ເຈົ້າໜ້າທີ່ສອບສວນ-ສືບສວນເມືອງສີສັດຕະນາກ
ສົມທົບກັບກຳ ລັງເຈົ້າໜ້າທີ່ນະຄອນຫລວງວຽງຈັນ ເລັ່ງນຳຈັບຄາດຕະກອນທີ່ລົງມືກໍ່ເຫດຄາດຕະກຳນາງ
ນິດ ອາ ຍຸ 26 ປີ ຢູ່ເຮືອນພັກແຫ່ງໜຶ່ງເຂດບ້ານ ດອນກອຍ ເມືອງສີສັດຕະນາກ ນະ
ຄອນຫລວງວຽງຈັນ ເມື່ອວັນທີ 30 ມັງກອນພາຍຫລັງເຈົ້າໜ້າທີ່ໄດ້ຮັບຮູ້ຄົນຮ້າຍໄດ້ສ່ວນໃດໜຶ່ງ.
ທ່ານ ພັນຕີ ທອງສະຫວັດ ແສນສຸວາດ ຮອງຫົວໜ້າກອງ
ບັນຊາການ ປກສ ເມືອງສີສັດຕະນາກ ລາຍງານໃຫ້ຮູ້ວ່າ: ພາຍ ຫລັງໄດ້ຮັບແຈ້ງເຫດເຈົ້າໜ້າທີ່ສືບສວນເມືອງຂອງຕົນກໍໄດ້ຮີບ
ຮ້ອນລົງສົມທົບກັບພະແນກສືບ ສວນ-ສອບສວນ ປກສ ນະຄອນ ຫລວງວຽງຈັນ ລົງກວດສະຖານທີ່ເກີດເຫດ
ແລະ ພົບຜູ້ຕາຍຊື່ນາງ ນິດ ແກ້ວດວງດີ ອາຍຸ 26 ປີ ອາ ຊີບສາວເສີບຢູ່ຮ້ານອາຫານແຫ່ງໜຶ່ງ
ເຂດບ້ານດອນກອຍ ໃນສະພາບສົບນອນຫງາຍເປືອຍກາຍຢູ່ເທິງຕຽງ, ມີຜ້າຫົ່ມປົກຮ່າງກາຍ,ໜ້າມີຮອງຮອຍຊ້ຳ
ແລະ ມີເສື້ອແຂນຍາວສີແດງພັນກ້ຽວກວມຫົວ ຄາດວ່າເສຍ ຊີວິດມາໄດ້ຫລາຍຊົ່ວໂມງແລ້ວ,
ອາດແມ່ນຄາດຕະກຳເພື່ອຊີງຊັບຍ້ອນສາຍແຂນ ແລະໂທລະສັບ ຂອງຜູ້ຕາຍໄດ້ເສຍໄປ.ເຈົ້າ ໜ້າທີ່ຄາດວ່າຈະນຳມາດຳເນີນຄະດີຕາມກົດໝາຍໃຫ້ໄດ້ໃນ
ໄວໆນີ້.
No comments:
Post a Comment