ເດັກນ້ອຍ 3 ຄົນ ທີ່ເສຍຊີວິດ ຍ້ອນຖືກໄຟໄໝ້ຢູ່ໃນສະໜາມກິລາເຈົ້າ
ອານຸວົງ ບ້ານວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເມື່ອທ້າຍອາທິດຜ່ານມານີ້,
ພາຍຫລັງເຈົ້າໜ້າທີ່ພະແນກສືບສວນ-ສອບສວນໄດ້ລົງພິສູດບ່ອນເກີດເຫດພົບວ່າ:
ເດັກທີ່ເສຍຊີວິດ 3 ຄົນນັ້ນ ມີພຽງ 2 ຄົນທີ່ສາມາດລະບຸຊື່ໄດ້ ຄືທ້າວ ຍາວ ອາຍຸ
6 ປີ ແລະ ນາງ ໝວຍ ອາຍຸ 10 ປີ ທັງສອງເປັນລູກຂອງນາງ ຕຸ້ຍ ອາຊີບແມ່ເຮືອນ ຢູ່ບ້ານທົ່ງຂັນຄຳ
ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ສ່ວນເດັກຊາຍອີກຜູ້ໜຶ່ງທີ່ເສຍຊີວິດໃນມື້ດຽວກັນນັ້ນຄາດວ່າມີອາຍຸປະມານ
10 ປີ ແລະ ບໍ່ສາມາດລະບຸໄດ້ວ່າແມ່ນລູກໃຜ ແລະ ຢູ່ບ້ານໃດ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ເຫດການເສົ້າດັ່ງກ່າວເກີດຂຶ້ນເມື່ອວັນທີ
17 ມັງກອນຜ່ານມານີ້ ໂດຍມີເດັກນ້ອຍຈຳນວນ 7 ຄົນ ເຂົ້າໄປພັກເຊົາຢູ່ໃນຫ້ອງມ້ຽນເຄື່ອງກິລາຢູ່່ສະໜາມ
ກິລາເຈົ້າອານຸ ແລ້ວໃຕ້ທຽນນອນຈຶ່ງເກີດອັກຄີໄພຂຶ້ນ ຈົນເຮັດໃຫ້ມີຜູ້ເສຍຊີວິດຄືດັ່ງກ່າວ,
ສ່ວນເດັກທີ່ລອດຊີວິດອີກ 4 ຄົນນັ້ນ ມີໜຶ່ງຄົນໄດ້ຮັບບາດເຈັບສາຫັດ.
ແນວໃດກໍຕາມ, ເຫດການສູນເສຍດັ່ງກ່າວເຖິງວ່າເກີດຈາກຄວາມຮູ້ເທົ່າບໍ່ເຖິງການຂອງເດັກນ້ອຍ.
ແຕ່ກໍເປັນອຸທາຫອນ ແລະ ເຕືອນໃຫ້ຜູ້ປົກ ຄອງຕ້ອງໄດ້ເອົາໃຈໃສ່ເບິ່ງແຍງ
ຕິດຕາມການໄປມາຂອງລູກຢ່າງເປັນປະຈຳ ເພື່ອບໍ່ໃຫ້ເດັກໄປໃນບ່ອນທີ່ສ່ຽງໄພ.
ພ້ອມກັນນັ້ນ ເຈົ້າໜ້າທີ່ ຫລື ພາກສ່ວນອື່ນໆທີ່ເຫັນເດັກນ້ອຍໄປຫລິ້ນໃນສະຖານທີ່ຕ່າງໆທີ່ອາດກໍ່ໃຫ້ເກີດເປັນອັນຕະລາຍກໍຄວນມີການສະກັດກັ້ນພວກເຂົາທັນທີ
ເພື່ອຫລີກເວັ້ນຄວາມສູນເສຍຕໍ່ຊີວິດ ແລະ ຊັບສິນທີ່ອາດຈະຕາມມາ.
No comments:
Post a Comment