ອົງການທ່ອງທ່ຽວແຫ່ງຊາດລາວ ໄດ້ຈັດຖະແຫລງຂ່າວຕໍ່ສື່ມວນຊົນລາວ, ຕ່າງປະເທດ ໃນວັນທີ 22 ມັງກອນນີ້ ຢູ່ສູນການ ຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ
ເພື່ອໃຫ້ຄວາມກະຈ່າງ ແຈ້ງກ່ຽວກັບນະໂຍບາຍ ຂອງລັດຖະບານຕໍ່ນັກທ່ອງທ່ຽວຕ່າງປະ ເທດ, ການພັດທະນາແຫລ່ງທ່ອງ
ທ່ຽວ ແລະ ພື້ນຖານໂຄງລ່າງ ຕ່າງໆຂອງລາວ.
ທ່ານ ສາລີ ພິມພິນິດ ຫົວໜ້າ ກົມໂຄສະນາການທ່ອງທ່ຽວ
ກະ ຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ລັດຖະບານລາວໄດ້ມີນະໂຍບາຍ ແລະ
ລົງທຶນດ້ານການທ່ອງທ່ຽວ ບໍ່ວ່າຈະເປັນພື້ນ ຖານໂຄງລ່າງທີ່ ເຂົ້າເຖິງແຫລ່ງທ່ອງທ່ຽວ, ປັບ
ປຸງສະໜາມບິນ ແລະ ນະໂຍບາຍ ວີຊາໃຫ້ແກ່ນັກທ່ອງທ່ຽວທີ່ເຂົ້າ ມາລາວ. ພ້ອມດຽວກັນນັ້ນ ກໍຍັງ
ໄດ້ຍົກໃຫ້ເຫັນຕົວເລກນັກທ່ອງ ທ່ຽວທີ່ເພີ່ມຂຶ້ນແຕ່ລະປີ, ໂຮງ ແຮມເພີ່ມຂຶ້ນ ຈາກ 388 ແຫ່ງ
ໃນ ປີ 2010 ເປັນ 435 ແຫ່ງ ໃນປີ 2011 ແລະ ເພີ່ມຂຶ້ນເປັນ 442 ແຫ່ງ ໃນປີ 2012, ຈຳນວນ ເຮືອນ
ພັກເພີ່ມຈາກ 1.482 ແຫ່ງ ໃນປີ 2010 ເປັນ 1.491 ແຫ່ງ ໃນປີ 2011 ແລະ ເພີ່ມຂຶ້ນ 1.561 ແຫ່ງ
ໃນປີ 2012.
ທ່ານ ສາລີ ພິມພິນິດ ກ່າວວ່າ: ໄລຍະ 3 ປີຫລັງມານີ້
ມີບັນຫາ ຫລາຍຢ່າງເກີດຂຶ້ນຢູ່ສະຖານທີ່ ທ່ອງທ່ຽວ ເມືອງວັງວຽງ ແຂວງ ວຽງຈັນ. ເພື່ອແກ້ໄຂບັນຫານີ້ ການນຳລະດັບສູງສຸດຂອງປະ
ເທດ ກໍໄດ້ຊີ້ນຳໃຫ້ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບກັບເຈົ້າໜ້າທີ່ທີ່
ກ່ຽວຂ້ອງ, ກະຊວງປ້ອງກັນ ຄວາມສະຫງົບ, ຕຳຫລວດທ່ອງ ທ່ຽວ, ອຳນາດການປົກຄອງ ແຂວງວຽງຈັນ ແລະ
ເມືອງວັງ ວຽງ ເອົາໃຈໃສ່ແກ້ໄຂບັນຫາຢູ່ ວັງວຽງ ເປັນທີ່ຮຽບຮ້ອຍແລ້ວ ເຮັດໃຫ້ສະພາບຂອງເມືອງວັງ
ວຽງໃນປັດຈຸບັນດີຂຶ້ນ ແລະ ເພື່ອ ເປັນຫລັກຖານ ຢັ້ງຢືນເຖິງ ການປ່ຽນແປງນັ້ນ ກໍຂໍເຊີນບັນດາສື່
ມວນຊົນໄປຢ້ຽມຢາມສະຖານທີ່ ດັ່ງກ່າວໂດຍຕົນເອງ. ສຳລັບຜູ້ ນຳທ່ຽວທີ່ບໍ່ ເກັ່ງພາສາຕ່າງປະ
ເທດ, ອະທິບາຍປະຫວັດສາດ ແລະ ສະຖານທີ່ທ່ອງທ່ຽວຍັງບໍ່ ທັນເລິກແລບນັ້ນ ກໍຍອມຮັບວ່າ ເປັນຄວາມຈິງວ່າ:
ພະນັກງານ ນຳທ່ຽວລາວຍັງຈຳກັດດ້ານ ຄວາມຮູ້ ໂດຍສະເພາະພາສາ ຕ່າງປະເທດ ແລະ ຂໍ້ມູນເນື້ອໃນ
ປະຫວັດສາດ, ສິລະປະກຳລວດ ລາຍ ເຊິ່ງບັນຫາເຫລົ່ານີ້ພວກ ເຮົາກໍຈະເພີ່ມທະວີຊຸກຍູ້ໃຫ້ເຂົາ
ເຈົ້າ ໂດຍການເຝິກອົບຮົມຢູ່ພາຍ ໃນການຈັດຕັ້ງ ແລະ ບໍລິສັດທ່ອງ ທ່ຽວເອງ. ນອກຈາກນັ້ນ ກໍພະຍາ
ຍາມເຮັດ ໃຫ້ເຂົາເຈົ້າຮຽນ ຮູ້ການສ້າງບັນຍາກາດໃນການ ນຳທ່ຽວ ແລະ ມີທັດສະນະແນວ ຄິດການເມືອງທີ່ຖືກຕ້ອງ
ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດຖະບານລາວ.
No comments:
Post a Comment