Ad

Ad

5 February 2013

ຕິດຕາມເບິ່ງລາຄາອາຫານຈະເຫັນງຕີງແທ້ ຫລື ບໍ່ ລະຫວ່າງປີໃຫມ່ຊາວຫວຽດນາມ-ຈີນ



       ຕິດຕາມສະພາບຄາລາອາ ຫານໃນທ້ອງຕະຫລາດຢ່າງໃກ້ ຊິດລະຫວ່າງເທສະການບຸນປີໃໝ່ ຊາວຫວຽດ  ນາມ ແລະ ຊາວຈີນ ໃນ ສປປ ລາວວ່າຈະມີການ ເຄື່ອນໄຫວ ແລະ ເໜັງຕີງໄປໃນ ທາງທິດບວກ ຫລື ລົບເມື່ອ ເທສະການດັ່ງ ກ່າວພວກຈະມາເຖິງ ລະຫວ່າງວັນທີ 9-12 ກຸມພາ 2013 ທີ່ມາເຖິງນີ້.
       ສ່ວນບັນຍາກາດການຊື້ຂາຍ ໃນທ້ອງຕະຫລາດບໍ່ພຽງແຕ່ຢູ່ນະ ຄອນຫລວງວຽງຈັນ ແຕ່ບັນດາ ແຂວງຕ່າງໆ ນັ້ນເຫັນວ່າຊາວ ຫວຽດນາມ ແລະ ຊາວຈີນຕ່າງກໍ ຫລັງໄຫລເຂົ້າໄປ ຊອກຫາຊື້ເຂົ້າ ສານອາຫານແຫ້ງ, ເຄື່ອງ ອຸປະໂພກ ແລະ ບໍລິໂພກຢູ່ຕາມຕະ ຫລາດ ແລະ ຫ້າງຊັບພະສິນຄ້າ ຢ່າງໜ້າແໜ້ນເພື່ອຕ້ອນຮັບບັນ ດາແຂກ ແລະ ຍາດພີ່ນ້ອງຈະ ຮ່ວມງານໃນອາທິດນີ້.

          ຕາມການລາຍງານຂອງ ແມ່ຄ້າພໍ່ຄ້າຢູ່ຕາມທ້ອງຕະຫລາດ ຕ່າງໆໃນນະຄອນຫລວງວຽງ ຈັນເຫັນວ່າ: ປະຈຸບັນ ລາຄາຊີ້ ໝູຂາຍຢູ່ໜ້າຂຽງປະມານ 33-35 ພັນກີບຕໍ່ກິໂລ, ຊີ້ນປານິນລ້ຽງ ປະມານ 18-22 ພັນກີບຕໍ່ ກິໂລ, ປານ້ຳຂອງປະມານ 40-70 ພັນ ກີບຕໍ່ກິໂລຂຶ້ນກັບຊະນິດຂອງ. ສ່ວນລາຄາພືດຜັກຈະມີຄວາມ ແຕກຕ່າງ ກັນເລັກນ້ອຍລະຫວ່າງ ຕະຫລາດທົ່ງຂັນຄຳ ແລະ ຕະ ຫລາດຂົວດິນ ຕົວຢ່າງຜັກຫອມ ປ້ອມຢູ່ຕະຫລາດທົ່ງ ຂັນຄຳປະ ມານ 3 ພັນກີບຕໍ່ກິໂລ ແລະ ຜັກ ຫອມປ້ອມຢູ່ຕະຫລາດຂົວດິນປະ ມານ 2 ພັນກີບຕໍ່ກິໂລ.
         ແນວໃດກໍດີຜູ້ບໍລິໂພກສ່ວນ ໃຫຍ່ຍັງເຊື່ອວ່າ:ໃນໄລຍະເທສະ ການນີ້ເປັນໄປໄດ້ບັນດາອາຫານປະ ເພດຕ່າງໆອາດມີການ ເໜັງຕີຍ້ອນສະພາບຄວາມຕ້ອງ ການໃນຕະຫລາດມີສູງ ຂະນ ທີ່ການສະໜອງອາດ ຂາດເຂີນໃນ ບາງປະເພດສິນຄ້າຊຶ່ງບັນຫາດັ່ງ ກ່າວນີ້ຜູ້ບໍລິໂພກຈຳນວນໜຶ່ງໄດ້ ຮຽກຮ້ອງໃຫ້ພາກສ່ວນກ່ຽວ ຂ້ອງຕິດຕາມແລະລົງກວດສອບ ສະພາບຕົວຈິງຢ່າງໃກ້ຊິດເພາະ ຢ້ານວ່າມີບາງກຸ່ມພໍ່ຄ້າແມ່ຄ້າສວຍໂອ ກາດໃນລະຫວ່າງເທສະການນີ້.
         ຕາມການເປີດເຜີຍຂອງ ນາງ ຕິກ ນັກສຶກສາຄະນະເສດ ຖະສາດ ມະຫາວິທະຍາໄລແຫ່ງ ຊາດ ກ່າວວ່າ: ການຄ້າການຂາຍ ແມ່ນບັນຫາອອ່ນໄຫວທີ່ສຸດຕໍ່ປະ ຊາຊົນ ຫລື ຜູ້ບໍລິໂພກ ສະນັ້ນເມື່ອ ລາຄາອາຫານ ເໜັງຕີງ ກໍຈະສົ່ງ ຜົນກະທົບທັນຕໍ່ວິຖີີດຳລົງຊີວິດ ປະຈຳວັນ ເນື່ອງຈາກວ່າ ຄົນຜູ້ທີ່ ມີລາຍໄດ້ໜ້ອຍຈະບໍ່ມີກຳລັງຊື້ຄື ກັບ ຄົນທີ່ມີລາຍຮັບຫລາຍ ບັນຫາ ດັ່ງກ່າວນີ້ເຮັດ ໃຫ້ເຂົາເຈົ້າຕ້ອງ ມີຄວາມລະມັດລະວັງ ແລະ ຕ້ອງມີການບໍລິຫານ ໃຫ້ລະອຽດ ເພາະ ຄວາມກັງ ວົນໃນພາກລາຍ ຈ່າຍ ຄົວ ເຮືອນອາດບໍ່ມີຄວາມສົມດູນໂດຍສະເພາະຄອບ ຄົວທີ່ ມີລູກ ຫລາຍ ຄົນຕ້ອງບິແບ່ງຈ່າຍຄ່າ ເທີມຮຽນໃຫ້ລູກ, ຈ່າຍຄ່າໄຟຟ້າ- ນ້ຳປະປາ ແລະ ສິ່ງຈຳເປັນອື່ນໆ ໃນຊີວິດ ປະຈຳວັນນັ້ນເອງ. ນາງ ຕິກ ຍັງກ່າວຕື່ມອີກວ່າ: ເມື່ອໃດ ມີຜູ້ສ້າງ ໂອກາດ ແນ່ນອນກໍຕ້ອງມີຜູ້ສະແຫວງຫາ ໂອ ກາດ ຊຶ່ງ ທຸກໆ ປະເທດກໍເກີດມີໃນກໍລະນີແບບນີ້ ສິ່ງສຳຄັນນັ້ນ ຄົນເຮົາ ຕ້ອງມີຈິດສະນຶກທີ່ດີຕໍ່ຄວາມເປັນ ຊາດ ແລະ ຕ້ອງຮຽນຮູ້ຄວາມສຸກ ຄວາມທຸກຂອງຄົນອື່ນໃນຮູບ ແບບການຢູ່ຮ່ວມກັນໂດຍບໍ່ເອົາ ລັດເອົາປຽບກັນ.

No comments:

Post a Comment