Ad

Ad

5 February 2013

ອົງການການຄ້າໂລກຕິດປ້າຍປະກາດວ່າ ສປປ ລາວ ເປັນສະມາຊິກສົມບູນອັນດັບທີ 158



    ເລີ່ມແຕ່ວັນທີ 26 ມັງກອນ 2013, ອົງການການຄ້າໂລກ (World Trade Organisation: WTO) ໂດຍມີສຳ ນັກງານໃຫຍ່ຢູ່ ນະຄອນເຊີແນວ ປະເທດສະວິດ ໄດ້ຕິດປ້າຍປະກາດຖະແຫລງວ່າ: ສປປ ລາວ ເປັນສະມາຊິກ ສົມບູນ ອັນດັບທີ 158 ເຊິ່ງມີຜົນຢ່າງເປັນ ທາງການນັບແຕ່ວັນທີ 2 ກຸມພາ 2013 ເປັນຕົ້ນໄປ.
    ການປະກາດດັ່ງກ່າວມີຂຶ້ນ ພາຍຫລັງກອງປະຊຸມສະໄໝສາ ມັນ ຄັ້ງທີ 4 ຂອງສະພາແຫ່ງຊາດ ສປປ ລາວ ຊຸດທີ 7 ໄດ້ໃຫ້ສັດຕະ ຍາບັນອະນຸສັນຍາວ່າດ້ວຍການ ເຂົ້າເປັນສະມາຊິກອົງການ ການຄ້າໂລກຂອງ ສປປ ລາວ ໃນ ວັນທີ 6 ທັນວາ 2012 ແລະ ການ ຍື່ນສານສັດຕະຍາບັນ ສະບັບລົງ ວັນທີ 21 ທັນວາ 2012 ຕໍ່ກອງເລ ຂາອົງ ການການຄ້າໂລກຢ່າງ ເປັນທາງການໃນວັນທີ 3 ມັງ ກອນຜ່ານມາ ໂດຍທ່ານ ຢົງ ຈັນ ທະລັງສີ ເອກອັກຄະ ລັດ ຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳຫ້ອງການອົງການ ສະຫະປະຊາຊາດ ແລະ ອົງການ ຈັດຕັ້ງ ສາກົນອື່ນໆ ຢູ່ເຊີແນວ ປະເທດສະວິດ. ປ້າຍປະກາດດັ່ງ ກ່າວໄດ້ຕິດຢ່າງຍິ່ງໃຫຍ່ ແລະ ສະຫງ່າຜ່າເຜີຍຢູ່ສຳ ນັກງານ ຂອງອົງການການຄ້າໂລກຢູ່ເຊີແນວປະເທດ ສະວິດເຊິ່ງຈະດຳ ເນີນໄປຈົນຮອດວັນທີ 9 ກຸມພາ 2013.

No comments:

Post a Comment