ຄອບຄົວ ໃນເນື້ອທີ່ 8,2 ເຮັກຕາ. ປີຜ່ານມາ ລາຍຮັບ ຈາກການຂາຍ ໝາກໂມຈຳນວນ 6 ຄອບຄົວ
ສະເລ່ຍແລ້ວໄດ້ 6 ລ້ານກວ່າກີບຕໍ່ຄອບຄົວ ເຊິ່ງ ຂາຍໃນລາຄາ 3.800 ກີບຕໍ່ ໜ່ວຍ. ຕາມແຜນການຄາດວ່າປີນີ້ຈະໃຫ້ມີລາຍຮັບຈາກການຂາຍໝາກ
ໂມບໍ່ໜ້ອຍກວ່າ 8 ລ້ານກີບຕໍ່ ຄອບຄົວ ແລະ ຈະສືບຕໍ່ປູກໃຫ້ ຮັບຜົນດີຂຶ້ນເລື້ອຍໆໃນປີຕໍ່ໆໄປ.
No comments:
Post a Comment