ເຈົ້າໜ້າທີ່ຕຳຫຼວດ
ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ພຽງ 6 ວັນ ຄືນັບແຕ່ວັນທີ 16 ຫາ 22 ມັງ ກອນນີ້ ຢູ່ນະຄອນຫຼວງວຽງຈັນ
ມີປາກົດການຫຍໍ້ທໍ້ເກີດຂຶ້ນ 52 ເລື່ອງ, ໃນ ນັ້ນ ມີຄະດີຊີງຊັບ 2 ເລື່ອງ, ລັກຊັບ ພົນລະ
ເມືອງ 7 ເລື່ອງ, ອັກຄີໄພ 2 ເລື່ອງ ແລະ ອຸປະຕິເຫດ 35 ກໍລະນີ ເຊິ່ງມີຜູ້ ເສຍຊີວິດ 5
ຄົນ.
ເຈົ້າໜ້າທີ່ ກ່າວວ່າ: ປາກົດ ການຫຍໍ້ທໍ້ທີ່ເກີດຂຶ້ນຫລາຍໃນປັດ
ຈຸບັນຍັງແມ່ນບັນຫາລັກຊັບ, ປຸ້ນຊັບ ແລະ ອຸປະຕິເຫດຕາມ ທ້ອງຖະໜົນ, ເຖິງວ່າໃນໄລຍະ ຜ່ານ
ມາ ເຈົ້າໜ້າ ທີ່ຈະມີມາດຕະການເຂັ້ມງວດແກ້ໄຂ ສະພາບດັ່ງກ່າວ, ແຕ່ກໍຍັງເກີດຂຶ້ນ ເຊິ່ງສາເຫດ
ສ່ວນໃຫຍ່ແມ່ນການ ຕິດຢາເສບ ຕິດຂອງໄວໜຸ່ມ, ກຸ່ມຄົນບໍ່ມີ ວຽກເຮັດງານທຳ ແລະ ການຕື່ນຕົວ
ປ້ອງກັນຄວາມສະຫງົບຂອງປະ ຊາຊົນຍັງບໍ່ທັນ ສູງ ເຮັດໃຫ້ກຸ່ມ ຄົນບໍ່ດີກໍ່ ເຫດປຸ້ນຊັບ ລັກຊັບຍັງມີຫລາຍ
ຄືໃນວັນທີ 19 ມັງກອນນີ້
ໄດ້ມີຄົນຮ້າຍ 2 ຄົນ ຂັບລົດຈັກບໍ່ ມີປ້າຍທະບຽນ ຂັບຂີ່ມາຮຽງລົດ
ຂອງແມ່ຍິງຄົນໜຶ່ງຢູ່ເຂດບ້ານ ດົງປ່າລານ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ຈາກນັ້ນ ກໍໃຊ້ຕີນຢັນລົດຂອງແມ່ຍິງຄົນນັ້ນລົ້ມລົງ
ແລ້ວດຶງເອົາກະເປົາ ໄປ, ຕໍ່ມາວັນທີ 20 ມັງກອນນີ້ ເຈົ້າໜ້າທີ່ສິດປະ ຈຳຫ້ອງຕຳ ຫຼວດ ໄດ້ຮັບແຈ້ງຄວາມຈາກພົນ
ລະເມືອງດີຜູ້ໜຶ່ງວ່າ: ໃນເວລາ 22 ໂມງ ວັນທີ 19 ມັງກອນນີ້ ຜູ້ ກ່ຽວໄດ້ຈອດລົດກະບະຮຸນໄດ
ໄວ້ແຄມທາງ ຢູ່ບ້ານໂພນປາເປົ້າ ເພື່ອກິນດອງພີ່ນ້ອງ ແລ້ວຖືກໂຈນລັກເອົາໄປ ເຊິ່ງລົດດັ່ງກ່າວ
ໝາຍເລກທະບຽນ ກດ 3805 ກຳ ແພງນະຄອນ.
ເຈົ້າໜ້າທີ່ຕຳຫຼວດນະ ຄອນຫຼວງວຽງຈັນ ກ່າວວ່າ:
ບັນ ຫາຫຍໍ້ທໍ້ທີ່ເກີດຂຶ້ນຈະເລັ່ງແກ້ ໄຂ ແລະ ເອົາໃຈ ໃສ່ຕິດຕາມກວດກາ ແລະ ສືບຂ່າວໃຫ້ທ່ວງທັນ
ເພື່ອ ສາມາດນຳຈັບຕົວຄົນຮ້າຍມາດຳເນີນຄະດີໃຫ້ໄດ້ໂດຍໄວ,ພ້ອມ ຮັບປະກັນຄວາມສະຫງົບ
ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ.
No comments:
Post a Comment