Ad

Ad

5 February 2013

ຄວນ​ເບິ່ງ​ຄືນການ​ເກັບ​ເງິນເຂົ້າສະຖານີ​ຂົນ​ສົ່ງ​ໂດຍສານສາຍ​ເໜືອ-​ໃຕ້



         ຜູ້​ທີ່​​ໄປ​ຮັບ​ຍາດຕິ​ພີ່ນ້ອງ​ທີ່​ເດີນທາງ​ມາ​ຈາກແຂວງຕ່າງໆ ຫລາຍຄົນສະແດງຄວາມບໍ່ພໍໃຈຕໍ່​ການ​ເກັບ​ເງິນ​ຄ່າຜ່ານ​ເຂົ້າ​ໄປ​ໃນ​ສະຖານີ​ຂົນ​ສົ່ງ​ໂດຍສານ ​ໂດຍ​ສະ​ເພາະ​ສະຖານີສາຍ​ເໜືອ ​ແລະ ສາຍ​ໃຕ້ ​ໃນ​ລາຄາ 3.000 ກີບ ສຳ ລັບ​ລົດຈັກ ​ແລະ 5.000 ກີບ ສຳ ລັບ​ລົດ​ໃຫຍ່ແມ່ນດ້ວຍເຫດຜົນ ໃດ. ຍ້ອນວ່າ:  ສະຖານີ​ຂົນ​ສົ່ງ​ໂດຍ ສານແມ່ນ​ສະຖານ​ທີ່​ໃຫ້​ບໍລິ ການ​ຂົນ​ສົ່ງ​ສາທາລະນະ​ທີ່​ທຸກ​ຄົນ​ສາມາດ​ເຂົ້າ​ໃຊ້​ບໍລິການ​ໄດ້​ຢ່າງ​ທົ່ວ​ເຖິງ, ​ແຕ່​ມາ​ຮອດ​ດຽວນີ້ ສະຖານີ​ດັ່ງກ່າວ​ພວມ​ຈະກາຍ​ເປັນ​ບ່ອນ​ທີ່​ຫລາຍ​ຄົນ​ບໍ່​ຢາກ​ເຂົ້າ​ໄປທາງ​ໃນ ​ໂດຍ​ສະ​ເພາະ​ສະຖານີ​ຂົນ​ສົ່ງ​ສາຍ​ເໜືອ ​ແລະ ສາຍ​ໃຕ້ ຍ້ອນ​ມີ​ການ​ເກັບ​ເງິນ​ກັບ​ຜູ້​ໃດ ເຂົ້າໄປ​ເພື່ອ​ຈະ​ຮັບ​ເອົາ​ຍາດ​ພີ່ ນ້ອງ ຫລື ສິນຄ້າ​ເຄື່ອງ​ຂອງ​ຕ່າງໆ​ທີ່​ຝາກມາ​ນຳ​ລົດ​ໂດຍ ສານ. ຖ້າ​ຫາກ​ບໍ່​ຈ່າຍ​ເງິນ ​ເຈົ້າ ໜ້າ​ທີ່​ປ້ອງ​ກັນ​ປະຈຳ​ສະຖານີ​ກໍຈະ​ບໍ່​ອະນຸຍາດ​ໃຫ້​ເອົາ​ລົດ​ຜ່ານ​ເຂົ້າ​ໄດ້​ໂດຍ​ເດັດຂາດ. ​ເຖິງ​​ວ່າ​ຈະ​ມີ​ເຄື່ອງ​ຫລາຍ​ປານ​ໃດ​ກໍ​ຕາມ ​ເຊິ່ງການ​ກະທຳ​ດັ່ງກ່າວ​ຖື​ວ່າ​ແມ່ນ​ການວາງ​ມາດ​ຕະການ​ທີ່​
ເປັນການບີບບັງຄັບຜູ້ມາໃຊ້ບໍລິ ການໂດຍກົງ​ເຖິງ​ວ່າການ​ເກັບ​ຄ່າ​ຜ່ານ​ປະຕູ​ຈະບໍ່​ຫລາຍ, ​ແຕ່​ໃນ​ມື້ ໜຶ່ງ​ແມ່ນ​ມີ​ລົດ​ຫລາຍ​ຮ້ອຍ​ຄັນ​ເຂົ້າ​ໄປ​ຮັບ​-ສົ່ງ​ຍາດ​ພີ່ນ້ອງ ຫລື ​ເຄື່ອງ​ຂອງ​ຕ່າງໆ. ດັ່ງນັ້ນ ຕໍ່​ສະ ພາບ​ດັ່ງກ່າວ ພາກ​ສ່ວນ​ກ່ຽວ ຂ້ອງ​ຄວນ​ໄດ້​ມີ​ການ​ຊອກ​ຫາ​ວິທີ​ຄຸ້ມ​ຄອງ​ແກ້​ໄຂ​ຢ່າງ​ເໝາະ​ສົມ ​ເພື່ອ​ບໍ່​ໃຫ້​ນັກ​ລົງທຶນ ຫລື ຜູ້​ສຳ​ປະທານ​ສວຍ​ໂອກາດ​ຫາ​ລາຍ​ຮັບ​ເຂົ້າຖົງ​ຢ່າງ​ບໍ່​ມີ​ເຫດຜົນ​ຄື​ດັ່ງ ກ່າວ​ມານີ້.

No comments:

Post a Comment