ໃນວັນທີ 23 ມັງກອນ 2013 ໄດ້ມີພິທີໄຂໂຄງການມິດຕະ
ພາບເພື່ອສຸຂະພາບລະຫວ່າງ ໂຮງໝໍແຂວງຈຳ ປາສັກກັບໂຮງຫມໍສັບ ພະສິດທິປະສົງ ແຂວງ ອຸບົນຣາຊະທານີປະເທດໄທໂດຍ
ການເຂົ້າ ຮ່ວມເປັນສັກຂີພະຍານ ຂອງ ທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າ ແຂວງໆຈຳປາສັກ, ມີ
ທ່ານ ດຣ ກອງມະນີ ປັນຍາສະ ຫວັດຄະນະອຳ ນວຍການໂຮງໝໍແຂວງຈຳປາ ສັກມີທ່ານ ດຣ ທະວີກຽດ ຜູ້ກວດກາສາ ທາລະ
ນະສຸກເຂດທີ 13 ປະເທດໄທ, ທ່ານ ດຣ ມະນັດ ຜູ້ອຳນວຍ ການໂຮງໝໍສັບພະສິດທີປະສົງ ແລະ ທ່ານ
ດຣ ສົມກຽດ ວໍລະ ລາດຄະນະພະ ແນກສາທາລະ ນະສຸກພ້ອມດ້ວຍພະນັກງານວິ ຊາການດ້ານສາທາລະນະສຸກ
ສອງຝ່າຍເຂົ້າຮ່ວມ.
ທ່ານ ດຣ ກອງມະນີ ຄະນະ ອຳນວຍການໂຮງໝໍແຂວງຈຳ
ປາສັກໄດ້ກ່າວວ່າ:ອີງຕາມບົດ ບັນທຶກສັນຍາ ການຮ່ວມມືກ່ຽວ ກັບວຽກງານສາທາລະນະສຸກ ລຸ່ມແມ່ນ້ຳຂອງແລະການຮ່ວມມືກັນລະຫວ່າງ
ພະແນກສາ ທາລະນະສຸກແຂວງຈຳປາສັກ ສປປ. ລາວ ກັບສາທາລະນະສຸກແຂວງ
ອຸບົນລາຊະທານີແຫ່ງລາຊະອາ
ນາຈັກ ໄທ, ແລະ ເພື່ອຜັນຂະ ຫຍາຍບັນດາເນ້ືອໃນການຮ່ວມ ມືກ່າວນັ້ນໂຮງໝໍແຂວງຈຳ ປາສັກ ແລະ
ໂຮງພະຍາບານ ສັບພະສິດທິປະສົງໄດ້ເລີ່ມຕົ້ນ ການຮ່ວມມືທາງດ້ານການແພດມາຕັ້ງແຕ່ປີ 2012 ເຊັ່ນ:
ການ ຜ່າຕັດສົບແຫວ່ງ ເພດານໂຫວ່, ອົບຮົມການແພດສຸກເສີນ, ແກ້ ໄຂພາວະອາການເຈັບເປັນ, ບາດ
ແຜໄຟໄໝ້ນ້ຳຮ້ອນລວກ, ຖອດ ຖອນບົດຮຽນການຜ່າຕັດຜ່ານທໍ່ໂດຍຄັ້ງທຳອິດໄດ້ຈັດໃຫ້ມີຂຶ້ນ ໃນວັນທີ
2/7/2012 ມີປະຊາຊົນ ຜູ້ທຸກຍາກໄດ້ເ ຂົ້າຮັບການຜ່າຕັດຈຳນວນ38ກໍລະນ. ນອກນັ້ນຍັງ ໄດ້ຮັບການຊ່ວຍເຫຼືອໃນຫຼາຍໆ
ດ້ານອິກເຊັ່ນ:ໄດ້ຮັບ ການ ຊ່ວຍເຫຼືອເຄື່ອງຟອກໝາກໄຂ່ຫຼັງຈາກຄອບຄົວສີລິວັດທະນາຈຳນວນ 2
ເຄື່ອງ, ໂຄງການພະລາຊະທານ ດ້ານທັນຕະແພດ, ໄດ້ຮັບການ ອົບຮົມພະຍາດເບົາຫວານຈາກ ປະເທດໄທ,
ອົບຮົມການນວດ ແບບແຜນບູ ຮານຈາກມະຫາວິ ທະຍາໄລຊຽງໃໝ່.
ແຕ່ເນື່ອງຈາກວ່າໂຮງໝໍ ແຂວງຈຳປາສັກຍັງຂາດແຄນ ວັດຖຸອຸປະກອນດ້ານການແພດ
ຫຼາຍດ້ານ ໂດຍສະເພາະແມ່ນ ເຄື່ອງມືຜ່າຕັດຜ່ານທໍ່ທີ່ທັນສະ ໄໝເພື່ອຊ່ວຍເຫຼືອແກ້ໄຂການ ເຈັບເປັນໃຫ້ແກ່ປະຊາ
ຊົນບັນດາ ເຜົ່າທີ່ມາໃຊ້ບໍລິການຢູ່ໂຮງໝໍ ແຂວງຈຳປາສັກ, ໃນໂອກາດ ອັນສະຫງ່າລາສີນີ້ທ່ານຄະນະ
ອຳນວຍ ການໂຮງໝໍແຂວງຈຳ ປາສັກຍັງໄດ້ກ່າວສະແດງ ຄວາມຂອບໃຈມາຍັງການນຳ ພັກລັດ ແລະ ຜູ້ແທນສາທາລະ
ນະສຸກເຂດ 13 ປະເທດໄທພ້ອມ ດ້ວຍຄະນະອຳນວຍການໂຮງ ຫມໍສັບພະສິດທິປະສົງ ແລະ ພະນັກງານວິຊາ
ການທຸກທົ່ວໜ້າທີ່ໄດ້ສະໜັບໜູນເຄື່ອງມືອຸປະ ກອນການແພດ ແລະ ການຜ່າ ຕັດໃນໄລຍະຢ້ຽມຢາມໂຮງໝໍ
ແຂວງຈຳປາສັກໃນຄັ້ງນີ້ຈົນ ຮອດວັນທີ 25 ມັງກອນ 2013.

No comments:
Post a Comment