ເມື່ອບໍ່ດົນມານີ້, ຢູ່ໂຮງແຮມຄູນໄຊ ບ້ານນາຄຳ
ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກກ່ຽວກັບການທົບທວນການສຶກສາ,
ສຳຫລວດອອກແບບ ເພື່ອກໍ່ສ້າງໂຄງການຊົນລະປະທານອ່າງເກັບນ້ຳ-ນ້ຳແຈ້ງ ເມືອງໂພນໂຮງ
ແຂວງວຽງຈັນ ລະຫວ່າງທ່ານ ໄມກອງ ພອນພົມມະວົງ ຫົວໜ້າກົມຊົນລະປະ ທານ ແລະ ທ່ານ
ເຄນຄຳ ສີລາຊາ ອຳນວຍການບໍ ລິສັດຄູນໄຊພັດທະນາກໍ່ສ້າງ ໂດຍການເຂົ້າຮ່ວມເປັນສັກຂີພະຍານ
ຂອງລັດຖະມົນຕີຊ່ວຍວ່າການກະ ຊວງກະສິກຳ ແລະ ປ່າໄມ້, ຮອງເຈົ້າແຂວງວຽງຈັນ,
ເຈົ້າເມືອງ, ຫົວໜ້າກົມ-ຮອງກົມ ແລະ ພາກ ສ່ວນອື່ນໆທີ່ກ່ຽວຂ້ອງ.
ຊົນລະປະທານນ້ຳແຈ້ງແມ່ນ ໂຄງໜຶ່ງທີ່ຖືກສຶກສາສຳຫຼວດ
ອອກແບບແຕ່ປີ 1997 ໂດຍບໍລິ ສັດ HEC ຈາກ ສສ ຫວຽດນາມ, ເຂື່ອນດັ່ງກ່າວມີເນື້ອທ່ີທັງໝົດ
237 Km2 ສາມາດເກັບນ້ຳໄດ້ 138 ລ້ານແມັດກ້ອນ ສາ ມາດຕອບສະໜອງນ້ຳໃຫ້ແກ່ເນື້ອທີ່ການຜະລິດໄດ້ປະມານ
5.000 ເຮັກຕາ ກວມ ເອົາ 27 ບ້ານ ມູນຄ່າ ການກໍ່ ສ້າງ ຂອງໂຄງການຕີລາຄາເບື້ອງຕົ້ນໃນປິ
1997 ປະມານ 2 ຮ້ອຍຕື້ກີບ, ແຕ່ອີງໃສ່ສະພາບເງື່ອນໄຂ່ທາງ ດິນຟ້າ ອາກາດໃນປັດຈຸບັນ, ສະ
ພາບພູມສັນຖານທີ່ຕັ້ງໃໝ່ຂອງ ປະຊາຊົນ ແລະ ສະພາບທາງເສດ ຖະກິດ-ສັງຄົມ ໂຄງ ການນ້ຳແຈ້ງ ຈຶ່ງມີຄວາມຈຳເປັນຕ້ອງໄດ້ສຶກ
ສາ,
ສຳຫຼວດອອກແບບຄືນໃໝ່ ໂດຍອີງໃສ່ທ່າແຮງຄວາມເປັນໄປ ໄດ້ຂອງໂຄງການ ໂດຍສະ ເພາະການນຳໃຊ້ນ້ຳໃຫ້ເກີດປະ
ໂຫຍດສູງສຸດເຊັ່ນ: ການນຳໃຊ້ ນ້ຳຈາກເຂື່ອນ
ນ້ຳແຈ້ງໂດຍຮູບ ແບບການໄຫຼ່ເອງ ແລະ ການກັກ ເກັບນ້ຳໄວ້ໃຊ້ໃນລຳນ້ຳແຈ້ງຕອນລຸ່ມໂດຍຮູບ ແບບການນຳ
ໃຊ້ປະຕູນ້ຳ ແລະ ຈັກສູບຕ່ຳ ເຊິ່ງສາ ມາດສະໜອງນ້ຳເຂົ້າສູ່ເນື້ອທີ່ ການຜະລິດໄດ້ຕື່ມອີກ,
ທັງນີ້ໂຄງ ການດັ່ງ ກ່າວໄດ້ອາໄສຄວາມ ອາດສາມາດຂອງຜູ້ປະກອບການຂໍສະເໜີ ເພື່ອສຶກສາ, ສຳຫຼວດອອກແບບ
ເພື່ອກໍ່ສ້າງ ໂຄງການໂດຍຮູບແບບການຂໍລົງທຶນກ່ອນເປັນຕົ້ນ. ບໍລິສັດຄູນໄຊກໍ່ສ້າງ ຈຳກັດ ມີເຈດຈຳນົງຂໍລົງທຶນກ່ອນ
ໂດຍພາຍໃຕ້ການຊຸກຍູ້ສົ່ງ ເສີມຈາກພະແນກການທີ່ກ່ຽວຂ້ອງ.
No comments:
Post a Comment