ຊ້າກວ່າກຳນົດເລັກ ໜ້ອຍ ສຳລັບໂຄງການກໍ່ສ້າງຂົວນ້ຳ
ຂອງດອນໂຂງ ແຂວງຈຳປາສັກ ຫລັງ ປະຕິບັດ ມາໄດ້ 1 ປີກວ່າ ເຊິ່ງມາຮອດປັດຈຸບັນ,ການກໍ່ ສ້າງຄືບໜ້າກວ່າ
26%,ຂະນະທີ່ ນັກວິຊາ ການກ່ຽວຂ້ອງເປີດ ເຜີຍເຫດຊັກຊ້າຍ້ອນທຳມະຊາດ ບໍ່ອຳນວຍແຕ່ຢືນຢັນໂຄງການ
ຈະສຳເລັດ ຕາມກຳນົດທ້າຍປີ ໜ້າ.
ໂຄງການກໍ່ສ້າງຂົວນ້ຳຂອງ ດອນໂຂງແຂວງຈຳປາສັກໄດ້ຮັບ
ທຶນຊ່ວຍເຫລືອຈາກລັດຖະບານ ສປ ຈີນ 95% ແລະ ທຶນຂອງລັດ ຖະບານລາວສົມທົບ 5% ລວມ ມູນຄ່າ
34 ກວ່າລ້ານໂດລາສະ ຫະລັດ ຊຶ່ງໂຄງການນີ້ປະກອບມີການກໍ່ສ້າງຂົວເບຕົງເສີມເຫລັກ ອັດຕາແຮງແຕ່ບ້ານຫາດຫາບ້ານ
ນາ ກວ້າງ11 ແມັດ,ຍາວ 700 ກວ່າແມັດ,ຂົວນ້ອຍລະຫວ່າງ ບ້ານໂຂງແຫລມຫາບ້ານດອນ ສັນກວ້າງ
5 ແມັດ, ຍາວ ເກືອບ 200 ແທັດ, ກໍ່ສ້າງ ແລະປູຢາງໜ້າ ທາງຈາກທາງເລກ ທີ 13 ໃຕ້ ເຂົ້າຫາຂົວໃຫຍ່,ກວ້າງ
7ແມັດ, ຍາວ 4 ກວ່າກິໂລແມັດ,
ກໍ່ສ້າງ ທ່າເຮືອບັກຖາວອນບ້ານຂົວໂຂງ ຫາບ້ານຫ້ວຍຍາງ ເມືອງມຸນລະ ປະ ໂພກ ແລະ ອື່ນໆ ຊຶ່ງຈະໃຊ້ເວລາກໍ່ສ້າງ
36 ເດືອນ.
ທ່ານ ຄຳຮຸ່ງ ໜູພະໄຊ ຫົວ ໜ້າໂຄງການກໍ່ສ້າງຂົວນ້ຳ
ຂອງ ດອນໂຂງ ເປີດເຜີຍເມື່ອບໍ່ດົນ ນີ້ ວ່າ: ໂຄງການກໍ່ສ້າງຂົວດັ່ງກ່າວ ໄດ້ເລີ່ມກໍ່ສ້າງມາແຕ່ທ້າຍປີ
2011 ໂດຍມາຮອດປັດຈຸບັນຄືບ ໜ້າ ແລ້ວກວ່າ 26%.ຂະນະດຽວກັນກໍໄດ້ສຳເລັດການປຸກສ້າງເຮືອນ
ພັກ,ເຮືອນຄົວ,ຕິດຕັ້ງໝໍ້ແປງສຳ ເລັດ 100%,ສຳ ເລັດການກະ ກຽມ ກໍ່ສ້າງທາງເວັ້ນຊົ່ວຄາວ,
ທ່າບັກຊົ່ວຄາວ,ຫ້ອງທົດລອງວິໄຈ ແລະ ໜ້າວຽກຍ່ອຍອື່ນໆ.
ແນວໃດກໍດີ,ພະນັກງານວິຊາການ ແລະ ກຳມະກອນໄດ້ສຸມ ໃສ່ທັງເວັນ ແລະ ຄືນໂດຍເລັ່ງ ຕອກເສົາເຂັມ ເພື່ອໃຫ້ສຳເລັດໃນ ອີກ 2-3 ເດືອນຕໍ່ໜ້າ.ແນວໃດກໍດີ,ການທີ່ໂຄງການຊັກຊ້ານັ້ນອັນເນື່ອງຈາກເປັນໄລ ຍະລະດູຝົນ ໂດຍນ້ຳຂອງ ໄຫລແຮງກວ່າທຸກ ປີ ເຮັດໃຫ້ທໍ່ເຫລັກທີ່ຕັ້ງໄວ້ເພື່ອ ຈະຕອກເສົາເຂັມລົ້ມ ແລະ ຕ້ອງ ໄດ້ໃຊ້ເວລາເກັບຄືນຫລາຍເດືອນ .
ແນວໃດກໍດີ,ພະນັກງານວິຊາການ ແລະ ກຳມະກອນໄດ້ສຸມ ໃສ່ທັງເວັນ ແລະ ຄືນໂດຍເລັ່ງ ຕອກເສົາເຂັມ ເພື່ອໃຫ້ສຳເລັດໃນ ອີກ 2-3 ເດືອນຕໍ່ໜ້າ.ແນວໃດກໍດີ,ການທີ່ໂຄງການຊັກຊ້ານັ້ນອັນເນື່ອງຈາກເປັນໄລ ຍະລະດູຝົນ ໂດຍນ້ຳຂອງ ໄຫລແຮງກວ່າທຸກ ປີ ເຮັດໃຫ້ທໍ່ເຫລັກທີ່ຕັ້ງໄວ້ເພື່ອ ຈະຕອກເສົາເຂັມລົ້ມ ແລະ ຕ້ອງ ໄດ້ໃຊ້ເວລາເກັບຄືນຫລາຍເດືອນ .
ຢ່າງໃດກໍຕາມ,ທ່ານ ລັດຕະ ນະ ໄຕວັນ ນັກວິຊາການປະຈຳ
ໂຄງການກໍ່ສ້າງຂົວແມ່ນ້ຳຂອງ ດອນ ໂຂງແລະປະຈຳໂຄງການ ກໍ່ສ້າງຂົວນ້ຳຂອງຢູ່ແຂວງ ຫລວງພະບາງອອກມາຢັ້ງຢືນ
ວ່າ:ຄວາມຊັກຊ້າກວ່າ ແຜນການ 16% ຈະບໍ່ມີຜົນກະທົບຮ້າຍແຮງ ເຖິງຂັ້ນເຮັດໃຫ້ໂຄງການບໍ່ສຳເລັດຕາມແຜນການ
ແຕ່ຢ່າງ ໃດ, ປັດຈຸບັນສາມາດນຳທໍ່ຂຶ້ນຕັ້ງໄດ້ ໝົດແລ້ວ ແລະ ພວມເລັ່ງມືທັງ ເວັນ ແລະ ຄືນເພື່ອຕອກເສົາເຂັມ
ກາງນ້ຳໃຫ້ສຳເລັດໃນອີກ 2-3 ເດືອນ ແລະ ຄາດວ່າຮອດກາງ ປີຫາທ້າຍປີ 2013 ສາມາດຄືບ ໜ້າແຕ່
70-80% ແລະເຖິງເວລາ ນັ້ນພໍ່ແມ່ປະຊາຊົນຈະສາມາດ ເຫັນຮູບຮ່າງຂອງຂົວທັງສອງ ສົ້ນ ແລະ ເຊື່ອວ່າຮອດທ້າຍປີ
2014 ສຳເລັດຢ່າງແນ່ນອນ.

No comments:
Post a Comment